ຜູ້ທີ່ເລີ່ມເຮັດອາຊີບເສີມ ບໍ່ວ່າຈະເປັນການຂາຍສິນຄ້າ ຫຼື ການໃຫ້ບໍລິການ ຍ່ອມຄາດຫວັງແບຣນຂອງຕົວເອງໃຫ້ກາຍເປັນທີ່ຮູ້ຈັກ ເພື່ອຈະໄດ້ລູກຄ້າມາຊື້ສິນຄ້າ ຫຼື ມາໃຊ້ບໍລິການ ແລ້ວຈະເຮັດແນວໃຫ້ແບຣນສິນຄ້າຂອງເຮົານັ້ນຕິດຕະຫຼາດ ສະນັ້ນເຮົາມາຮູ້ຈັກ 4 ຂັ້ນຕອນສ້າງແບຣນສິນຄ້າໃຫ້ຕິດຕະຫຼາດກັນເລີຍ
ສ້າງແບຣນງ່າຍໆ ເຮັດໃຫ້ຄົນຈື່ງ່າຍ ຕົວຢ່າງ: Facebook, Line, Twitter
ສື່ສານເຖິງສິນຄ້າ ແລະ ຄຸນນະພາບຂອງສິນຄ້າ: ນອກຈາກແບຣນທີ່ສ້າງຈະຕ້ອງຈື່ງ່າຍແລ້ວ ມັນຕ້ອງມີລັກສະນະສື່ເຖິງສິນຄ້າຢ່າງຊັດເຈນ ເຊັ່ນ: Pepsi, Beer Lao, Laopost…
ໃຫ້ລູກຄ້າໄດ້ລອງໃຊ້ສິນຄ້າ: ເບື້ອງຕົ້ນເຮົາຕ້ອງມີການເປີດຕົວສິນຄ້າ ແນະນຳແບຣນສິນຄ້າ ແລະ ໃຫ້ລູກຄ້າໄດ້ທົດລອງໃຊ້ຜະລິດຕະພັນຕົວຢ່າງສິນຄ້າ ຫຼື ການບໍລິການຂອງເຮົາກ່ອນ ເພື່ອເພີ່ມຄວາມໝັ້ນໃຈກັບລູກຄ້າທີ່ມີຕໍ່ຜະລິດຕະພັນຂອງເຮົາໃຫ້ຫຼາຍຂຶ້ນກວ່າເດີມ
ຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່ ມີຄຳທີ່ກ່າວໄວ້ວ່າ “ການຮັກສາລູກຄ້າເກົ່າເອົາໄວ້ໄດ້ຈະມີຕົ້ນທຶນທີ່ດີໃນທຸກລະກິດ” ນອກຈາກການພັດທະນາດ້ານຄຸນນະພາບຂອງສິນຄ້າ ຫຼື ການບໍລິການໃຫ້ມີຄຸນະພາບສູງ ເພື່ອຮັກສາລູກຄ້າເກົ່າແລ້ວ ທ່ານຕ້ອງຫາຊ່ອງທາງສ້າງຖານລູກຄ້າໃໝ່ ເພື່ອເຮັດໃຫ້ທຸກລະກິດຂອງທ່ານມີຈະເລີນແລະ ຄວາມໝັ້ນຄົງຍິ່ງຂຶ້ນ
ທີ່ມາ: http://money.kapook.com/view91735.html