spot_img
Homeຂ່າວຕ່າງປະເທດລາຄານໍ້າມັນຕົກ ກ່ອນລົງປະຊາມະຕິໃນອັງກິດ ແລະ ຂ່າວນໍ້າມັນສະຫະລັດ

ລາຄານໍ້າມັນຕົກ ກ່ອນລົງປະຊາມະຕິໃນອັງກິດ ແລະ ຂ່າວນໍ້າມັນສະຫະລັດ

Published on

ລາຄານໍ້າມັນໃນຕະຫຼາດອາຊີຫຼຸດລົງມື້ນີ້ ກ່ອນໜ້າລາຍງານປະລິມານນໍ້າມັນດິບສຳຮອງສະຫະລັດ ແລະ ການລົງປະຊາມະຕິຂອງອັງກິດວ່າຈະຢູ່ ຫຼື ໄປຈາກສະຫະພາບເອີຣົບ (ອີຢູ) ຫຼັງຈາກລາຄານໍ້າມັນຫຍັບຂຶ້ນມາ 2 ວັນ.
ທ້າວ ຈອດ ໂຊຣອສ ມະຫາເສດຖີການເງິນຊາວອາເມລິກາ ແລະ ທ້າວ ລີ ກາຊິງ ມະຫາເສດຖີຈີນຮົງກົງກ່າວເຕືອນວ່າ ເສດຖະກິດຈະຕົກລົງໜັກຫາກອັງກິດເລືອກອອກຈາກການເປັນສະມາຊິກອີຢູ ຄວາມກັງວົນກັນວ່າຊາວອັງກິດຈະເລືອກລົງປະຊາມະຕິອອກຈາກອີຢູໃນວັນພະຫັດນີ້ສົ່ງຜົນກະທົບໄປທົ່ວໂລກ ລາຄານໍ້າດິບສະຫະລັດຫຼຸດລົງ 16 ເຊນ ຫຼື 0,32 ມາຢູ່ທີ່ບາເຣລລະ 49,21 ໂດລາ ແລະ ລາຄານໍ້າມັນດິບເບຣນຫຼຸດລົງ 23 ເຊັນ ຫຼື 0,45% ມາຢູ່ທີ່ 50,42 ໂດລາ ນອກຈາກນີ້ ນັກຄ້ານໍ້າມັນຍັງຖ້າຕິດຕາມລາຍງານປະລິມານນໍ້າມັນສຳຮອງສະຫະລັດປະຈຳອາທິດທີ່ຈະເປີດເຜີຍໃນວັນພຸດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...