spot_img
Homeຊີວິດແລະຄວາມຮັກ5 ບັນຫາທີ່ຄູ່ຮັກຕ້ອງພົບ ເມື່ອຢ້າຍເຂົ້າມາຢູ່ນຳກັນ

5 ບັນຫາທີ່ຄູ່ຮັກຕ້ອງພົບ ເມື່ອຢ້າຍເຂົ້າມາຢູ່ນຳກັນ

Published on

ການຢ້າຍເຂົ້າມາຢູ່ນຳກັນຂອງຄູ່ຮັກ ຖືເປັນອີກກ້າວໜຶ່ງຂອງການເລື່ອນສະຖານະພາບຄວາມສຳພັນ ແລະ ທັງຄູ່ຕ້ອງອາໃສການປັບຕົວເຂົ້າຊ່ວຍ ຕະຫຼອດຈົນການປັບທັດສະນະຄະຕິທີ່ມີຮ່ວມກັນ ເພາະການໃຊ້ຊີວິດຮ່ວມຫຼັງຄາດຽວກັນທັງຕ້ອງໄດ້ຮຽນຮູ້ເຊິ່ງກັນ ແລະ ກັນໃນຫຼາຍໆດ້ານ ແລະ ມີບາງຄູ່ກໍ່ມີບັນຫາທີ່ຈະຕ້ອງພົບເປັນປະຈຳເຊັ່ນ:

1. ໜິ້ງກັນເຮັດວຽກເຮືອນ: ແນ່ນອນເລີຍວ່າເມື່ອເວລາຢ້າຍເຂົ້າມາຢູ່ໃນນຳກັນແລ້ວ ເລື່ອງວຽກເຮືອນວຽກຊານກໍ່ເປັນອີກສິ່ງໜຶ່ງທີ່ມັກກໍ່ໃຫ້ເກີດບັນຫາກັບຫຼາຍໆຄູ່ເຊັ່ນ: ຝ່າຍຊາຍກໍ່ມັກຈະຄິດວ່າວຽກເຮືອນເປັນວຽກຂອງແມ່ຍິງ ສ່ວນແມ່ຍິງກໍ່ຄິດຢາກໃຫ້ຝ່າຍຊາຍເຮັດຊ່ວຍໃນບາງວຽກທີ່ຝ່າຍຊາຍສາມາດເຮັດໄດ້ ເມື່ອບໍ່ເປັນໄປຕາມທີ່ຄິດກໍ່ອາດມີປາກສຽງກັນເລັກໜ້ອຍໃນເລື່ອງນີ້

2. ເສິກຍາດລີໂມດ: ເລື່ອງນີ້ເປັນບັນຫາທີ່ເຫັນເປັນປະຈຳ ເພາະບາງເວລາຝ່າຍຊາຍຢາກເບິ່ງຂ່າວ, ສາລະຄະດີ, ກີລາທີ່ມັກ ແຕ່ຝ່າຍຍິງພັດມັກເບິ່ງລະຄອນ, ເກມໂຊ… ແຕ່ຖ້າບໍ່ໄດ້ດັ່ງໃຈກໍ່ເກີດມີປາກສຽງກັນ

3. ເລື່ອງເງິນ: ເລື່ອງເງິນເປັນເລື່ອງທີ່ສຳຄັນທີ່ສຸດເຫັນຫຼາຍຄູ່ແລ້ວທີ່ມີປາກສຽງກັນ ຈົນເຖິງຂັ້ນແຍກທາງກັນກໍ່ມີເພາະລາຍຮັບລາຍຈ່າຍທີ່ບໍ່ມີຄວາມໂປ່ງໃສຕໍ່ກັນນັ້ນເອງ

4. ເອົາຄວາມຄິດຂອງຕົນເອງເປັນໃຫຍ່: ສິ່ງນີ້ກໍ່ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຄູ່ຮັກຫຼາຍຄູ່ໄປກັນບໍ່ລອດ ຍ້ອນຕ່າງຝ່າຍຕ່າງເອົາແຕ່ຄວາມຄິດຂອງຕົວເອງເປັນຫຼັກ ເມື່ອຢ້າຍມາຢູ່ຮ່ວມກັນແລ້ວບາງຢ່າງກໍ່ຕ້ອງຮູ້ຈັກຍອມ ຮູ້ຈັກເປີດໃຈຮັບຟັງຄວາມຄິດເຫັນຂອງອີກຝ່າຍແນ່ກໍ່ດີ ຊີວິດຮັກຈິ່ງຈະມີຄວາມສຸກ

5. ມັກເຂົ້າໃຈຜິດ: ການສື່ສານທີ່ດີເປັນອີກສິ່ງໜຶ່ງທີ່ເຮັດໃຫ້ຊີວິດຄູ່ປະສົບຄວາມສຳເລັດ ສະນັ້ນການເວົ້າຕົງໆ ຫຼື ການສະແດງອອກແບບຕົງໆຕໍ່ກັນມັນເປັນສິ່ງທີ່ດີທີ່ສຸດ ເພາະຈະສາມາດເຮັດໃຫ້ອີກຝ່າຍເຂົ້າໃຈຄວາມຕ້ອງການ ຫຼື ເຂົ້າໃຈບັນຫາຂອງອີກຝ່າຍໄດ້ຫຼາຍຂຶ້ນ.

 

ທີ່ມາ: http://wedding.kapook.com/

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...