spot_img
Home​ຂ່າວທ່ອງທ່ຽວໂຄງ­ການກໍ່­ສ້າງ ສວນອະ­ນຸ­ສາ­ວະ­ລີ ອົງແກ້ວຄືບໝ້າກວ່າ 40%

ໂຄງ­ການກໍ່­ສ້າງ ສວນອະ­ນຸ­ສາ­ວະ­ລີ ອົງແກ້ວຄືບໝ້າກວ່າ 40%

Published on

ໂຄງ­ການກໍ່­ສ້າງສວນອະ­ນຸສາວະລີອົງແກ້ວເປັນໂຄງ­ການໜຶ່ງທີ່ມີຄວາມໝາຍສຳ­ຄັນຂອງແຂວງເຊກອງຊຶ່ງໄດ້
ມີການເກັບກຳຂໍ້ມູນ, ສຳຫຼວດ, ສຶກສາຄົ້ນ­ຄວ້າຄວາມເປັນໄປໄດ້ແລະດຳ­ເນີນການສຳຫຼວດອອກແບບໃນປີ 2012 ແລະໄດ້ເລີ່ມລົງ­ມືກໍ່­ສ້າງໃນກາງປີ 2014 ໂດຍມາຮອດປະ­ຈຸບັນໂຄງ­ການດັ່ງ­ກ່າວປະ­ຕິ­ບັດບັນ­ດາໜ້າວຽກໄດ້ 44% ຂອງໜ້າວຽກທັງໝົດ.

ໃນວັນທີ 17 ມີຖຸນາ 2016 ແຂວງເຊກອງຈິ່ງໄດ້ຈັດພິ­ທີວາງສີລາຈາ­ລຶກໂຄງ­ການກໍ່­ສ້າງສວນອະ­ນຸ­ສາ­ວະ­ລີທ່ານ ອົງແກ້ວ ວິ­ລະບູລຸດຂອງຊາດລາວຢ່າງເປັນທາງການໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ບຸດດາວຽງ ເຈົ້າ­ແຂວງເຊກອງ, ຕາງ­ໜ້າກະ­ຊວງຖວທ, ຄະ­ນະນຳ 4 ແຂວງພາກໃຕ້, ພະ­ນັກ­ງານອາວຸໂສປະ­ຕິ­ວັດ, ສອງກຳ­ລັງປະ­ກອບອາ­ວຸດພ້ອມດ້ວຍປະ­ຊາ­ຊົນ 6 ບ້ານເທ­ສະບານແຂວງເຊກອງເຂົ້າຮ່ວມ.

ທ່ານ ຄຳຫຼ້າ ແສງມະ­ນີ ຜູ້­ອຳ­ນວຍ­ການບໍ­ລິ­ສັດຈະ­ເລີນເຊກອງກໍ່­ສ້າງຄົບວົງຈອນຈຳ­ກັດຜູ້ດຽວລາຍງານໃນພິ­ທີວ່າ: ໂຄງ­ການກໍ່­ສ້າງສວນອະ­ນຸ­ສາ­ວະ­ລີອົງແກ້ວມີສະ­ຖານ­ທີ່ຕັ້ງອັນໂດດເດັ່ນສູງສະ­ຫງ່າຢູ່ໃຈ­ກາງເທ­ສະບານແຂວງເຊກອງ,ກວມເອົາເນື້ອ­ທີ່ການກໍ່­ສ້າງທັງໝົດ4ເຮັກ­ຕາ, ປະ­ກອບມີ9ໜ້າວຽກ, ລວມມູນຄ່າການກໍ່­ສ້າງທັງໝົດ 23,49 ຕື້ກວ່າກີບໂດຍແມ່ນພະແນກຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳແລະທ່ອງທ່ຽວແຂວງເຊກອງເປັນເຈົ້າຂອງໂຄງ­ການ, ຊຶ່ງໂຄງ­ການໄດ້ລິເລີ່ມກໍ່­ສ້າງມາແຕ່ເດືອນພຶດ­ສະ­ພາ 2014, ສັນ­ຍາການກໍ່­ສ້າງໄລ­ຍະ 3 ປີ(5 ມີ­ນາ 2015?5 ມີ­ນາ 2017), ຊຶ່່ງບໍ­ລິ­ສັດຜູ້ຮັບເໝົາລົງ­ທຶນກ່ອນ 100%, ມາເຖິງປະ­ຈຸບັນປະ­ຕິ­ບັດບັນ­ດາໜ້າວຽກໂດຍລວມຂອງໂຄງ­ການໄດ້ 44% ຂອງໜ້າວຽກທັງໝົດ.

ໃນນີ້ພາກ­ສ່ວນດິນຕັດ?ຖົມ (ປັບໜ້າ­ດິນ) ປະ­ຕິ­ບັດໄດ້ 33%, ວຽກກັນເຈື່ອນ 72%, ອາ­ຄານ?ຮ້ານອາ­ຫານ 92%, ຕົກ­ແຕ່ງນ້ຳ­ພຸທັງສອງຈຸດ 73%, ຕົກ­ແຕ່ງເດີ່ນລານອະ­ເນກປະ­ສົງແລະທາງຍ່າງ 48%, ຖານຕັ້ງອະ­ນຸ­ສາ­ວະ­ລີອົງແກ້ວ 83%, ຖານປະ­ຕິມະກຳທ່ານອົງແກ້ວ 12%, ຮູບປັ້ນຫຼໍ່ທ່ານອົງແກ້ວຂີ່ມ້າຢູ່ໃນໄລ­ຍະຜ່ານແບບຢູ່ສູນກາງ, ການເດີນຕາຂ່າຍໄຟ­ຟ້າຢູ່ໃນໄລ­ຍະລິເລີ່ມການ­ຈັດ­ຕັ້ງປະ­ຕິ­ບັດ.

ທ່ານ ຄຳຫຼ້າ ແສງມະ­ນີ ກ່າວຕື່ມອີກວ່າ: ຜ່ານການ­ຈັດ­ຕັ້ງປະ­ຕິ­ບັດມາເປັນເວ­ລາເກືອບ 2 ປີການກໍ່­ສ້າງບໍ່ບັນ­ລຸເຖິງ 50% ຍ້ອນວ່າມີອຸ­ປະ­ສັກຫຍຸ້ງ­ຍາກຫຼາຍຢ່າງເປັນ­ຕົ້ນການຍົກ­ຍ້າຍປະ­ຊາຊົນໃນພື້ນທີ່ໂຄງ­ການກໍ່­ສ້າງແລະເຂດຜົນກະ­ທົບອອກຈາກໂຄງ­ການ, ອີກດ້ານໜຶ່ງເຂດໂຄງ­ການກໍ່­ສ້າງເປັນສັນ­ພູສູງສົມ­ຄວນຊຶ່ງມີຄວາມຈຳ­ເປັນໃນການເຈາະລະ­ເບີດຫີນແລະຕັດດິນມີປະ­ລິ­ມານຫຼາຍສົມ­ຄວນ, ນອກນັ້ນກໍມີຄວາມຫຍຸ້ງ­ຍາກເນື່ອງຈາກມີການປ່ຽນ­ແປງໂຄງຮ່າງຈັດຕັ້ງຂອງບໍ­ລິ­ສັດດັ່ງ­ນັ້ນການກໍ່­ສ້າງຈິ່ງໄດ້ຢຸດການກໍ່­ສ້າງຊົ່ວ­ຄາວໄລ­ຍະໜຶ່ງ.

ອີກບັນ­ຫາໜຶ່ງຍ້ອນການກໍ່­ສ້າງເບື້ອງຕົ້ນເປັນວຽກທີ່ໜັກແລະລະ­ອຽດອ່ອນຕ້ອງດຳ­ເນີນງານຢ່າງລະ­ມັດ­ລະ­ວັງເພື່ອບໍ່ໃຫ້ມີຜົນກະ­ທົບຕໍ່ສະ­ພາບແວດລ້ອມກໍຄືປະ­ຊາ­ຊົນທີ່­ຢູ່ໃກ້ຄຽງ, ປະ­ຈຸບັນທາງບໍລິສັດກໍໄດ້ສືບ­ຕໍ່ດຳ­ເນີນງານແລະປະກອບກົນຈັກເຄື່ອງ­ມືເຂົ້າໃນການດຳ­ເນີນວຽກເປັນປົກ­ກະ­ຕິແລະຕໍ່ຈາກນີ້ໄປຈະເປັນການປັ້ນຫຼໍ່ທ່ານອົງແກ້ວຂີ່ມ້າແລະວຽກຕົກ­ແຕ່ງປະ­ດັບປະ­ດາແລະຄາດວ່າໂຄງ­ການກໍ່­ສ້າງດັ່ງ­ກ່າວຈະສຳ­ເລັດໂດຍໄວແລະຮັບ­ປະ­ກັນມາດ­ຕະ­ຖານໃນການກໍ່­ສ້າງໃຫ້ມີຄວາມປາ­ນີດສວຍງານພ້ອມທັງຮັບ­ປະ­ກັນຄຸນນະພາບອີກດ້ວຍ.

ພາບຂ່າວ ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...