spot_img
Homeຂ່າວການພັດທະນາເອ​ັສ​ດີ​ຊີ ເລີ່ມ​ສຶກ​ສາ​ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ຂະ­ໜາດ​ນ້ອຍ​ໃສ່​ສາຍ​ນ້ຳ​ງອມ

ເອ​ັສ​ດີ​ຊີ ເລີ່ມ​ສຶກ​ສາ​ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ຂະ­ໜາດ​ນ້ອຍ​ໃສ່​ສາຍ​ນ້ຳ​ງອມ

Published on

ພະແນກແຜນ­ການ-ການລົງ­ທຶນ ແຂວງບໍລິຄຳໄຊສົມ­ທົບກັບບໍ­ລິ­ສັດ SDC ທີ່ປຶກ­ສາຈຳ­ກັດ ເຊັນບົດບັນ­ທຶກຄວາມ ເຂົ້າ­ໃຈສຶກສາຄວາມເປັນໄປໄດ້ໃນການ ກໍ່­ສ້າງເຂື່ອນໄຟ­ຟ້ານ້ຳ­ຕົກຂະ­ໜາດນ້ອຍໃສ່ສາຍນ້ຳງອມຕອນເທິງເມືອງວຽງ ທອງແຂວງບໍລິຄຳໄຊ.

ພິ­ທີລົງນາມດັ່ງ­ກ່າວຈັດຂື້ນວັນທີ 6 ມິ­ຖຸ­ນາຜ່ານມາທີ່ພະແນກແຜນ­ການ ແລະ ການລົງ­ທຶນແຂວງຕາງ­ໜ້າໃຫ້ແຂວງ ບໍລິຄຳໄຊເຊັນ ໂດຍທ່ານ ສົນທອງ ວີບຸນກວ້າງ ຮອງຫົວ­ໜ້າພະແນກແຜນ­ການ-ການລົງ­ທຶນແຂວງ ແລະຕາງ­ໜ້າບໍ­ລິ­ສັດເຊັນໂດຍທ່ານ ສຸ­ລິ­ຍາ ໄຊຍະວົງ ປະ ທານບໍ­ລິ­ສັດ  SDC ທີ່ປຶກ­ສາຈຳ­ກັດ ໂດຍມີຫົວ­ໜ້າພະແນກພະ­ລັງ­ງານ-ບໍ່ແຮ່ ແລະ ຮອງຫົວ­ໜ້າພະແນກຊັບ­ພະ­ຍາ­ກອນທຳມະຊາດ ແລະສີ່ງແວດລ້ອມແຂວງ ແລະ ທີ່ປຶກ­ສາຂອງບໍ­ລິ­ສັດເຊັນຮ່ວມເປັນສັກ­ຂີພະ­ຍານ ໂດຍຊ້ອງໜ້າທ່ານ ກອງແກ້ວ ໄຊສົງ­ຄາມ ເຈົ້າ­ແຂວງໆບໍລິຄຳໄຊ ຫົວໜ້າພະ­ແນກ­ການທີ່ກ່ຽວ­ຂ້ອງ, ພະ­ນັກງານ, ວິ­ຊາການທັງສອງຝ່າຍເຂົ້າຮ່ວມ.

ໂຄງ­ການສຳຫຼວດສຶກສາຄວາມເປັນ ໄປໄດ້ໃນການພັດ­ທະ­ນາເຂື່ອນໄຟ­ຟ້ານ້ຳ­ຕົກຂະ­ໜາດນ້ອຍສາຍນ້ຳດັ່ງ­ກ່າວ ເປັນໂຄງ­ການໜຶ່ງທີ່ນອນຢູ່ໃນທ່າ­ແຮງຂອງແຂວງບໍລິຄຳໄຊ ເພື່ອຈັດຕັ້ງຜັນຂະ­ຫຍາຍແຜນພັດທະ ນາເສດ­ຖະ­ກິດສັງ­ຄົມໃຫ້ໄປຕາມທິດອຸດ ສາຫະກຳ ແລະທັນສະ­ໄໝ, ເຮັດໃຫ້ໂຄງ ປະ­ກອບເສດ­ຖະ­ກິດຄ່ອຍຫັນ­ປ່ຽນຈາກຂົງ­ເຂດກະ­ສິ­ກຳກວມອັດ­ຕາສ່ວນຫຼາຍ ແລະເຂົ້າສູ່ຂົງ­ເຂດອຸດ­ສາ­ຫະ­ກຳ ແລະ ການບໍ­ລິ­ການເພີ່ມຂຶ້ນ.

ໂຄງ­ການກໍ່­ສ້າງເຂື່ອນໄຟ­ຟ້ານ້ຳ­ຕົກຂະ­ໜາດນ້ອຍນ້ຳງອມຕອນເທິງເມືອງວຽງທອງ ແຂວງບໍລິຄຳໄຊ, ຄາດຄະ­ເນຄວາມສາ­ມາດໃນການຕິດຕັ້ງເຄື່ອງຈັກຜະ­ລິດໄຟ­ຟ້າໄດ້ປະ­ມານ  15 ເມກາວັດ ໂດຍແມ່ນບໍ­ລິ­ສັດ SDC ທີ່ປຶກ­ສາຈຳ­ກັດ ເປັນຜູ້ລົງທືນໃນການລົງສຳຫຼວດເກັບ ກຳຂໍ້ມູນທາງດ້ານພູ­ມີ­ສາດ, ອຸທົກກະສາດ, ສັງ­ຄົມ ແລະຄິດ­ໄລ່ຜົນຕອບແທນ ທາງດ້ານເສດ­ຖະ­ກິດ ຖ້າມີຄວາມເປັນ ໄປໄດ້ບໍ­ລິ­ສັດດັ່ງ­ກ່າວຈະສືບ­ຕໍ່ລົງ­ທຶນພັດ­ທະ­ນາໃນການກໍ່­ສ້າງຕໍ່ໄປ ໂດຍໄລຍະໃນການ­ຈັດ­ຕັ້ງປະ­ຕິ­ບັດ (MOU) 18 ເດືອນ ສະ­ນັ້ນເພື່ອໃຫ້ສອດ­ຄ່ອງກັບກົດ­ໝາຍວ່າດ້ວຍການສົ່ງ­ເສີມການລົງທຶນ ແລະນິ­ຕິກຳລະ­ບຽບການຕ່າງໆທີ່ກ່ຽວ­ຂ້ອງ ແລະເພື່ອເຮັດໃຫ້ການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການຫັນສູ່ລະ­ບຽບການນັ້ນຈິ່ງໄດ້ເຊັນສັນ­ຍາໄວ້ເພື່ອເປັນຫຼັກຖານ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...