ອອກມາແລ້ວ! ສຳລັບຕາຕະລາງພຣີເມຍລີກອັງກິດ ໃຜເຊຍທີມໃດກຽມຕົວ

ໂປ​ແກມ​ເປີດ​ສະ​ໜາມ ພຣີເມຍ​ລີກ 2016/17 ອອກ​ມາ​ແລ້ວ ອາເຊ​ນອນ ພົບກັບ ລິ​ເວີ​ພູ  ສ່ວນ ເຊວ​ຊີ  ພົບ​ທີມ​ຮ່ວມ​ເມືອງ ເວສ​ແຮມ ຂະນະ​ທີ່ ເລດສເຕີ ຊິ​ຕີ້ ແຊມປ໌​ເກົ່າ, ແມນຢູ , ແມນ ຯ ຊິ​ຕີ້ ພົບກັບ​ທີມ​ທີ່ບໍ່ໃຫ້ເຮັດວຽກໜັກປານໃດ

11521

ການແຂ່ງຂັນບານເຕະ ພຣີເມຍລີກນັດ ເປີດສະໜາມລະດູການ 2016/17 ໄດ້ອອກມາແລ້ວ ໂດຍໄຮໄລສຳຄັນຢູ່ທີ່ຄູ່ໃຫຍ່ ”ປືນໃຫຍ່” ອາເຊນອນ ເປີດບ້ານຮັບມື “ຫົງແດງ” ລິເວີພູ ສ່ວນທາງດ້ານ ຄອນເຕ້ ທີ່ຄຸມ “ສິງບລູ” ເຊວຊີ ພົບງານໜັກຄືກັນພົບທີມຮ່ວມເມືອງ ເວສແຮມ ຂະໜະທີ່ທີມ ເລດເຕີລ໌ ຊິຕີ້ ແຊມປ໌ເກົ່າບຸກຮັງ ຮັລ ຊິຕີ້ ທີມນ້ອງໃໝ່

ສ່ວນທີມໃຫຍ່ “ເຮືອໃບສີຟ້າ” ແມນເຊສເຕີ ຊິຕີ້ ທີ່ມີ ເປ໊ປ ກວາດິໂອລາ ນາຍໃໝ່ຄຸມທີມງານວຽກໜັກພົບກັບ ຊັນເດີແລນ ເຊັ່ນດຽວກັບ ໂຊເຊ່ ມູລິນໂຍ່ ຄຸມທີມ “ຜີສາດແດງ” ແມນເຊສເຕີ ຢູໄນເຕັດ ພົບກັບ ບອລມັດ ໂດຍນັດເປີດສະໜາມຈະມີການແຂ່ງຂັນໃນວັນທີ່ 13 ສິງຫາ 2016

ນັດເປີດສະໜາມ ພຣີເມຍລີກ ອັງກິດ ລະດູການ 2016-17

– ອາເຊນອນ VS ລິເວີພູ
– ບອລມັດ VS ແມນ ຯ ຢູໄນເຕັດ
– ເບີນລີ່ VS ສະວອນຊີ
– ເຊວຊີ VS ເວສແຮມ
– ຄລີສຕັນ ພາເລຊ VS ເວສບອມວິຊ
– ເອຟເວີຕັນ VS ສະເປີ
– ຮັລ ຊິຕີ້ VS ເລສເຕີ ຊິຕີ້
– ແມນ ຯ ຊິຕີ້ VS ຊັນເດີແລນ
– ມິດເດີ້ນສະໂບນ VS ສະໂຕ໊ກ ຊິຕີ້
– ເຊົາແຮມຕັນ VS ວັດຟອດ