spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມການປ່ຽນແປງຂອງຊ່ອງຄອດຂອງໃນຊ່ວງໄວອາຍຸ 20-30 ແລະ 40 ປີ! ແມ່ຍິງຄວນຮູ້

ການປ່ຽນແປງຂອງຊ່ອງຄອດຂອງໃນຊ່ວງໄວອາຍຸ 20-30 ແລະ 40 ປີ! ແມ່ຍິງຄວນຮູ້

Published on

ມີການສຳຫຼວດກ່ຽວກັບແມ່ຍິງໃນອາເມລິກາວ່າ ພວກນາງມີຄວາມເຂົ້າໃນໃນຮ່າງກາຍຂອງຕົວເອງຫຼາຍໜ້ອຍພຽງໃດ ເຊິ່ງຜົນສຳຫຼວດອອກມາໜ້າແປກໃຈວ່າ ແມ່ຍິງສ່ວນຫຼາຍຈະບໍ່ມີຄວາມເຂົ້າໃຈໃນຮ່າງກາຍຂອງຕົນເອງ ໂດຍສະເພາະຢ່າງຍິ່ງເລື່ອງຂອງຄວາມປ່ຽນແປງທາງອະໄວຍະວະສືບພັນ ຫຼື ຊ່ອງຄອດນັ້ນເອງ ແລະ ຄວາມປ່ຽນ ແປງຂອງຊ່ອງຄອດ ໃນແຕ່ລະຊ່ວງໄວອາຍຸ ກໍ່ສົ່ງຜົນກະທົບຫຼາຍຕໍ່ແມ່ຍິງເຊັ່ນດຽວກັນ

– ໃນໄວອາຍຸ 20 ຊ່ອງຄອດຂອງແມ່ຍິງມີການຫົດຕົວດີ ເປັນຊ່ວງໄວລຸ້ນຂຶ້ນໃໝ່ ອະໄວຍະວະຕ່າງໆ ຈະຂະຫຍາຍ ແລະ ເຕີບໃຫຍ່ຂຶ້ນມາເປັນໄວຜູ້ໃຫຍ່ ຮີມຊ່ອງຄອດ ເຊິ່ງເປັນອະໄວຍະວະຢູ່ພາບນອກ ມີລັກສະນະຄອຍປົກປິດຈຸດລັບໃນຮ່າງກາຍ ໃນໄວອາຍຸນີ້ຮີມຊ່ອງຄອດຈະຍັງບາງໆ ແຕ່ເມື່ອອາຍຸຫຼາຍຂຶ້ນ ມີໄຂມັນໃຕ້ຜິວໜັງຫຼາຍຂຶ້ນ ອະໄວ ຍະວະສືບພັນກໍ່ຈະມີຂະໜາດໃຫຍ່ຂຶ້ນ

– ໃນໄວອາຍຸ 30 ຈະມີຄວາມປ່ຽນແປງ 2 ຢ່າງຄື: ສີຂອງອະໄວຍະວະເພດຈະເຂັ້ມຂຶ້ນ ແລະ ມີການຢືດຕົວຫຼາຍຂຶ້ນ ເຮົາຈະມາເວົ້າເລື່ອງສີຂອງອະໄວຍະວະສືບພັນກ່ອນ ເນື່ອງຈາກໃນເວລາຖືພາ ຫຼື ການມີອາຍຸເພີ່ມຂຶ້ນ ຮໍໂມນຈະປ່ຽນແປງ ນັ້ນເຮັດໃຫ້ສີຂອງຮີມຊ່ອງຄອດຈະເປັນສີເຂັ້ມ ຫາກພົບຄວາມປ່ຽນແປງໃນຈຸດນີ້ກໍ່ບໍ່ຕ້ອງຕົກໃຈ ນັ້ນເປັນເລື່ອງທຳມະຊາດ ສ່ວນເລື່ອງຂອງການຢືດຕົວຂອງອະໄວຍະວະສືບພັນນັ້ນ ເຮົາຮູ້ກັນດີວ່າ ໃນເວລາຖືພາ ມົດລູກຂອງແມ່ຍິງຈະຂະຫຍາຍຕົວອອກ ຈົນມີຂະໜາດໃຫຍ່ກວ່າລູກໝາກໂມ ແລະ ສາມາດຫົດກັບເຂົ້າທີ່ໄດ້ໃນເວລາ 6 ອາທິດ ຫຼັງເກີດລູກ ເກີດລູກດ້ວຍວິມີການຜ່າຕັດນັ້ນເຮັດໃຫ້ເກີດຮອດແຜເປັນ ແລະ ບາງຄົນອາດຮູ້ສຶກເຈັບແຜນັ້ນໄປອີກເປັນປີ ເຊິ່ງກໍ່ເປັນເລື່ອງປົກກະຕິເຊັ່ນດຽວກັນ

– ໃນໄວອາຍຸ 40 ປະລິມານໄຂ່ທີ່ຮ່າງກາຍຜະລິດໄດ້ ຈະຫຼຸດລົງຢ່າງໄວ ແຕ່ແມ່ຍິງໃນໄວອາຍຸນີ້ ກໍ່ຍັງມີໄຂ່ຕົກ ແລະ ປະຈຳເດືອນຢູ່ ໄລຍະຂອງຮອບເດືອນ ອາດຈະເລີ່ມມີການປ່ຽນແປງ ບາງຄົນຮອບເດືອນສັ້ນລົງ ບາງຄົນກໍ່ຍາວຂຶ້ນ ແລະ ເມື່ອເຖິງ 50 ປີຂຶ້ນໄປແລ້ວ ກໍ່ຈະເຂົ້າສູ່ໄລຍະການໝົດປະຈຳເດືອນ ເຊິ່ງຮ່າງກາຍໄດ້ປັບເຂົ້າສູ່ພາວະໄວຈະເລີນພັນມາກ່ອນໜ້ານີ້ປະມານ 5-10 ປີແລ້ວ ແລະ ໃນຊ່ວງອາຍຸໄວນີ້ເອງ ແມ່ຍິງຈະພົບກັບຄວາມປ່ຽນແປງຫຼາກຫຼາຍຂອງອະໄວຍະວະຕ່າງໆ ທັງກ້າມເນື້ອ, ເນື້ອເຍື່ອ, ເສັ້ນເອັນ, ປີກມົດລູກ ເມື່ອອະໄວຍະວະຂາດຄວາມກະຊັບ ບັນຫາກໍ່ເລີ່ມເກີດ ໂດຍສະເພາະກັບສ່ວນລຸ່ມຂອງຮ່າງກາຍ ບໍ່ວ່າຈະເປັນການກັ້ນປັດສະວະບໍ່ຢູ່ ຫຼື ຄວາມຮູ້ສຶກໜັກໆ ຖ່ວງໆ ເມື່ອອະໄວຍະວະສືບພັນພາຍໃນຍ່ອນຍານ

ນອກຈາກນັ້ນແລ້ວ ແມ່ຍິງຄວນຮູ້ອີກວ່າ ເມື່ອລະດັບຮໍໂມນເອສໂຕເຈນຂອງເຮົາຫຼຸດລົງນ້ອຍລົງ ມັນຈະມີຜົນກະທົບໄປທີ່ຊ່ອງຄອດຂາດຄວາມສົມດຸນ ເກີດການອັກເສບໄດ້ງ່າຍ ຜະໜັງຊ່ອງຄອດແຫ້ງ ຄັນ ບວມແດງ

ແຕ່ທັງນີ້ກໍ່ມີຄຳແນະນຳວ່າ ການມີເພດສຳພັນຢ່າງສະໝ່ຳສະເໝີ ເປັນປົກກະຕິ ຈະຊ່ວຍຢັບຢັ້ງອາການເສື່ອມຂອງອະໄວຍະວະສືບພັນຂອງແມ່ຍິງໄດ້

ທີ່ມາ: http://women.sanook.com/49661/

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...