Homeຊີວິດແລະຄວາມຮັກບໍ່ໄດ້ນອກໃຈພຽງຕ້ອງການສິ່ງທີ່ຂາດຫາຍໄປກັບຄືນມາ...ເທົ່ານັ້ນເອງ

ບໍ່ໄດ້ນອກໃຈພຽງຕ້ອງການສິ່ງທີ່ຂາດຫາຍໄປກັບຄືນມາ…ເທົ່ານັ້ນເອງ

Published on

ຂ້ອຍຊື່ເມສາ ແຕ່ງານໄດ້ສີ່ປີແລ້ວ ແຕ່ຍັງບໍ່ທັນໄດ້ມີລູກເທື່ອ ສອງປີທຳອິດທີ່ຂ້ອຍຢູ່ກັບຄູ່ຮັກ (ຜົວ) ຊີວິດຂ້ອຍກໍ່ມີຄວາມສຸກດີ ຜົວຂອງຂ້ອຍເອົາໃຈໃສ່ດູແລເປັນຢ່າງດີຈົນເຮັດໃຫ້ຂ້ອຍຮູ້ສຶກວ່າ ຂ້ອຍເປັນແມ່ຍິງທີ່ໂຊກດີທີ່ສຸດໃນສາມໂລກ ແຕ່ເລີ່ມກ້າວເຂົ້າມາປີທີສາມຜົວຂ້ອຍໄດ້ຕຳແໜ່ງທີ່ໃຫຍ່ຂຶ້ນກວ່າເດີມ ຂ້ອຍຮູ້ສຶກດີໃຈສຸດໆເລີຍ ແຕ່ທຸກສິ່ງທຸກຢ່າງມັນກັບກົງກັນຂ້າມວຽກງານຈະເລີນຂຶ້ນແຕ່ຄວາມສຸກໃນຊີວິດຄອບຄົວຕົກຕ່ຳລົງຄວາມຫວານເລີ່ມຈືດຈາງລົງເຊິ່ງຂ້ອຍກໍ່ບໍ່ຮູ້ວ່າມັນເກີດຫຍັງຂຶ້ນກັບຊີວິດຄູ່ຂອງຂ້ອຍ ຜົວທີ່ເຄີຍຮັກແພງຫ່ວງຫາໃສ່ໃຈຂ້ອຍມັນໄດ້ຫາຍໄປ ດຽວນີ້ເໝືອນກັບຄົນລະຄົນທິດໜຶ່ງແທບຈະບໍ່ໄດ້ກິນເຂົ້າຮ່ວມກັນ ເດືອນໜຶ່ງບໍ່ໄດ້ໄປທ່ຽວນຳກັນເລີຍພຽງແຕ່ຄັ້ງດຽວກໍ່ບໍ່ເຄີຍ ຜົວຂ້ອຍອ້າງແຕ່ວຽກ ແລະ ໃຫ້ຄວາມສຳຄັນເລື່ອງອື່ນຫຼາຍກວ່າຂ້ອຍ ທຸກວັນເມືອລາວກັບຈາກວຽກມາເມື່ອຍໆ ແທນທີ່ຈະອາບນ້ຳກິນເຂົ້າເບິ່ງໜັງກັບເມຍເໝືອນແຕ່ກ່ອນ ແຕ່ຕອນນີ້ເມື່ອກັບມາຮອດເຮືອນກໍ່ຟ້າວອາບນ້ຳປ່ຽນເຄື່ອງແລະອອກໄປຫຼິ້ນນຳໝູ່ຂອງລາວ ບາງເທື່ອກໍ່ບອກວ່າໄປຕີບູ້ນ, ບາງເທື່ອກໍ່ວ່າໄປເຕະບານ, ບາງເທື່ອກໍ່ວ່າໄປເຊຍບານກັບໝູ່ ເດິກໆດື່ນໆຈິ່ງກັບມາເຮືອນ ບາງເທື່ອຂ້ອຍໂທຫາກໍ່ບໍ່ຮັບສາຍ ຫຼື ຖ້າຮັບກໍ່ເວົ້າໜ້ອຍໜຶ່ງແລ້ວກໍ່ຟ້າວວາງສາຍ ເສົາອາທິດກໍ່ວ່າໄປຕີກ໊ອບກັບຫົວໜ້າໃຫຍ່ ບາດຂ້ອຍຖາມກໍ່ມີແຕ່ເຮັດສີໜ້ານ້ຳສຽງບໍ່ພໍໃຈ ຂ້ອຍເຄີຍສົງໃສວ່າຜົວຂ້ອຍອາດຈະລັກມີເມຍນ້ອຍ ດັ່ງນັ້ນຂ້ອຍຈິ່ງເຄີຍສະກົດຮອຍຕາມໄປເພື່ອໃຫ້ເຫັນກັບຕາມແຕ່ກໍ່ບໍ່ມີສິ່ງຜິດສັງເກດເກີດຂຶ້ນ ແລ້ວຂ້ອຍກໍ່ໄດ້ແຕ່ມານັ່ງຄິດຄົນດຽວຈົນເໝືອນຄົນຈະເປັນບ້າປ່ວງ ພະຍາຍາມປ່ຽນແປງຕົວເອງເພື່ອຈະໃຫ້ຜົວກັບມາສົນໃຈແລ້ວຜົວກໍ່ຍັງເສີຍຊາໃສ່ຢູ່ເໝືອນເດີມ ຜ່ານມາໜຶ່ປີ ຂ້ອຍເລີ່ມຊິນຊາກັບພຶດຕິກຳທີ່ຜົວຂ້ອຍມີໃຫ້ຂ້ອຍ ແລະ ຂ້ອຍກໍ່ເລີ່ມທຳໃຈໄດ້

ຈົນມີວັນໜຶ່ງມີຊາຍຄົນໜຶ່ງໄດ້ຢ້າຍເຂົ້າມາຢູ່ໃໝ່ເປັນເຮືອນຂ້າງໆເຮືອນຂ້ອຍເອງ ລາວຊື່ກອນ ຢ້າຍມາຈາກຫຼວງພະບາງ ທ້າວກອນ ລາວມາເຊົ່າທີ່ເຮືອນຫຼັງນີ້ເພື່ອຮຽນ ແລະ ເຮັດວຽກໄປນຳ ວັນນັ້ນຂ້ອຍໄດ້ຢືນຫົດດອກໄມ້ທີ່ໜ້າບ້ານແລ້ວ ທ້າວກອນກໍ່ຍ່າງມາທີ່ຮົ້ວກັ້ນຂະໜາດຄວາມສູງຂອງຮົ້ວບໍ່ສູງປານໃດສູງປະມານ 1 ແມັດ ທ້າວ ກອນລາວໄດ້ກ່າວຄຳທັກທາຍຂ້ອຍກ່ອນ ຈາກນັ້ນພວກເຮົາກໍ່ໄດ້ທັກທາຍກັນລົມກັນຕາມປະສາບ້ານໃກ້ເຮືອນຄຽງ

ທ້າວ ກອນ ເປັນຄົນຮູບຮ່າງໜ້າຕາດີ, ອາຍຸຂອງລາວກໍ່ນ້ອຍກວ່າຂ້ອຍສອງປີ ແລະ ເປັນຄົນມີນ້ຳໃຈມັກໃຫ້ການຊ່ວຍເຫຼືອຂ້ອຍຢູ່ສະເໝີບໍ່ວ່າຈະມີບັນຫາດອກໄຟຂາດ, ຟິວຂາດ, ທໍ່ນ້ຳປາປາແຕກ, ຫຍ້າໜ້າບ້ານຂຶ້ນຫຼາຍ ທ້າວ ກອນກໍ່ອາສາເຮັດຊ່ວຍໂດຍບໍ່ຫວັງສິ່ງຕອບແທນ ເວລາຜ່ານໄປດົນຈົນເປັນປີ ເຮັດໃຫ້ຂ້ອຍທີ່ຫົວໃຈອ້າງວ້າງກໍ່ກັບມາມີຄວາມສຸກສົດຊື່ນອີກຄັ້ງ ເຖິງຄືນນີ້ຜົວຂ້ອຍຈະບໍ່ນອນຢູ່ຄຽງຂ້າງ ແຕ່ຂ້ອຍກໍ່ບໍ່ຮູ້ສຶກເຫງົາ ຫຼື ອ້າງວ້າງອີກຕໍ່ໄປ ເພາະຂ້ອຍ ກັບ ກອນ ໄດ້ແຊັດລາຍລົມກັນກ່ອນນອນທຸກຄືນ ເຮີ້!… ຕອນນີ້ຂ້ອຍຮູ້ສຶກມີຄວາມສຸກເໝືອນກັບຄົນມີຄວາມຮັກອີກຄັ້ງ ແຕ່ບາງຄັ້ງຂ້ອຍກໍ່ແອບອຸກໆໃນໃຈ ເພາະຂ້ອຍມີຄອບຄົວແລ້ວ ສິນທຳມັນເປັນເລື່ອງທີ່ເຄັ່ງຄັດ ໃຈໜຶ່ງກໍ່ບອກໃຫ້ຂ້ອຍຕັດໃຈລົບຄວາມຮູ້ສຶກດີໆທີ່ມີໃຫ້ທ້າວ ກອນ ເພາະມັນຜິດສິນທຳ, ແຕ່ອີກໃຈໜຶ່ງຂ້ອຍກໍ່ບອກເດີນໜ້າຕໍ່ໄປ ເຮັດຕາມຫົວໃຈທີ່ຮຽກຮ້ອງ ຕອນນີ້ຂ້ອຍຮູ້ສຶກສັບສົນ ເພາະຂ້ອຍກໍ່ຮູ້ວ່າ ທ້າວ ກອນ ກໍ່ມີຄວາມຮູ້ສຶກດີໆໃຫ້ຂ້ອຍເຊັ່ນດຽວກັນ ເລື່ອງລາວລະຫວ່າງຂ້ອຍກັບກອນຜ່ານມາເປັນປີ ຄວາມສຳພັນທາງໃຈຍິ່ງນັບວັນເພີ່ມທະວີຂຶ້ນ ຫຼາຍຄັ້ງທີ່ຂ້ອຍເກືອບເຜີຕົວເຮັດເລື່ອງບໍ່ດີງາມກັບ ທ້າວ ກອນ ແຕ່ຂ້ອຍກໍ່ຢັບຢັ້ງຊັ່ງໃຈໄວ້ໄດ້ທັນ ຫຼື ອາດເປັນເພາະຮັກຂ້ອຍທີ່ມີໃຫ້ກອນ ມັນຍັງບໍ່ເທົ່າກັບຮັກຂ້ອຍທີ່ມອບໃຫ້ຜົວ ໃນທີ່ສຸດຄວາມລັບກໍ່ບໍ່ມີໃນໂລກ ຜົວຂ້ອຍຈັບໄດ້ວ່າຂ້ອຍ ກັບ ກອນແອບມີໃຈໃຫ້ກັນ ຍ້ອນເພື່ອນບ້ານອີກຄົນບອກໃຫ້ລາວຮູ້ ແລ້ວລາວກໍ່ແອບສືບແບບລັບໆ ມາດົນ ຈົນໃນທີ່ສຸດລາວກໍ່ເປີດເຜັີຍ ວັນນັ້ນຂ້ອຍກັບຜົວຂ້ອຍຜິດໃຈກັນແຮງເກີດມີປາກສຽງກັນຂຶ້ນ ເຊິ່ງທ້າວ ກອນກໍ່ເຂົ້າມາຫ້າມ ເພາະຢ້ານວ່າຂ້ອຍຈະຖືກຜົວຂ້ອຍທຳຮ້າຍຮ່າງ ກາຍ ແລ້ວຜົວຂ້ອຍໄດ້ເອີ່ຍປາກຖາມຂ້ອຍວ່າ ລະຫວ່າງລາວ ກັບ ກອນ ຂ້ອຍຈະເລືອກໃຜ ໃນຕອນນັ້ນຊາຍທັງສອງຄົນໄດ້ຢືນເບິ່ງໜ້າຂ້ອຍດ້ວຍສາຍຕາສີໜ້າເຕັມໄປດ້ວຍຄວາມຫວັງຢາກໃຫ້ຂ້ອຍເລືອກທັງຄູ່ ຂ້ອຍບໍ່ຮູ້ວ່າຂ້ອຍຈະເລືອກໃຜດີ ຂ້ອຍເລີຍລັບຕາລົງ ແລະ ຄິດທົບທວນເລື່ອງລາວທັງໝົດ ແລ້ວຢູ່ດີໆພາບວັນວານໃນອະດີຂອງຂ້ອຍກັບຜົວກໍ່ແລ່ນເຂົ້າມາໃນຫົວຂ້ອຍບໍ່ວ່າຈະເປັນພາບໄປທ່ຽວນຳກັນ, ພາບນັ່ງເບິ່ງໜັງນຳກັນ, ພາບວັນແຕ່ງງານ, ພາບທີ່ລາວໂອບກອດເວລານອນ ທຸກພາບມັນມີຄວາມສຸກຫຼາຍ ຢູ່ດີໆນ້ຳຕາຂອຍກໍ່ໄຫລອອກມາ ຂ້ອຍໄດ້ມືນຕາຂຶ້ນແລ້ວຍ່າງໄປຈັບມື ທ້າວ ກອນ ຕອນນັ້ນສີໜ້າຜົວຂ້ອຍແມ່ນຕົກໃຈແຮງ ເມື່ອຂ້ອຍຈັບມືກອນ ແລະ ສົບຕາກັບລາວ ກອນໄດ້ຍິ້ມໃຫ້ຂ້ອຍດ້ວຍຄວາມຍິນດີ ແຕ່ສິ່ງທີ່ຂ້ອຍໄດ້ເວົ້າອອກໄປນັ້ນມັນພັດເຮັດໃຫ້ລາວຮູ້ສຶກເຈັບປວດບໍ່ໜ້ອຍ ເພາະຂ້ອຍບອກກັບລາວໄປວ່າ:​ “ຂໍໂທດເດີ້! ຂ້ອຍເລືອກຜົວຂອງຂ້ອຍ ເຈົ້າຈົ່ງຕັດໃຈ ແລ້ວໄປເລີ່ມຕົ້ນຊີວິດໃໝ່ກັບຍິງຄົນອື່ນສາ”  ຈາກນັ້ນຂ້ອຍກໍ່ຍ່າງກັບມາຈັບມືຜົວຂ້ອຍໄວ້ ທ້າວ ກອນເຮັດສີໜ້າບໍ່ພໍໃຈແລ້ວຍ່າງອອກໄປຈາກເຮືອນຂ້ອຍ ແລ້ວມື້ຕໍ່ມາລາວກໍ່ຍ້າຍອອກຈາກເຮືອນເຊົ່າຫຼັງນັ້ນທັນທີ ແລະ ຂ້ອຍກໍ່ບໍ່ໄດ້ຍິນຂ່າວຄາວລາວອີກເລີຍ ນັບຈາກວັນນັ້ນມາຂ້ອຍກໍ່ໄດ້ຜົວຄົນເກົ່າກັບຄືນ ເພາະເຫດການໃນຄັ້ງມັນອາດສອນໃຫ້ຜົວຂ້ອຍຮູ້ຫຼາຍເລື່ອງກ່ຽວກັບຄວາມຮັກ ແລະ ຊີວິດຄູ່ ແລະ ລາວຄົງເຂົ້າໃຈແລ້ວກັບຄຳທີ່ວ່າ ” ຄວາມເຫງົາເຮັດໃຫ້ຄົນນອກໃຈໄດ້ ເຖິງຈະມີເງິນໃຫ້ໃຊ້ຫຼາຍພຽງໃດກໍ່ຊື້ຄວາມສຸກທາງໃຈທີ່ແທ້ຈິງບໍ່ໄດ້” 

ແຕ່ງໂດຍ: ແອັດມິນ ປັອກເລັກ

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...