ສິງພົບກັບມັງກອນໃຜຈະຊະນະໃນການແຂ່ງຂັນຄັ້ງນີ້

ການແຂ່ງຂັນບານເຕະຊິງ​ແຊມປ໌​ແຫ່ງ​ຊາດ​ເອີຣົບ ວັນພະຫັດ​ທີ 16 ມິ​ຖຸ​ນາ 2016 ຮອບ​ແບ່ງ​ກຸ່ມ ກຸ່ມ B ”ສິງ​ໃຫຍ່”ທີມຊາດ ອັງ​ກິດ ຈະ​ພົບ​ກັບ “ມັງກອນ” ທີມ​ຊາດ​ ເວວສ໌ ເວລາ 20:00 ໂມງ

06911

ທັດສະນະ

ທີມ​ຊາດ​ອັງ​ກິດ ແລະ​ທີມ​ຊາດ​ເວວສ໌ ມີສະຖິ​ຕິ​ທີ່​ສູ​ສີ​ກັນ​ຫລາຍ ໂດຍ​ໃນ​ທົວນາເມັ້ນນີ້​ອັງ​ກິດ​ເປີດ​ເກມ​ແຮກ​ມາ​ສະເໝີ​ກັບ​ຣັດ​ເຊຍ 1-1 ປະຕູ ສ່ວນ​ທີມ​ຊາດ​ເວວສ໌​ ກໍ​ເອົາ​ຊະນະ​ສະ​ໂລ​ວາ​ກີ ​ມາ​ໄດ້​ແບບ​ຫວຸດ​ຫວິດ 2-1 ປະຕູ ເຮັດໃຫ້​ເກມ​ນັດນີ້​ເບິ່ງ​ເປັນ​ການ​ແຂ່ງ​ຂັນ​ທີ່​ສູ​ສີ​ຫລາຍ ອາ​ຍຸ​ສະເລ່ຍຂອງ​ທີມ​ກໍ​ໃກ້​ຄຽງ​ກັນ ຄື 24-26 ປີ

 

​ເກມ​ຄາດ​ວ່າ​ອັງ​ກິດ​ຈະ​ເປັນ​ຝ່າຍ​ຄອງ​ເກມ​ໄດ້​ເໜືອ​ກວ່າ ແຕ່ການປິດເກມໃນຈັງຫວະສຸດທ້າຍຈະເຮັດໄດ້ດີເທົ່າໃດ ໃນ​ຂະນະ​ທີ່​ເວວສ໌ ​ມີ​ຜູ້​ຫລິ້ນ​ທີ່​ມີ​ຄວາມ​ໄວ​ຢ່າງ ແກ​ເຣັດ ເບລ ມີ​ຕົວ​ສ້າງສັນ​ເກມ​ຢ່າງ ​ແລມ​ຊີ ຖ້າ​ຊ່ວຍ​ໃນ​ເກມ​ບຸກ ຄາດ​ວ່າ​ຈະ​ເປັນ​ເກມ​ທີ່​ສູ້​ກັນ​ໄດ້​ຢ່າງ​ດຸ​ເດືອດ ເພາະ​”ສິງ​ໃຫຍ່”ຕ້ອງ​ການ​ແຕ້ມ​ເພື່ອ​ໂອ​ກາດ​ໃນ​ການ​ເຂົ້າ​ຮອບ ໃນ​ຂະນະ​ທີ່​ທີມ​ຫົວ​ຕາ​ລາງ​ກໍ່​ຕ້ອງ​ການ​ແຕ້ມ​ເພື່ອ​ຈະໜີ​ຄູ່​ແຂ່ງ​ເຊັ່ນ​ກັນ