spot_img
Homeຂ່າວການພັດທະນາວາງ​ສີ​ລາ​ລືກສ້າງ​ໂຮງງານນ້ຳ​ປະປາແສນ​ດິນ

ວາງ​ສີ​ລາ​ລືກສ້າງ​ໂຮງງານນ້ຳ​ປະປາແສນ​ດິນ

Published on

ວັນທີ 17 ມິ­ຖຸ­ນາ ຜ່ານມາ ລັດວິສາຫະກິດນ້ຳປະ­ປາ ນະ­ຄອນ­ຫຼວງວຽງຈັນ ໄດ້ຈັດພິມີວາງສິລາລືກ ໂຄງ­ການກໍ່ສ້າງໂຮງ­ງານຜະ­ລິດນ້ຳປະ­ປາ ແສນດິນໄລ­ຍະ 1 ຂຶ້ນທີ່ບ້ານແສນດິນ ເມືອງນາ ຊາຍທອງ ນະ­ຄອນ­ຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳເຜີຍ  ວົງ­ສາຄຳຜຸຍ ຜູ້­ອຳ­ນວຍ­ການລັດວິສາ ຫະກິດນ້ຳປະ­ປານະ­ຄອນ­ຫຼວງວຽງຈັນ, ທ່ານ ສີຫຸນ ສິດ­ທິລືໄຊ ຮອງເຈົ້າຄອງ ນະ­ຄອນ­ຫຼວງວຽງຈັນ, ທ່ານ ພຶດ­ສະ­ພາພົມມະສັກ ອຳ­ນວຍການບໍ­ລິ­ສັດເອເຊຍ ລົງ­ທຶນພັດ­ທະ­ນາ ແລະກໍ່­ສ້າງ ຈຳ­ກັດ ຜູ້ ດຽວ ພ້ອມດ້ວຍບັນ­ດາເຈົ້າ­ເມືອງ ແລະ ຫົວ­ໜ້າກົມ, ຮອງກົມຈາກພາກ­ສ່ວນກ່ຽວ­ຂ້ອງເຂົ້າຮ່ວມ.

ໂອ­ກາດນີ້ທ່ານ ຄຳເຜີຍ ວົງ­ສາຄຳ ຜຸຍ  ກ່າວວ່າ: ປະ­ຈຸບັນ ລັດວິສາຫະກິດນ້ຳປະ­ປານະ­ຄອນ­ຫຼວງ (ນວ) ມີໂຮງງານຜະ­ລິດນ້ຳ 4 ແຫ່ງ, ມີກຳ­ລັງການ ຜະ­ລິດທັງໝົດ 280.000 ແມັດກ້ອນຕໍ່ມື້ ແຕ່ຄວາມຕ້ອງ­ການຕົວຈິງ ຂອງປະ­ຊາ ຊົນທີ່ອາ­ໄສຢູ່ເຂດ ນວ ໂດຍສະ­ເພາະການຊົມ­ໃຊ້ນ້ຳ­ຂອງປະ­ຊາ­ຊົນທີ່ນັບມື້ເພີ່ມຂຶ້ນເຫັນວ່າຍັງບໍ່ທັນພຽງ­ພໍ ດັ່ງ­ນັ້ນ ໂຄງການກໍ່­ສ້າງໂຮງ­ງານຜະ­ລິດນ້ຳປະ­ປາ ແສນດິນ ຈິ່ງເປັນໂຄງ­ການໜຶ່ງທີ່ຈະຜະລິດ ແລະສະ­ໜອງນ້ຳປະ­ປາໃຫ້ແກ່ປະຊາຊົນຊາວເມືອງນາຊາຍທອງ, ສ່ວນການກໍ່­ສ້າງແມ່ນມອບໃຫ້ບໍລິສັດເເອເຊຍລົງ­ທຶນພັດ­ທະ­ນາ ແລະກໍ່­ສ້າງ ຈຳ­ກັດຜູ້ ດຽວລົງ­ທຶນກ່ອນໃນຮູບແບບການດຳ ເນີນກິດ­ຈະ­ການສຳປະ­ທານ (BOT) ຊຶ່ງໂຄງ­ການກໍ່­ສ້າງໂຮງ­ງານນີ້ມີກຳ­ລັງການຜະ­ລິດໃນໄລ­ຍະທີ 1 ແມ່ນ 24 ພັນແມັດກ້ອນຕໍ່ມື້, ພາຍ­ຫຼັງສຳ­ເລັດຈະຜະລິດ ແລະສະ­ໜອງນ້ຳປະ­ປາໃຫ້ແກ່ປະ ຊາຊົນຊາວເມືອງນາຊາຍທອງ ແລະ ເຊື່ອມຕໍ່ລະ­ບົບທໍ່ເກົ່າໂຮງ­ງານນ້ຳປະ­ປາເກົ້າລ້ຽວຢູ່ບໍ­ລິ­ເວນອ່າງນ້ຳເມືອງນາຊາຍທອງເພື່ອສະ­ໜອງນ້ຳໃຫ້ຕົວເມືອງ ເນື່ອງ ຈາກປະ­ຈຸບັນ ລັດວິສາຫະກິດນ້ຳປະ­ປາ ນວ ສາ­ມາດສະ­ໜອງນ້ຳໃຫ້ປະ­ຊາ­ຊົນໄດ້ພຽງ 80Œ85% ແລະຕາມແຜນ­ການ ເມື່ອຮອດປີ 2020 ຈະຕ້ອງໃຫ້ມີການບໍ­ລິ­ການນ້ຳໃຫ້ໄດ້ຢ່າງໜ້ອຍ 95%.

ໂອ­ກາດດຽວກັນທ່ານ ພຶດ­ສະ­ພາ ພົມມະສັກ ກ່າວວ່າ: ບໍ­ລິ­ສັດຂອງພວກເຮົາສັນ­ຍາວ່າຈະສ້າງ ແລະຜະ­ລິດນ້ຳປະ­ປາ ທີ່ດີ ໄດ້ຄຸນນະພາບສະ­ໜອງເພື່ອໃຫ້ກັບ ປະຊົນ, ພ້ອມທັງ ຈະເລັ່ງດຳ­ເນີນກໍ່­ສ້າງ ໂຮງ­ງານຜະ­ລິດນ້ຳປະ­ປາແຫ່ງນີ້ໃຫ້ສຳເລັດຕາມກຳ­ນົດພາຍໃນ 16 ເດືອນ (ທ້າຍເດືອນກັນ­ຍາ 2017 ຈະໃຫ້ເປີດ ສະ­ໜອງນ້ຳໃຫ້ປະ­ຊາ­ຊົນຊົມ­ໃຊ້), ໂດຍໂຄງ­ການດັ່ງ­ກ່າວມີມູນຄ່າການກໍ່­ສ້າງ ທັງໝົດ 15 ລ້ານໂດລາ ຫຼື ປະ­ມານ 120 ຕື້ກວ່າກີບ, ຊຶ່ງຜ່ານການ­ຈັດ­ຕັ້ງປະ­ຕິ­ບັດ ໃນໄລ­ຍະຜ່ານມາ ເຫັນວ່າ ພວກເຮົາສາມາດປະ­ຕິ­ບັດສຳ­ເລັດບາງໜ້າວຽກ ເປັນຕົ້ນ ວຽກປັບ­ປຸງເສັ້ນ­ທາງເຂົ້າຫາໂຄງ ການ, ປັບພື້ນທີ່, ອະ­ນາ­ໄມເຂດອ່າງພັກນ້ຳ ແລະສັ່ງຊື້ອຸ­ປະ­ກອນໃນການກໍ່ ສ້າງ, ບໍ­ລິ­ສັດພວກເຮົາໃຫ້ຄຳໝັ້ນສັນ­ຍາ ວ່າຈະເລັ່ງສ້າງໂຄງ­ການໃຫ້ສຳ­ເລັດຕາມກຳ­ນົດ ເພື່ອເປັນການສະ­ໜອງນ້ຳທີ່ສະ­ອາດໃຫ້ປະ­ຊາ­ຊົນເມືອງນາຊາຍທອງ, ເມືອງສີໂຄດ ແລະເມືອງຈັນ­ທະບູລີ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...