spot_img
Homeຂ່າວພາຍ​ໃນນາຍົກແນະນໍາໃຫ້ແຂວງສາລະວັນຖືເອົາການແກ້ໄຂຄວາມທຸກຍາກເປັນບູລິມະສິດຕົ້ນຕໍ

ນາຍົກແນະນໍາໃຫ້ແຂວງສາລະວັນຖືເອົາການແກ້ໄຂຄວາມທຸກຍາກເປັນບູລິມະສິດຕົ້ນຕໍ

Published on

ລະຫວ່າງການຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນໃນອາທິດຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນໍາ, ພະນັກງານຫລັກແຫລ່ງ ຂອງເມືອງ ແລະ ແຂວງສາລະວັນເອົາໃຈໃສ່ໃນພັດທະນາເສດຖະກິດໃຫ້ທຽບທັນກັບແຂວງອື່ນໆໂດຍຖືເອົາການລົບລ້າງຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດຕົ້ນຕໍ ໂດຍຕ້ອງເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ຕໍ່ຄຸນນະພາບຂອງພະນັກງານ, ບັນຫາແຮງງານເຫລືອບໍ່ພໍ; ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ; ການກະກຽມເພື່ອໃຫ້ມີສະຖານທີ່ຮອງຮັບການບໍລິການທາງຜ່ານ ໂດຍຕິດພັນກັບທ່າແຮງການທ່ອງທ່ຽວທາງດ້ານທໍາມະຊາດ; ການຈັດເກັບລາຍຮັບ ຕ້ອງໃຫ້ໄດ້ຕາມແຜນການ ເດັດຂາດບໍ່ອະນຸຍາດໃຫ້ພະນັກງານ, ເຈົ້າໜ້າທີ່ ໄປຕໍ່ລອງເອົາຜົນປະໂຫຍດ ນໍານັກທຸລະກິດ, ປະຊາຊົນ, ຄຽງຄູ່ກັນນັ້ນ, ລາຍຈ່າຍກໍຕ້ອງໄດ້ປະຢັດ, ບໍ່ຟູມເຟືອຍ; ພ້ອມທັງສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮັກສາວັດທະນະທໍາອັນດີງາມຂອງແຂວງ.

ສໍາລັບການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ແຂວງ ເດັດຂາດບໍ່ໃຫ້ອະນຸຍາດເຄື່ອນຍ້າຍໄມ້ ຢູ່ໃນສະໜາມ 1 ອອກມາສະໜາມ 2 ກໍລະນີຫາກພົບເຫັນ ພະນັກງານ, ເຈົ້າໜ້າທີ່ ແລະ ທຸກພາກສ່ວນທີ່ໄດ້ລະເມີດ ແມ່ນຈະໄດ້ປະຕິບັດຕາມຂັ້ນຕອນລະບຽບກົດໝາຍ. ເນື່ອງຈາກວ່າ ປ່າໄມ້ແມ່ນຊັບສົມບັດຂອງຊາດ, ຂອງປະຊາຊົນ ເພື່ອປົກປັກຮັກສາຊັບພະຍາກອນທໍາມະຊາດ ທີ່ອຸດົມສົມບູນໄວ້ໃຫ້ຍືນຍົງທັງເປັນສົ່ງເສີມການປະຕິບັດນະໂຍບາຍຂອງພັກ-ຂອງລັດ ທີ່ໄດ້ກໍານົດໃຫ້ມີປ່າໄມ້ປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2020.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນຫູເປັນຕາ ພ້ອມທັງ ເປັນເຈົ້າການໃນການປ້ອງກັນຄວາມສະຫງົບສຸກ ໃຫ້ຮອບດ້ານ 100% ເພື່ອຮັບປະກັນໃຫ້ການເປັນເຈົ້າພາບ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ ແລະ ກອງປະຊຸມສຸດຍອດອາຊຽນ ໃນເດືອນ ກັນຍາ2016 ນີ້.

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ແຂວງ ສາລະວັນ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ປູກຕົ້ນໄມ້ຮ່ວມກັບການນໍາຂອງແຂວງ ແລະ ໄປຢ້ຽມຢາມໂຄງການກໍ່ສ້າງຊົນລະປະທານ ຢູ່ບ້ານວາປີ, ເມືອງວາປີ ແລະ ບ້ານ 3 ສ້າງ ຄື: ບ້ານຂົວເສັດ ແລະ ບ້ານວັງແສນ ເມືອງສາລະວັນ ຕື່ມອີກ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...