spot_img
Homeຂ່າວຕ່າງປະເທດຝຣັ່ງ ເປີດສາກເທສະການບານຢູໂຣ 2016 ດ້ວຍຄອນເສີດທີ່ຫໍໄອເຟລ

ຝຣັ່ງ ເປີດສາກເທສະການບານຢູໂຣ 2016 ດ້ວຍຄອນເສີດທີ່ຫໍໄອເຟລ

Published on

ຝຣັ່ງເປີດສາກເທສະການບານເຕະຊີງແຊ໋ມແຫ່ງຊາດຢູໂຣບ ຫຼື ຢູໂຣ 2016 ດ້ວຍຄອນເສີດກາງແຈ້ງທີ່ບໍລິເວນຫໍໄອເຟລໃນນະຄອນຫຼວງປາຣີ ໃນຂະນະທີ່ປະທານາທິບໍດີຟຣອງຊົວ ໂອລລອງ ປະກາດໃຫ້ຄຳໝັ້ນວ່າ ການແຂ່ງຂັນບານເຕະທີ່ຝຣັ່ງເປັນເຈົ້າພາບໃນຄັ້ງນີ້ຈະດຳເນີນໄປແບບລຽນໄຫຼເຖິງຈະເກີດເຫດປະທ້ວງ.
ທາງການຝຣັ່ງໃຊ້ມາດຕະການຮັກສາຄວາາມປອດໄພຢ່າງເຂັ້ມງວດໃນລະຫວ່າງການສະແດງຄອນເສີດທ່າມກາງແຟນເພງປະມານ 80.000 ຄົນ ຊຶ່ງຖືເປັນການທົດສອບຄັ້ງສຳຄັນດ້ານການເບິ່ງແຍງຄວາມປອດໄພກ່ອນການແຂ່ງຂັນບານເຕະຢູໂຣ 2016 ຈະເລີ່ມຕົ້ນຂຶ້ນໃນມື້ນີ້ ໂດຍທີມຊາດຝຣັ່ງຈະລົງເຕະເປີດສະໜາມກັບໂຣມາເນຍ ທີ່ສະໜາມສະຕາດເດິຟຣອງ ໃນຂະນະທີ່ແຟນບານເລີ່ມເດີນທາງມາຍັງນະຄອນຫຼວງປາຣີ ການຢຸດງານປະທ້ວງຂອງພະນັກງານລົດໄຟໃນຝຣັ່ງຍັງຄົງດຳເນີນຕໍ່ໄປເປັນວັນທີ 9 ແລະຂີ້ເຫຍື້ອຈຳນວນຫຼາຍກໍຍັງບໍ່ມີການເກັບມ້ຽນ ແລະ ຖືກປະໄວ້ຕາມຖະໜົນ ໂດຍພະນັກງານລົດໄຟຂູ່ທີ່ຈະຢຸດງານບໍລິເວນລົດໄຟສາຍທີ່ໄປຍັງສະໜາມສະຕາດເດິຟຣອງໃນມື້ນີ້ ທາງດ້ານປະທານາທິບໍດີໂອລລອງກ່າວເຕືອນວ່າ ລັດຖະບານກຽມທີ່ຈະດຳເນີນມາດຕະຖານທີ່ຈຳເປັນໃນການອຳນວຍຄວາມສະດວກ ແລະ ໃຫ້ບໍລິການເດີນທາງແກ່ແຟນບານ ໂດຍຢືນຢັນວ່າຈະຕ້ອງມີການບໍລິການລົດສາທາລະນະໃຫ້ແກ່ຜູ້ຊົມບານເຕະ ໃນຂະນະດຽວກັນ ດ້ວຍຄວາມວິຕົກເລື່ອງການໂຈມຕີຈາກກຸ່ມກໍ່ການຮ້າຍ ທາງການຝຣັ່ງໄດ້ກຽມຕຳຫຼວດ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ 90.000 ຄົນ ເພື່ອດູແລຄວາມປອດໄພຕະຫຼອດການແຂ່ງຂັນບານເຕະໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...