spot_img
Homeຂ່າວເຫດການໄອເຕັກປະກາດ ຈະເກັບຄ່າຈອດລົດ ນັບແຕ່ມື້ນີ້ເປັນຕົ້ນໄປ

ໄອເຕັກປະກາດ ຈະເກັບຄ່າຈອດລົດ ນັບແຕ່ມື້ນີ້ເປັນຕົ້ນໄປ

Published on

ລູກຄ້າ ແລະນັກທ່ອງທ່ຽວຈຳນວນຫຼາຍ ຕ່າງກໍແປກໃຈກັບປ້າຍປະກາດ ຈະເກັບຄ່າຈອດລົດຂອງສູນການຄ້າ ໄອເຕັກ ເຊັ່ນກັນກັບຕະຫຼາດເຊົ້າຊັອບປິງມໍ.

ຜູ້ສື່ຂ່າວລາຍງານວ່າ ບໍລິສັດ ລາວເວີນ ມະຫາຊົນ ເຈົ້າຂອງສູນການຄ້າ ຍອດນິຍົມຂອງລາວ (ໄອເຕັກ) ໄດ້ຕິດປ້າຍປະກາດວ່າ ຈະເລິ່ມເກັບຄ່າຈອດໃຫຍ່ ນັບຕັ້ງແຕ່ວັນທີ 4 ກໍລະກົດ 2016 ເປັນຕົ້ນໄປ ເຊິ່ງສ້າງຄວາມແປກໃຈແກ່ປະຊາຊົນ ແລະນັກທ່ອງທ່ຽວ ທີ່ນິຍົມໄປທ່ອງທ່ຽວ ສູນການຄ້າດັ່ງກ່າວ ເນື່ອງຈາກເປັນສູນການຄ້າທີ່ໃຫຍ່, ທັນສະໄໝ, ມີສະຖານທີ່ຈອດລົດກວ້າງຂວາງ ບໍ່ແອອັດຄືກັບສູນການຄ້າແຫ່ງອື່ນໆ ແລະທີ່ສຳຄັນແມ່ນບໍ່ໄດ້ເກັບຄ່າຈອດລົດ.

ນັກທ່ອງທ່ຽວທ່ານໜຶ່ງໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ ຕົນເອງເປັນຜູ້ໜຶ່ງທີ່ມັກພາຄອບຄົວແລະລູກໆ ມາເລາະສູນການຄ້າໄອເຕັກ ເພື່ອພັກຜ່ອນ, ກິນອາຫານ ແລະພັກຜ່ອນ ຢູ່ເປັນປະຈຳ ເນື່ອງຈາກສູນການຄ້າໄອເຕັກບໍ່ໄດ້ຢູ່ໃນເມືອງເກີນໄປ ບໍ່ມີຄວາມແອອັດໃນການສັນຈອນ ແລະສະຖານທີ່ກວ້າງຂວາງສະດວກໃນການຈອດລົດ ທີ່ສຳຄັນແມ່ນເພິ່ນບໍ່ເກັບເງິນຄ່າຈອດລົດ. ແຕ່ຕໍ່ໄປນີ້ຄົງຕ້ອງຄິດຫຼາຍຂຶ້ນຕື່ມ ເພາະເພິ່ນຈະເກັບຄ່າຈອດລົດແລ້ວ.

ແນວໃດກໍຕາມຫຼາຍທ່ານໄດ້ໃຫ້ທັດສະນະວ່າ ການເກັບຄ່າຈອດລົດນັ້ນອາດຈະບໍ່ສົ່ງຜົນສະທ້ອນ ເຮັດໃຫ້ປະລິມານນັກຊັອບປິງຫຼຸດລົງປານໃດ ແຕ່ແນ່ນອນວ່າຈະສົ່ງຜົນເຮັດໃຫ້ລູກຄ້າຄິດຫຼາຍຂຶ້ນ ຕໍ່ການເຂົ້າໄປຊັອບປິງຢູ່ສູນການຄ້າ ລາວ-ໄອເຕັກ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...