Homeຂ່າວພາຍ​ໃນກອງປະຊຸມຖອດຖອນບົດຮຽນ "ການໃຫ້ທຶນນັກສຶກສາ" ຂອງບໍລິສັດເບຍລາວ ສົກປີ2015-2016

ກອງປະຊຸມຖອດຖອນບົດຮຽນ “ການໃຫ້ທຶນນັກສຶກສາ” ຂອງບໍລິສັດເບຍລາວ ສົກປີ2015-2016

Published on

20160624_153620

ເມື່ອຕອນເວລາ 14:00 ໂມງ ຂອງຕອນບ່າຍມື້ນີ້ ທີ່ສະຖາບັນວິຈິດສິນແຫ່ງຊາດໄດ້ມີ ການເປີດກອງປະຊຸມຖອກຖອນບົດຮຽນ “ການໃຫ້ທຶນນັກສຶກສາ” ຂອງຄະນະຮັບຜິດຊອບທຶນການສຶກສາຂອງບໍລິສັດເບຍລາວ ແລະຄະນະຮັບຜິດຊອບກອງທຶນການສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະສະຖາບັນວິຈິດສິນແຫ່ງຊາດ ປະຈຳສົກປີ 2015-2016 ຄັ້ງວັນທີ 24, ມິຖຸນາ, ປີ 2016 ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີທົນ ດີມາກ ຮອງຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ, ທ່ານ ສົນທະນີ ຫລວງໄຊຊະນະ ຮອງປະທານກອງທຶນການສຶກສາມະຫາວິທະຍາໄລແຫ່ງຊາດ ແລະທ່ານບຸນກັນ ກຸນລະບຸດ ຜູ້ອຳນວຍການ ຝ່າຍປະຊາສຳພັນບໍລິສັດເບຍລາວ ພ້ອມດ້ວຍພະນັກງານຄູອາຈານ ທີ່ຮັບຜິດຊອບທຶນການສຶກສາຈາກບໍລິສັດເບຍລາວ ແລະນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກສອງສະຖາບັນດັ່ງກ່າວ ກໍໄດ້ເຂົ້າຮ່ວມຮັບຟັງການຢ່າງພ້ອມພຽງຮຽງໜ້າ.

20160624_152518

ຈຸດປະສົງຂອງງານດັ່ງກ່າວ ເຊິ່ງເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງພາກສ່ວນຜູ້ໃຫ້ທຶນ ແລະຜູ້ໄດ້ທຶນ. ບໍລິສັດເບຍລາວ ແມ່ນບໍລິສັດໜຶ່ງທີ່ໃຫ້ການຊ່ວຍເຫລືອສັງຄົມຢ່າງຈິງຈັງ ແລະຫລວງຫລາຍມາຕະຫລອດ ນອກນັ້ນ ຍັງໄດ້ທີໂຄງການທຶນການສຶກສາ ທີ່ຊ່ວນເຫລືອນັກສຶກສາທີ່ທຸກຍາກ ແລະຮຽນດີ ແກ່ນັກສຶກສາສະຖາບັນວິຈິນສິນແຫ່ງຊາດ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດ ມາເປັນເວລາ 6 ປີ. ສະນັ້ນ ເພື່ອເປັນການທົບທວນບັນດາຜົນງານ ແລະເພື່ອເຮັດໃຫ້ການຊ່ວຍເຫລືອໃຫ້ທຶນການສຶກສານີ້ ບັນລຸຕາມຈຸດປະສົງ, ຄາດໝາຍ ແລະມີຄຸນນະພາບດີຍີິ່ງໆຂຶ້ນ ຈຶ່ງໄດ້ມີກອງປະຊຸມຖອດຖອນບົດຮຽນການໃຫ້ທຶນແກ່ນັກສຶກສາ ຂອງຄະນະຮັບຜິດຊອບທຶນການສຶກສາຂອງບໍລິສັດເບຍລາວ ແລະຄະນະຮັບຜິດຊອບກອງທຶນການສຶກສາມະຫາວິທະຍາໄລແຫ່ງຊາດ ປະຈຳສົກສຶກສາ 2015-2016 ນີ້ຂຶ້ນ.

ສຸດທ້າຍຂອງງານ ມີການມອບຂອງຂວັນເຊິ່ງກັນແລະກັນ ລະຫວ່າງສອງສະຖາບັນ ແລະບໍລິສັດເບຍລາວ ກອງປະຊຸມໄດ້ປິດລົງຢ່າງເປັນຜົນສຳເລັດ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...