spot_img
Homeຊີວິດແລະຄວາມຮັກເຫດຜົນທີ່ແມ່ຍິງບໍ່ຢາກມີລູກ

ເຫດຜົນທີ່ແມ່ຍິງບໍ່ຢາກມີລູກ

Published on

ເລື່ອງການມີລູກແມ່ຍິງຈະມີຢູ່ 3 ປະເພດຄື: ປະເພດຢາກມີລູກແຮງ, ບໍ່ຢາກມີລູກເລີຍ ຫຼື ປະເພດມີກໍ່ໄດ້ບໍ່ມີກໍ່ໄດ້ ແຕ່ຖ້າສະເລ່ຍແລ້ວກໍ່ມີແມ່ຍິງສ່ວນໜ້ອຍຫຼາຍທີ່ຈະບໍ່ຢາກມີລູກ ເພາະດ້ວຍສັນຊາດຕະຍານຄວາມເປັນແມ່ທີ່ມີຢູ່ໃນຕົວແມ່ຍິງມາແຕ່ກຳເນີດຈິ່ງເຮັດໃຫ້ແມ່ຍິງມີຄວາມຕ້ອງການມີລູກຫຼາຍເປັນພິເສດ ແຕ່ກໍ່ມາບາງກຸ່ມຄົນທີ່ບໍ່ຢາກມີລູກ ເຊິ່ງພວກເຂົາກໍ່ມີເຫດຜົນຕ່າງໆໃນຕົວຂອງພວກເຂົາ ແລະ ວັນນີ້ເຮົາຈະມາຮູ້ກ່ຽວກັບແນວຄິດຂອງພວກເຂົາວ່າເປັນຍ້ອນຫຍັງພວກເຂົາຈິ່ງບໍ່ຢາກມີລູກ

1. ຢາກໄປທ່ຽວໃສກໍ່ໄປໄດ້ຢ່າງສະບາຍໃຈແບບຜູ້ບ່າວຜູ້ສາວບໍ່ມີລູກໄປນຳ ແລະ ບໍ່ຫ່ວງໜ້າຫ່ວງຫຼັງ

2. ສຸຂະພາບບໍ່ອຳນວຍມີລູກບໍ່ໄດ້ ເຖິງມີໄດ້ກໍ່ສ່ຽງກັບຊີວິດຕົວເອງ ເລີຍຄິດວ່າບໍ່ມີລູກກໍ່ບໍ່ເປັນຫຍັງ

3. ຍັງບໍ່ພ້ອມທີ່ຈະມີລູກ ເພາະຢາກສ້າງຖານະຄວາມໝັ້ນຄົງໃຫ້ຊີວິດກວ່ານີ້

4. ປະສົບການທີ່ເຄີຍດູແລເດັກນ້ອຍເຮັດໃຫ້ຮູ້ສຶກບໍ່ຢາກມີລູກເລີຍ

5. ຄິດວ່າຄຸນຄ່າຂອງຄວາມເປັນແມ່ຍິງບໍ່ໄດ້ຢູ່ກັບການມີລູກພຽງຢ່າງດຽວເທົ່ານັ້ນ

6. ເປັນຄົນຮັກເດັກນ້ອຍ ແຕ່ກໍ່ບໍ່ໝາຍຄວາມວ່າພ້ອມຈະຮັບຜິດຊອບ

7. ການບໍ່ມີລູກເຮັດໃຫ້ຮູ້ສຶກບໍ່ສະບາຍໃຈ ບໍ່ມີແນວໃຫ້ຫ່ວງບໍ່ມີສິ່ງໃຫ້ຄິດວ່າວັນໜຶ່ງຈະມີເລື່ອງຮ້າຍເກີດຂຶ້ນກັບລູກຕົນ

8. ຖ້າຕົນເອງມີບໍ່ໄດ້ກໍ່ບໍ່ຢາກເອົາລູກຄົນອື່ນມາລ້ຽງ ບໍ່ຢາກເອົາໝ້ຽງເຂົາມາອົມ

9. ເວລາເບິ່ງຄົນອື່ນເກີດລູກໃນຄລິບຕ່າງໆແລ້ວຮູ້ສຶກຢ້ານ ຈົນບໍ່ກ້າມີລູກ

ເຫດຜົນທີ່ກ່າວມາຂ້າງເທິງນີ້ມັນກໍ່ເປັນພຽງທິດສະດີໜຶ່ງ ເຊິ່ງການມີລູກນັ້ນ ມັນກໍ່ຂຶ້ນກັບຄວາມສະໝັກໃຈຂອງຝ່າຍຍິງເຊັ່ນດຽວກັນ ຫາກຝ່າຍຍິງບໍ່ຕ້ອງການທີ່ຈະມີລູກໃນຕອນນີ້ ຫຼື ບໍ່ຢາກມີລູກເລີຍຕະຫຼອດຊີວິດ ມັນກໍ່ແມ່ນສິດທິສ່ວນຕົວຂອງແມ່ຍິງຄົນນັ້ນ ແຕ່ແມ່ຍິງສ່ວນຫຼາຍກໍ່ຢາກມີລູກ ເພື່ອມາຕື່ມເຕັມສິ່ງທີ່ຂາດໃນຊີວິດ ແລະ ມີຄວາມເຊື່ອທີ່ວ່າ ລູກເປັນເໝືອນດັ່ງໂສ້ທອງຄ້ອງໃຈໃຫ້ພໍ່ກັບແມ່ (ຜົວເມຍ) ໃຫ້ຮັກກັນຕະຫຼອດໄປ ແລະ ລູກກໍ່ປຽບເໝືອນສາຍໃຍຄອບຄົວທີ່ສົມບູນນັ້ນເອງ.

ທີ່ມາ: sanook.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...