spot_img
HomeມູມໄອທີລາວOnePlus 3 ສະມາດໂຟນສະເປັກແຮງທີ່ຈະມາຂ້າເຮືອທຸງຄ່າຍອື່ນ

OnePlus 3 ສະມາດໂຟນສະເປັກແຮງທີ່ຈະມາຂ້າເຮືອທຸງຄ່າຍອື່ນ

Published on

OnePlus ປະກາດເປີດໂຕສະມາດໂຟນເຮືອງທຸງລຸ້ນໃໝ່ນາມວ່າ OnePlus 3 ຢ່າງເປັນທາງການແລ້ວຜ່ານແອັບ Loop VR!!. ສຳລັບສະເປັກຂອງໂຕເຄື່ອງແລະລາຄານັ້ນເຮັດອອກມາເພື່ອຂ້າໂທລະສັບເຮືອທຸງລຸ້ນອື່ນອີຫຼີ່ເພາະລາຄາພຽງແຕ່ $399 ເທົ່ານັ້ນ.

image

ສຳລັບໂຕເຄື່ອງຂອງ OnePlus 3 ແມ່ນເຮັດດ້ວຍວັດສະດຸອະລູມີນ້ຽມ, ຕິດຕັ້ງເຊັນເຊີ້ສະແກນນິ້ວມືໄວ້ທີ່ປຸ່ມໂຮມດ້ານໜ້າໂຕເຄື່ອງ, ສ່ວນໜ້າຈໍນັ້ນແມ່ນໃຊ້ຈໍ Optic AMOLED ຂະໜາດ 5.5 ນິ້ວ, ຄວາມລະອຽດ Full HD (1920 x 1080 ພິກເຊວ), 401PPI ແລະປ້ອງກັນດ້ວຍແກ້ວ Gorilla Glass 3.

image

ດ້ານຮາດແວຣ໌ພາຍໃນແມ່ນມາພ້ອມກັບຊິບປະມວນຜົນ Snapdragon 820 ຄວາມແຮງ 2.15GHz, ແຕ່ບໍລິສັດເຄລມວ່າສາມາດບູດຄວາມແຮງສູງສຸດ 2.2GHz ແລະ ມາພ້ອມກັບ GPU Adreno 530 GPU. RAM 6GB ແລະພື້ນທີ່ຈັດເກັບ 64GB UFS 2.0 ບໍ່ສາມາດເພີ່ມ microSD ໄດ້

ດ້ານຫຼັງຂອງ OnePlus 3 ຕິດຕັ້ງກ້ອງມາ 16 ລ້ານພິກເຊວ ໃຊ້ເຊັນເຊີ້ຂອງ Sony IMX298, ຄ່າ f/2.0 ມາພ້ອມກັບ OIS, EIS ແລະ PDAF, ຮອງຮັບການຖ່າຍວີດີໂອ 4K ທີ່ 30fps ແລະ ໂໝດສະໂລໂມຊັ່ນ HD ທີ່ 120fps. ສ່ວນກ້ອງໜ້ານັ້ນໃຫ້ມາ 8 ລ້ານພິກເຊວ ໃຊ້ເຊັນເຊີ້ຂອງ Sony IMX179 ພ້ອມກັບ f/2.0 ແລະ EIS.

image

ສຳລັບແບັດເຕີຣີນັ້ນໃຫ້ມາ 3000mAh ພ້ອມກັບເທັກໂນໂລຢີ DASH Charge ທີ່ສາມາດສາກແບັດໂທລະສັບໃຫ້ໄດ້ 60% ພຽງ 30 ນາທີ. ດ້ານຄຸນສົມບັດອື່ນໆກໍມີ NFC, Wi-Fi ac, ພອຣດ USB Type-C, ໄຟແຈ້ງເຕືອນ RGB, ເລື່ອນການແຈ້ງເຕືອນ, ຮອງຮັບ 2 ຊິມ, ຮອງຮັບ 4G LTE Cat. 6, ລະບົບສຽງ Dirac HD sound ແລະໄມໂຄຣໂຟນສອງອັນ ພ້ອມລະບົບຕັດສຽງລົບກວນ. ໂຕເຄື່ອງແມ່ນໃຊ້ງານລະບົບ Android 6.0 Marshmallow ທັບດ້ວຍ OxygenOS.

image

ໂຕເຄື່ອງມີ 2 ສີໃຫ້ເລືອກໄດ້ແກ່ Graphite ແລະ Soft Gold. ສຳລັບລຸ້ນ Graphite ນີ້ຈະເປັນລຸ້ນທີ່ຈຳໜ່າຍໃນທົ່ວໂລກ ລາຄາຢູ່ທີ່ $399, ໃນຂະນະທີ່ລຸ້ນ Soft Gold ຍັງບໍ່ມີຂໍ້ມູນໃດໆ

ປິດທ້າຍຂ່າວດ້ວຍຮູບຈາກກ້ອງຫຼັງຂອງ OnePlus 3

ທີ່ມາ:1,2

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...