ຝຣັ່ງເກືອບເສຍທ່າແຕ່ກໍ່ເອົາຊະນະໄດ້ເຂົ້າລໍຖ້າຮອບນັອກເອົາທ໌

ຝຣັ່ງ ໄດ້ສິດຜ່ານເຂົ້າໄປຫລິ້ນໃນຮອບນັອກເອົາທ໌ ກ່ອນເປັນທີມທຳອິດ ຫລັງຈາກເອົາຊະນະ ອານບານີ ໄປໄດ້ 2-0 ປະຕູ ພ້ອມກັບສົ່ງ ອານບານີ ກັບບ້ານກ່ອນທີມອື່ນ
127625-20160616024011896981

ເກມໃນເຄີ່ງເວລາທຳອິດ ແນ່ນອນວ່າເປັນທາງຝຣັ່ງ ທີ່ພະຍາຍາມເຮັດເກມບຸກເຂົ້າໃສ່ອານບານີ ຢ່າງໜັກ ແຕ່ວ່າຍັງບໍ່ສາມາດສົ່ງບານຜ່ານມື ເອຣິກ ເບລິຊາ ຜູ້ຮັກສາປະຕູ ສຸດຫນຽວຂອງທາງອານບານີໄດ້
ສຳລັບໃນເຄີ່ງເວລາທີ 2 ອານບານີ ເອງກໍພະຍາຍາມຫລິ້ນເກມຂອງຕົນເອງດ້ວຍການເນັ້ນເກມຮັບທີ່ໜຽວແໜ້ນ ແລະເກມເບີ່ງຄືວ່າຈະຈົບລົງດ້ວຍຜົນສະເໝີ ແຕ່ວ່າ ນາທີ 90 ອາດິນ ລາມີ່ ເປີດບານຈາກຝັ່ງຂວາຂອງເຂດໂທດເຂົ້າມາໃຫ້ ອອງຕວນ ກຣີຊມັນ ໂຫມ່ງເຂົ້າປະຕູໄປສຳເລັດ 1-0 ໃນຊ່ວງທົດເວລາບາດເຈັບ ນາທີ 96 ດິມິຊີ ປາເຍ່ ລາກບານເຂົ້າເຂດໂທດ ແລະປັ່ນດ້ວຍຂວາບານສຽບເຂົ້າປະຕູ ໝົດເວລາການແຂ່ງຂັນ ຝຣັ່ງ ເອົາຊະນະ ອານບານີ 2-0 ປະຕູ
127625-20160616043118889124
ທີມຝຣັ່ງ ໄດ້ເຂົ້າໄປຫລິ້ນໃນຮອບນັອກເອົາທ໌ເປັນທີມທຳອິດ ແລະອານບານີກໍເປັນທີມທຳອິດເຊັ່ນກັນທີ່ຕ້ອງຕຽມແພັກກະເປົ໋າກັບບ້ານກ່ອນຫມູ່ ໃນເອີໂຣ 2016 ເຖິງວ່າຈະເຫລືອການແຂ່ງຂັນອີກ 1 ນັດກໍຕາມ

127625-20160616024057822654
ສີສັນກອງເຊຍ