spot_img
Homeຂ່າວພາຍ​ໃນສຶກສາອົບຮົມໄວລຸ້ນກວນເມືອງ 50 ກວ່າຄົນ

ສຶກສາອົບຮົມໄວລຸ້ນກວນເມືອງ 50 ກວ່າຄົນ

Published on

 

ໄວລຸ້ນຂີ່ລົດກວນເມືອງຫຼາຍກວ່າ 50 ຄົນ, ຖືກເຈົ້າໜ້າທີ່ໜ່ວຍສະເພາະກິດ ນຳຕົວມາສຶກສາອົບຮົມດ້ານລະບຽບກົດໝາຍເພື່ອໃຫ້ຢຸດເຊົາການປະພຶດສະແດງ ຕົວເປັນນັກເລງອັນຕະພານນາບຂູ່ຕ່າງໆ ອັນເປັນການສ້າງຄວາມບໍ່ສະຫງົບໃຫ້ ກັບ ສັງຄົມ,ພາຍຫຼັງໄວໜຸ່ມຈຳນວນດັ່ງກ່າວຖືກເຈົ້າໜ້າທີ່ກັກຕົວໄດ້ໃນເວລາທ່ຽງ ຄືນຂອງ ວັນທີ 6 ມິຖຸນານີ້.

ທ່ານ ພັນໂທ ຄຳສຸ້ຍ ແກ້ວມະ ນີວົງ ຮອງກົມຕຳຫຼວດຈະລາ ຈອນ, ທັງເປັນ ຮອງອະນຸກຳມະການແກ້ໄຂບັນຫານັກເລງ ອັນຕະພານ ແລະ ແກ໊ງກວນເມືອງ ຢູ່ ນະຄອນຫຼວງວຽງຈັນ ໃຫ້ຮູ້ ວ່າ: ພາຍ ຫຼັງມີຫາງສຽງຈາກ ສັງຄົມກ່ຽວກັບສະພາບ ແກ໊ງກວນເມືອງໄດ້ສ້າງຄວາມລົບ ກວນໃຫ້ກັບສັງຄົມມາດົນ, ເຈົ້າ ໜ້າທີ່ຈຶ່ງໄດ້ ວາງແຜນສະກັດກັ້ນ ແລະ ຈັບກຸ່ມແກ໊ງດັ່ງ ກ່າວຕາມ ເສັ້ນທາງເປົ້າໝາຍນັບແຕ່ຕົ້ນປີນີ້ເປັນຕົ້ນມາສາມາດຢຶດລົດໄດ້ 2.800 ກວ່າຄັນ, ໃນນີ້ມີລົດໃຫຍ່ 4 ຄັນ ແລະ ກັກຕົວໄວລຸ້ນຈຳ ນວນໜຶ່ງມາສຶກສາອົບ, ແນວໃດກໍດີບັນຫາດັ່ງກ່າວຍັງມີໜໍ່ແໜງ
ເກີດຂຶ້ນອີກ, ໂດຍສະເພາະໃນ ໄລຍະ ທ້າຍເດືອນພຶດສະພາມາ ນີ້ ເຫັນວ່າສະພາບແກ້ງກວນເມືອງໄດ້ເລີ່ມສ້າງຄວາມລົບ ກວນໃຫ້ກັບສັງຄົມຢ່າງລຽນ ຕິດ, ສະນັ້ນ ເຈົ້າໜ້າທີ່ສະເພາະ ກິດຈຶ່ງໄດ້ປະສານສົມທົບກັບ ປກສ ນະຄອນຫຼວງວຽງຈັນ, ໄດ້ວາງແຜນສະກັດກັ້ນໂດຍໄດ້ເພີ່ມການ

ກວດກາຕາມສາຍທາງ, ຕາມຕົວເມືອງ ແລະ ໃນທ້າຍອາທິດຜ່ານມານີ້ເຈົ້າໜ້າທີ່ສາ ມາດຈັບແກ໊ງກວນເມືອງຊຶ່ງຍຶດລົດຈັກ ໄດ້ 50 ຄັນ, ລົດໃຫຍ່ 1 ຄັນ ແລະ ໄວໜຸ່ມຫຼາຍກວ່າ 50 ຄົນມາດຳເນີນຄະດີ ແລະ ສຶກສາອົບຮົມ.

ທ່ານ ພັນໂທ ຄຳສຸ້ຍ ແກ້ວມະນີວົງ ກ່າວວ່າ: ໄວລຸ້ນກວນ ເມືອງທີ່ຈັບຕົວໄດ້ສ່ວນໃຫຍ່ມີ ອາຍຸ 14 ປີຂຶ້ນໄປ ແລະ ເສັ້ນ ທາງສ່ວນໃຫຍ່ທີ່ພວກເຂົາມັກຂັບຂີ່ລົດໄປແມ່ນເສັ້ນທາງອານຸສາລະວີ, ໂພນເຄັງ, 450 ປີ ແລະ ຫ້ວຍຫົງ, ຊຶ່ງເປັນອັນລົບ ກວນ ສັງຄົມ ແລະ ພາໃຫ້ເກີດອຸປະຕິເຫດ, ແນວໃດກໍດີພາຍຫຼັງເຈົ້າໜ້າທີ່ຈັບຕົວໄດ້ກໍມີການສຶກສາອົບຮົມກ່ຽວກັບລະ ບຽບຈະລາຈອນ ແລະ ກົດໝາຍອື່ນໆ, ພ້ອມທັງເຮັດບົດບັນທຶກຕໍ່ກັບຜູ້ປົກ ຄອງໃຫ້ຮັບຮູ້ວ່າ: ຊຶ່ງຫາກລູກຫຼານຂອງຕົນກັບ ມາກະທຳຜິດແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍບ້ານເມືອງ.

ຂອບໃຈຂ່າວຈາກລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...