spot_img
Homeຊີວິດແລະຄວາມຮັກ5 ເຫດຜົນທີ່ເຮັດໃຫ້ຜູ້ຊາຍມັກມີເມຍນ້ອຍ

5 ເຫດຜົນທີ່ເຮັດໃຫ້ຜູ້ຊາຍມັກມີເມຍນ້ອຍ

Published on

ຊີວິດ ແລະ ຄວາມຮັກ ວັນນີ້່ເຮົາຈະມາເວົ້າເຖິງບັນຫາທີ່ເກີດຂຶ້ນກັບຄອບຄົວບໍ່ວ່າຈະເປັນຍຸກສະໃໝໃດບັນຫານີ້ກໍ່ບໍ່ເຄີຍຈົບສິ້ນໃນສັງຄົມໄດ້ ກ່ຽວກັບພຶດຕິກຳຫລາຍໃຈຂອງບັນດາຝ່າຍຊາຍຜູ້ມັກມີເຮືອນນ້ອຍເຮືອນໃຫຍ່ ຈົນຕ້ອງເກີດມີບັນຫາເມຍນ້ອຍ ເມຍຫຼວງ  ວັນນີ້ເຮົາມາວິເຄາະກັນວ່າເປັນຫຍັງຜູ້ຊາຍຈິ່ງມັກມີເມຍນ້ອຍ

1. ຄວາມເຫັນແກ່ຕົວຂອງຜູ້ຊາຍ: ມີຊາຍປະເພດນີ້ຈະຄິດແຕ່ວ່າຕົວເອງສາມາດມີແຟນໄດ້ຫຼາຍຄົນໄດ້ບໍ່ຜິດ ແລະ ຄົນພວກນີ້ກໍ່ຈະເລືອກເກັບຮັກສາຄົນທີ່ເຂົາຖືກໃຈໄວ້ເພື່ອຄວາມສຸກຂອງເຂົາເອງ ໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຄົນຮັກວ່າຈະເສຍໃຈ ຫຼື ບໍ່ ເພາະເຂົາເຫັນວ່າຄວາມສຸກຂອງເຂົານັ້ນສຳຄັນທີ່ສຸດ

2. ຄວາມໃກ້ຊິດ: ຄຳວ່າ “ຮັກແທ້ແພ້ໃກ້ຊິດ” ປັດຈຸບັນຄຳນີ້ຍັງໃຊ້ໄດ້ຢູ່ ຈາກການທີ່ຝ່າຍຊາຍໄດ້ໄປໃກ້ຊິດກັບແມ່ຍິງອີກຄົນໜຶ່ງເລື່ອຍໆ ເຖິງຈະບໍ່ແມ່ນແຟນຂອງຕົນ ເຖິງແມ່ນວ່າການໃກ້ຊິດຈະແມ່ນການປະສານວຽກງານກໍ່ຕາມ ຄວາມໃກ້ຊິດຈະກາຍເປັນຄວາມຜູກພັນຈະເຮັດໃຫ້ຮູ້ສຶກຫວັ່ນໄຫວ ແລະ ກໍ່ເກີດເປັນຄວາມມັກ, ຄວາມຫຼົງໄຫຼ, ຄວາມຮັກກໍ່ຈະຄ່ອຍໆເກີດຂຶ້ນ ໂດຍບໍ່ຮູ້ຕົວ ເຊິ່ງເປັນສາເຫດທີ່ນຳມາສູ່ການນອກໃຈອີກຝ່າຍໄດ້.

3. ເບື່ອຂອງເກົ່າ: ຂໍ້ນີ້ຈະໂທດແຕ່ຝ່າຍຊາຍຝ່າຍດຽວກໍ່ບໍ່ໄດ້ ເພາະແມ່ຍິງກໍ່ຕ້ອງຫັນມາເບິ່ງຈຸດອ່ອນຂອງຕົວເອງເຊັ່ນດຽວກັນ ແມ່ຍິງບາງຄົນແຕ່ງງານໄປແລ້ວກໍ່ບໍ່ມັກດູແລຕົວເອງປະປ່ອຍຕົວເອງໃຫ້ໂຊມ ບໍ່ງາມສົດໃສຄືຕອນເປັນສາວ ແລະ ນິໄສກໍ່ບໍ່ຄືຕອນທີ່ຍັງບໍ່ທັນໄດ້ແຕ່ງງານກັນ ນີ້ກໍ່ເປັນເຫດຜົນໜຶ່ງທີ່ເຮັດໃຫ້ຝ່າຍຊາຍປ່ຽນແປງແນວຄິດໄດ້

4. ນອກໃຈຕອນເມຍຖືພາ: ເມື່ອເວລາແມ່ຍິງຖືພານອກຈາກສະພາບຈະບໍ່ງາມເທົ່າເກົ່າແລ້ວ ຮໍໂມນຍັງແປປວນ ຂຶ້ນໆລົງໆ ດຽວດີດຽວຮ້າຍ ແຖມຍັງຕ້ອງການການດູແລເປັນພິເສດ ຜູ້ຊາຍບາງຄົນກໍ່ຈະມີແນວຄິດຫວັ່ນໄຫວໄປໃນທາງອື່ນ ດັ່ງນັ້ນຈິ່ງເກີດມີການລັກໄປກີນນອກບ້ານ ທຳອິດກໍ່ຄິດວ່າຈະໄປຫຼິ້ນໆ ແຕ່ບັງເອີນໄປພົບກັບຄົນທີ່ລົມຖືກໃຈ ລີລາຖືກໃຈ ຕິດໃຈກັບສິ່ງໃໝ່່ຈົນເຮັດໃຫ້ລືມເມຍ ແລະ ລູກຢູ່ທີ່ເຮືອນໄດ້

5. ຄວາມຫື່ນເປັນເຫດ
ທີ່ເຂົາວ່າ ຄວາມມີແຮງບໍ່ປານີໃຜ ມັນແມ່ນເລື່ອງຈິງໂດຍສະເພາະຄົນທີ່ມີກາມມະໂລມຫຼາຍ ຜູ້ຊາຍບາງຄົນອາດຈະມີຫຼາຍກວ່າປົກກະຕິ ຫຼື ເລືອກທີ່ຈະບໍ່ຢັບຢັ້ງຫ້າມໃຈຕົວເອງເລີຍ ບາງຄົນກໍ່ຄິດວ່າການຢູ່ກັບຄົນເກົ່າໆ ມັນບໍ່ຕື່ນ ເຕັ້ນເລົ້າໃຈ ຈິ່ງມັກໄປສະແຫວງຫາສິ່ງໃໝ່ໆນອກບ້ານ ເພື່ອຄວາມສຸກຢ່າງເຕັມທີ່ຂອງຕົນເອງ

ສິ່ງທີ່ກ່າວມາຂ້າງເທິງນີ້ເປັນພຽງທິດສະດີໜຶ່ງເທົ່ານັ້ນ ແຕ່ເລື່ອງນີ້ມັນເປັນເລື່ອງທີ່ເວົ້າຍາກ, ຫ້າມຍາກ ມັນຂຶ້ນກັບຈິດໃຈ ແລະ ຄວາມມັກຂອງບຸກຄົນ ແລ້ວທ່ານເດ! ຄິດວ່າຍັງມີປັດໄຈໃດອີກນອກຈາກທີ່ກ່າວມາຂ້າງເທິງນີ້ ທີ່ເປັນສາເຫດເຮັດໃຫ້ຜູ້ຊາຍມັກມີເມຍນ້ອຍ ກໍ່ສາມາດປະກອບຄຳຄິດເຫັນເພີ່ມເຕີມໃນບົດນີ້ໄດ້

ທີ່ມາ: http://www.tnews.co.th/html/contents/155149/

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...