Home​ຂ່າວທ່ອງທ່ຽວງານມະຫາກຳທ່ອງທ່ຽວອານຸລັກອາຊຽນຈະຈັດຂຶ້ນທີ່ແຂວງຈຳປາສັກໃນມໍ່ໆນີ້

ງານມະຫາກຳທ່ອງທ່ຽວອານຸລັກອາຊຽນຈະຈັດຂຶ້ນທີ່ແຂວງຈຳປາສັກໃນມໍ່ໆນີ້

Published on

ປັດຈຸບັນບັນດາອະນຸກຳມະການ ພ້ອມດ້ວຍລັດຖະມົນຕີ ທ່ອງທ່ຽວອາຊຽນ, ອາຊຽນ+3 ແລະ ແຂກຮັບເຊີນໄດ້ເດີນທາງເຖິງເມືອງປາກເຊ ແຂວງຈຳປາສັກແລ້ວ ເພື່ອ ເຂົ້າຮ່ວມງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ, ເຊິ່ງຈະໄຂຂຶ້ນໃນວັນທີ 22-23 ມິຖຸນາ 2016 ທີ່ເມືອງປາກເຊ, ຄາດວ່າຈະມີທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ.

ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະ ນະທໍາແລະ ທ່ອງທ່ຽວ ທັງເປັນຫົວໜ້າອະນຸກຳມະການເນື້ອໃນ ແລະ ກອງເລຂາໃຫ້ຮູ້ວ່າ: ສຳລັບຕອນບ່າຍຂອງວັນທີ 21 ມິຖຸນາ ຈະມີກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເພື່ອຜ່ານຮ່າງຖະແຫລງການ ປາກເຊ, ຕອນເຊົ້າວັນທີ 22 ມິຖຸນາ ຈະເປີດງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ 2016 ແລະ ງານວາງສະແດງການທ່ອງທ່ຽວສີຂຽວ ແລະ ໃນຕອນແລງວັນດຽວກັນ ກໍຈະມີກອງປະຊຸມໂຕະມົນລະດັບລັດຖະມົນຕີທ່ອງທ່ຽວອາຊຽນ ເພື່ອຈະໄດ້ພິຈາລະນາ-ຮັບຮອງເອົາຮ່າງຖະແຫລງການປາກເຊ, ສ່ວນຕອນຄ່ຳ ກໍຈະມີງານລ້ຽງຮັບຮອງ ແລະ ເທດສະການອາຫານລາວ, ຊົມການສະແດງສິລະປະ ຈາກແຂວງຈຳປາສັກ, ຊົມລາຍການຮ້ອງເພັງຈາກນັກຮ້ອງຜູ້ມີຊື່ສຽງຂອງລາວ ແລະ ໄທ, ພ້ອມການເດີນແບບອາພອນເພດຊົງລາວ, ໃນຕອນເຊົ້າວັນທີ 23 ມິຖຸນາ ຈະສືບຕໍ່ກອງປະຊຸມຂອງງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ແລະ ຕອນບ່າຍ ຈະມີການຖະແຫລງຂ່າວ ຖະແຫລງການປາກເຊ ກ່ຽວກັບງານມະຫາກຳທ່ອງທ່ຽວແບບອານຸລັກອາຊຽນ ປີ 2016, ເພື່ອຢັ້ງຢືນເຖິງຜົນສໍາເລັດຂອງການເປັນເຈົ້າພາບ ຂອງສປປ ລາວ ທີ່ມຸ່ງຫວັງຢາກໃຫ້ມີການທ່ອງທ່ຽວແບບເຊື່ອມໂຍງ ແລະ ແບບອານຸລັກ ກັບບັນດາປະເທດສະມາຊິກອາຊຽນ ລວມເຖິງບັນດາປະເທດ+3 ໃນຕໍ່ໜ້າ.

ວັນທີ 24-25 ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຖານະປະເທດເຈົ້າ ພາບຈະໄດ້ຈັດໃຫ້ມີ 2 ລາຍການທັດສະນະສຶກສາ ແກ່ຄະນະຜູ້ແທນທ່ອງທ່ຽວອາຊຽນ, ເພື່ອຊົມແຫລ່ງທ່ອງທ່ຽວຂອງແຂວງຈໍາປາສັກ ເປັນຕົ້ນ ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳຜາສາດຫີນວັດພູຈຳປາສັກ, ເຮືອນວັດທະນະທຳຊົນ ເຜົ່າ ແລະ ແຫລ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດຜາສ້ວມ, ເຂດມະຫານະທີສີພັນດອນ ກໍຄື ອຸທິຍານນ້ຳ ຕົກຕາດຄອນພະເພັງ, ດອນເດດ, ດອນຄອນ, ຕາດສົມພະມິດ (ຫລີ່ຜີ), ຊົມຂົວເກົ່າຝຣັ່ງ-ຫົວລົດໄຟ ແລະ ຈຸດຊົມວິວ-ປາຂ່າ ຢູ່ເຂດຊາຍແດນແມ່ນ້ຳຂອງ ລາວ-ກຳປູເຈຍນຳອີກ.

ຈາກນັ້ນຄະນະຜູ້ແທນຈະໄດ້ໄປພັກຄ້າງຄືນ ທີ່ເມືອງໂຂງ ເພື່ອມີພິທີບ່າສີສູ່ຂັວນຕາມປະເພນີລາວ, ພ້ອມທັງຊົມໝໍລຳສີ່ພັນດອນ ແລະ ລຳວົງມ່ວນຊື່ນແບບລາວ, ພິເສດບັນດາຜູ້ແທນ ຈະໄດ້ຕື່ນຂຶ້ນມາຊົມຕາເວັນຂຶ້ນໃນຕອນ 5 ໂມງເຊົ້າຂອງວັນທີ 25 ມິຖຸນາ, ພິທີຕັກບາດ, ຊົມຫໍພິພິດທະພັນເມືອງໂຂງ ແລະ ຊົມວິຖີຊີວິດການຫາປາ, ກໍຄືການດຳລົງຊີວິດຂອງຊາວບ້ານຢູ່ເມືອງໂຂງ ພາກໃຕ້ຂອງລາວອີກດ້ວຍ.

 

ໂພສຕໂດຍ kalouna ວັນທີ 6/21/2016 08:03:00 am

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...