spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີແຫ່ງ ສປປ ລາວຢໍ້າຄືນໃຫ້ການນໍາຄໍາມ່ວນຕອ້ງເອົາໃຈໃສ່ຕ້ານການຄ້າໄມ້ນອກລະບົບ

ນາຍົກລັດຖະມົນຕີແຫ່ງ ສປປ ລາວຢໍ້າຄືນໃຫ້ການນໍາຄໍາມ່ວນຕອ້ງເອົາໃຈໃສ່ຕ້ານການຄ້າໄມ້ນອກລະບົບ

Published on

ນາຍົກຢໍ້າຄືນແຂວຄຳມ່ວນ ເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນໃນວັນທີ 13 ມິຖຸນາ 2016 ໂດຍໄດ້ຮັບກຽດຕ້ອນຮັບອັນອົບອຸ່ນ ຈາກທ່ານໂອໄດ ສຸດາພອນ, ເຈົ້າແຂວງໆຄໍາມ່ວນພ້ອມດ້ວຍບັນດາຄະນະນຳຂອງແຂວງ, ຄະນະນໍາຂອງເມືອງ, ກອງບັນຊາການ ປກສ-ປກຊ ແຂວງ ແລະ ເມືອງ, ບັນດາພະ ແນກການອ້ອມຂ້າງພາຍໃນແຂວງ.

428

ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ນັ້ນ ແມ່ນເດັດຂາດບໍ່ໃຫ້ອະນຸຍາດເຄື່ອນຍ້າຍໄມ້ ຢູ່ໃນສະໜາມ 1.ພ້ອມກັນນີ້, ລັດຖະບານຍັງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຕິດຕາມກວດກາ ໂດຍສົມທົບກັບແຂວງ ກໍລະນີພົບເຫັນໄມ້ທີ່ບໍ່ຖືກຕ້ອງ ແມ່ນໃຫ້ຢຶດເປັນຂອງລັດ ເພື່ອປະມູນຂາຍ. ກໍລະນີຫາກພົບເຫັນ ພະນັກງານ, ເຈົ້າໜ້າທີ່ ແລະ ທຸກພາກສ່ວນທີ່ໄດ້ລະເມີດ ແມ່ນຈະໄດ້ປະຕິບັດຕາມຂັ້ນຕອນລະບຽບກົດໝາຍ.
ຮູບພາບ ແລະ ຂໍ້ມູນຈາກ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...