spot_img
Homeຊີວິດແລະຄວາມຮັກ7 ວິທີຈັບຜິດຄົນຂີ້ຕວະ

7 ວິທີຈັບຜິດຄົນຂີ້ຕວະ

Published on

ໍບໍ່ວ່າທ່ານຈະຄົບກັນມາຈັກປີກໍ່ຕາມກໍ່ຕ້ອງມີເລື່ອງໜຶ່ງສອງເລື່ອງທີ່ຕ້ອງເວົ້າຕວະກັນ ກໍ່ວ່າຈະເປັນເລື່ອງໃດກໍ່ຕາມວັນນີ້ ຊີວິດ ກັບ ຄວາມຮັກ ເຮົາມາຮູ້ຈັກກັບ 7 ວິທີຈັບຜິດຄົນຂີ້ຕວະມາຝາກກັນ ເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ

1. ເບິ່ງຕາເຂົາ ຫາກເຂົາພະຍາຍາມຫຼົບສາຍຕາທ່ານ ຫຼື ເຮັດຕາລັກອກແລັກໄປມາຜິດຈາກປົກກະຕິ ສະແດງວ່າເຂົາມີເລື່ອງປິດບັງທ່ານແນ່ນອນ
2. ຈ້ອງຕາເບິ່ງທ່ານ ຖ້າບໍ່ໄດ້ຢູ່ໃນອາລົມ ຫຼື ບັນຍາກາດທີ່ຫວານຊຶ້ງແຕ່ເຂົາກັບຈ້ອງຕາເບິ່ງທ່ານດົນຜິດປົກກະຕິ ສະແດງວ່າເຂົາກຳລັງມີຫຍັງໃນໃຈແນ່ນອນ ເພາະຄົນຈຳພວກນີ້ທີ່ຈ້ອງຕາເບິ່ງທ່ານດົນກວ່າປົກກະຕິ ເພາະເຂົາຢ້ານວ່າຖ້າເຂົາຫຼົບສາຍຕາທ່ານ ຫຼື ເຮັດຕາລັອກແລັກໄປມາທ່ານສະສົງໃສເຂົາໄດ້
3. ມືເຊື່ອງໃນກະເປົນຕະຫຼອດເວລາ ຫາກທ່ານຈັບຜິດທາງຕາບໍ່ໄດ້ແຕ່ຍັງຄິດຄາໃຈຢູ່ ກໍ່ໃຫ້ປ່ຽນມາສັງເກດທີ່ມືແທນ ເຊິ່ງຖ້າປົກກະຕິແລ້ວຫາກເຂົາບໍ່ແມ່ນຄົນເກັບຕົວ ຂີ້ມາດ ແຕ່ວັນນີ້ມາແປກ ມັກຈົກຖົງຢູ່ຕະຫຼອດ ສະແດງວ່າ ເຂົາມີຄວາມຄິດໃນໃຈບາງຢ່າງທີ່ບອກທ່ານບໍ່ໄດ້
4. ເລົ່າທຸກລາຍລະອຽດ ສ່ວນຫຼາຍຖ້າຄົນທີ່ຖືກແຟນຖາມວ່າ ໄປໃສມາ? ໄປເຮັດຫຍັງມາ? ພວກເຂົາກໍ່ຕອບແບບສັ້ນໆ ໂດຍສະເພາະຜູ້ຊາຍ ພໍໃຫ້ທ່ານສະບາຍແລ້ວກໍ່ລົມເລື່ອງອື່ນຕໍ່ ແຕ່ຖ້າເມື່ອໃດພວກເຂົາເລົ່າລາຍອຽດແບບຍາວຢຽດ ເຊິ່ງຜິດປົກກະຕິຈາກທີ່ເຄີຍເປັນ ຈົ່ງລະວັງໄວ້ບາງເທື່ອເຂົາອາດມີຫຍັງປິດບັງໃນເລື່ອງນັ້ນກໍ່ໄດ້ ແຕ່ສຳລັບຂໍ້ນີ້ມັນກໍ່ບໍ່ແມ່ນສະເໝີໄປ ເພາະບາງຄົນກໍ່ມັກລົມຢາກເວົ້າໃຫ້ຟັງກໍ່ມີ
5. ເອົາມືລູບທີ່ດັງ ຕາມສາດຂອງຈິດວິທະຍາບອກວ່າຄົນທີ່ກຳລັງເວົ້າຕວະເອົາມືເອົາລູບດັບ, ຈັບດັງ ເພາະກັງວົນວ່າຄົນອື່ນຈະຈັບໄດ້ວ່າຕົວເອງກຳລັງເວົ້າຕວະຢູ່ນັ້ນເອງ
6. ເລົ່າເຫດການຍ້ອນຫຼັງບໍ່ໄດ້ ຖ້າເຮົາຖາມຄືນ ແລ້ວເລົ່າເຫດການຍ້ອນຫຼັງໄປໄດ້ວົກໄປວຽກມາ ຫຼື ເວົ້າມີພິຫລຸດຫຼາຍຢ່າງ ໝາຍຄວາມວ່າເຂົາກຳລັງເວົ້າຕວະທ່ານຢູ່

7. ຢຸດຄິດດົນ ສຳລັບຄົນທີ່ກຳລັງຈະເວົ້າຕວະແບບບໍ່ໄດ້ກຽມຕົວມາລ່ວງໜ້າ ມັກຈະຊິງເພື່ອຄິດກ່ອນເວົ້າສະເໝີ ເພາະຢ້ານຖ້າເວົ້າອອກໄປແລ້ວຈະຈື່ສິ່ງທີ່ຕົນເອງເວົ້າອອກໄປກ່ອນໜ້ານີ້ບໍ່ໄດ້ນັ້ນເອງ

 

ທີ່ມາ: http://www.siamok.com/s/138882

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...