spot_img
Homeຊີວິດແລະຄວາມຮັກ5 ນິໄສທີ່ບໍ່ຄວນເສຍເວລາຄົບເປັນແຟນ! ໂບກມືລາດ່ວນ

5 ນິໄສທີ່ບໍ່ຄວນເສຍເວລາຄົບເປັນແຟນ! ໂບກມືລາດ່ວນ

Published on

ຫຼາຍຄົນທີ່ໃຝ່ຝັນຢາກຈະມີຄົນຮັກ ແລະ ມີຊີວິດການແຕ່ງງານທີ່ດີເໝືອນໃນເທບນິຍາຍ ຫາກທ່ານເປັນຄົນໜຶ່ງທີ່ໂຊກດີໃນເລື່ອງຄວາມຮັກກໍ່ດີໃຈນຳ ແຕ່ຖ້າທ່ານຍັງບໍ່ໄດ້ພົບຮັກແທ້ໃນຊີວິດເທື່ອ ວັນນີ້ເຮົາຈະມາແນະນຳຄົນທີ່ມີນິໄສບໍ່ທີ່ຄວນເສຍເວລາຄົບເປັນແຟນ ຮູ້ແລ້ວຄວນໂບກມືອຳລາດ່ວນ ເພາະຢ່າລືມວ່າເວລາໝູນໄປທຸກວັນ ໂດຍສະເພາະສາວໆ ຍິ່ງໂສດດົນ ຍິ່ງສ່ຽງຕໍ່ການຂຶ້ນຄານ

1. ຄົນປະເພດເຮັດໂຕຄືພວງມະໄລລົດ: ຄົນປະເພດນີ້ມັກປ່ອຍເນື້ອປ່ອຍຕົວ ບໍ່ມັກການຜູກມັດ ບໍ່ມັກລົງຫຼັກປັກຖານກັບໃຜງ່າຍໆ ມັກໃຊ້ຊີວິດເປັນນັກລ້າ, ນັກລອງ ໂດຍສະເພາະແນວຄິດເລື່ອງຄວາມສຳພັນ ການແຕ່ງງານມັນບໍ່ແມ່ນເປົ້າໝາຍຫຼັກຂອງເຂົາເລີຍ

2. ຄົນປະເພດມັກແກ້ຕົວ: ຄົນປະເພດນີ້ເປັນຄົນທີ່ເຊື່ອຖືບໍ່ໄດ້ ເພາະເຂົາພ້ອມຈະຫັກສັນຍາທີ່ມີກັບທ່ານທັນທີ ແລະ ເຂົາກໍ່ຈະມີເຫດຜົນສາລະພັດເພື່ອມາແກ້ຕົວຫຼາຍກວ່າການແກ້ໄຂສິ່ງຕ່າງໆໃຫ້ດີຂຶ້ນ ແລະ ເຂົາກໍ່ຈະເຮັດຜິດກັບທ່ານຊ້ຳໆໂດຍບໍ່ມີການປັບປຸງຕົວເອງເພື່ອທ່ານ ໃນທີ່ສຸດທ່ານກໍ່ທົນເຂົາບໍ່ໄດ້ແລ້ວກໍ່ຈາກເຂົາໄປເອງ

3. ຄົນປະເພດຂີ້ຖີ່, ເຫັນແກ່ຕົວ: 
ປະເພດບໍ່ມັກຈ່າຍຊ່ວຍ, ຄົນທີ່ຂີ້ຖີ່ປະເພດບໍ່ຮູ້ພີ່ຮູ້ນ້ອງ, ບໍ່ຮູ້ເພື່ອນຝູງ, ບໍ່ຮູ້ກາລະເທສະ ຍາມໃດກໍ່ມີແຕ່ຢາກໄດ້ເຂົ້າຖົງຕົວເອງ ບໍ່ຢາກອອກຊ່ວຍ ບໍ່ຮູ້ການເສຍສະຫຼະ… ຖ້າເປັນຝ່າຍຊາຍເມື່ອອອກເດດກັບຝ່າຍຍິງແລ້ວບໍ່ຍອມຈົກເງິນຈ່າຍຊ່ວຍ ຍາມໃດກໍ່ໃຫ້ແຕ່ຝ່າຍຍິງລ້ຽງຕະຫຼອດ ອັນນີ້ກໍ່ບໍ່ໄຫວ

4. ຄົນປະເພດມົກມຸ້ນຢູ່ແຕ່ເລື່ອງໃນອະດີດ: ຄົບຄົນມີອະດີດມັນບໍ່ແມ່ນເລື່ອງທີ່ຜິດ ແຕ່ຄົບກັບຄົນມົກມຸ້ນຢູ່ແຕ່ໃນອະດີດມັນເປັນເລື່ອງທີ່ໜ້າເບື່ອ ແລະ ອາດຈະເຮັດໃຫ້ເຮົາເຈັບຊ້ຳກັບອະດີດທີ່ເຂົາບໍ່ມີວັນລືມໄດ້ ເພາະການຢູ່ກັບຄົນຮັກທີ່ມັກລະບາຍເລື່ອງລາວໃນອະດີດຂອງຄົນຮັກເກົ່າໃຫ້ເຮົາຟັງເປັນປະຈຳ ມັນກໍ່ສະແດງໃຫ້ຮູ້ເລີຍວ່າເຂົາຍັງລືມແຟນເກົ່າບໍ່ໄດ້ ແລະ ຖ້າວັນໃດແຟນເກົ່າເຂົາກັບຄືນມາ ເຮົາກໍ່ຈະກາຍເປັນຄົນນອກສາຍຕາເຂົາໄປໃນທັນທີ ດັ່ງຄຳທີ່ວ່າຖ່ານໄຟເກົ່າບໍ່ເປົ່າກໍ່ລຸກ

5. ຄົນປະເພດເອົາແຕ່ໃຈຕົວເອງ:
ການເອົາອົກເອົາໃຈຄົນຮັກມັນເປັນເລື່ອງທຳມະດາ ເປັນເລື່ອງປົກກະຕິທີ່ຄົນຮັກເຂົາເຮັດໃຫ້ກັນ ແຕ່ບາງຄັ້ງຖ້າໄດ້ຄົບກັບຄົນທີ່ມີນິໃສເອົາແຕ່ໃຈຕົວເອງແບບບໍ່ມີຂີດຈຳກັດ, ນັ້ນກໍ່ບໍ່ໄດ້, ນີ້ກໍ່ບໍ່ດີ ຍາມໃດກໍ່ໃຫ້ເຮົາເອົາໃຈຕະຫຼອດ ແບບປະເພດທີ່ວ່າຖືກໃຈເຂົາຜິດໃຈເຮົາ ຢ່າມັນ… ! ຊ່ວງທຳອິດກໍ່ພໍຍອມກັນໄດ້ແຕ່ດົນໆໄປກໍ່ຄົງບໍ່ໄຫວແນ່ນອນ ເພາະຄວາມຮັກທີ່ມີຄວາມສຸກນັ້ນແມ່ນທັງສອງຕ້ອງເອົາໃຈເຊິ່ງກັນ ແລະ ກັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...