HomeຊີວິດແລະຄວາມຮັກWedding-Sex-love"ຈຸດສຸດຍອດ" ຂອງແມ່ຍິງ ເລື່ອງເລິກທີ່ໜ້າຮູ້

“ຈຸດສຸດຍອດ” ຂອງແມ່ຍິງ ເລື່ອງເລິກທີ່ໜ້າຮູ້

Published on

ຈຸດສຸດຍອດຂອງແມ່ຍິງ ເປັນເລື່ອງທີ່ໜ້າສຶກສາເພາະຜູ້ຊາຍຫຼາຍຄົນຢາກຮູ້ຢາກເຫັນທີ່ສຸດ ໜ້ອຍຄົນທີ່ຈະໄດ້ພົບເຫັນ ຫຼື ສາມາດໃຫ້ຄວາມສຸກໃຫ້ແມ່ຍິງໄດ້ດີເດັ່ນທຸກຢ່າງ ໃນບົດ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມາເວົ້າເຖິງວິທີສັງເກດແມ່ຍິງໃນເວລາມີເພດສຳພັນເມື່ອໄປເຖິງຈຸດສຸດຍອດ ພວກເຂົາຈະສະແດງອາການແນວໃດ 

ນ້ຳສຽງ ຖ້າການບັນເລງຮັກຂອງທ່ານໄປຖືກຈຸດສຽວຂອງຍິງສາວຄູ່ຮ່ວມບັນເລງ ທ່ານກໍ່ຈະໄດ້ຍິນຄວນຄາງເບົາໆ ສຽງລຳພຶງລຳພັນບໍ່ເປັນສັບພາສາ ຫຼື ບໍ່ກໍ່ຮ້ອງຂຶ້ນເໝືອນກັບໄດ້ຮັບຄວາມເຈັບປວດ ຫຼື ບາງຄົນກໍ່ມັກຈະໃຫ້ຝ່າຍຊາຍດູດທີ່ລຳຄໍ ຫຼື ກົກແຂນຢ່າງແຮງ ຈົນຝ່າຍຍິ່ງພໍໃຈ ແມ່ຍິງບາງຄົນຈະກັດປາກຝ່າຍຊາຍ ຫຼື ດູດໜ້າເອິກຂອງຝ່າຍຊາຍ ເພື່ອຫຼຸດການເປັ່ງສຽງດັງອອກມາ ອາການເຫຼົ່ານີ້ສືບເນື່ອງມາຈາກອາລົມທີ່ໄດ້ປົດປ່ອຍອອກມາຢ່າງຄວບຄຸມຕົວບໍ່ໄດ້ ເມື່ອເວລາເຖິງຈຸດສຸດຍອດຢ່າງເຕັມທີ່

ກ້າມເນື້ອ ໜ້າທ້ອງຈະເຄັ່ງ ແຂນຂາຈະກອດຫັດທ່ານແໜ້ນໃນເວລາທີ່ທັງສອງກຳລັງບັນເລງບົດຮັກທີ່ຮ້ອນແຮງ ກ້າມເນື້ອໃນຊ່ອງຄອດຈະຫັດຕົວເຂົ້າແໜ້ນແລ້ວຄາຍຕົວອອກເປັນໄລຍະຖີ່ໆຫຼາຍທີ່ສຸດ ໃນຕອນທີ່ເກີດອາລົມສຽວສຸູດໆຂອງຝ່າຍຍິງ

ການເຕັ້ນຂອງຫົວໃຈ ການຫາຍໃຈຈະໄວຂຶ້ນ ຈະຮູ້ສຶກເມື່ອຍແຕ່ເມື່ອເຖິງຈຸດສຸດຍອດແລ້ວທ່ານຈະສັງເກດເຫັນນາງຈະຮູ້ສຶກມີຄວາມສຸກ, ມີຜ່ອນຄາຍສະບາຍຕົວມີແຮງຂຶ້ນທັນທີ.

ຈຸດສຸດຍອດຂອງແມ່ຍິງຈະເກີດຂຶ້ນໄດ້ໃນເວລາຫ່າງກັນພຽງ 1-2 ນາທີ ແລະ ບາງເທື່ອກວ່າຈະສຳເລັດການບັນເລງເພງຮັກເທິງຕຽງແລ້ວ ຍິງສາວອາດມີອາການສຽວເຖິງຈຸດສຸດຍອດໄດ້ເຖິງ 2-3-4 ຄັ້ງກໍ່ມີ ໃນແມ່ຍິງບາງຄົນທີ່ມີພອນສະຫວັນດ້ານນີ້ຈະຮູ້ຈັກກະຕຸ້ນໃຫ້ຖືກຈຸດທີ່ຕົນເອງສຽວ ແລະ ໄປເຖິງຈຸດສຸດຍອດໄດ້ຢ່າງເປັນທຳມະຊາດນີ້ແມ່ນສະເໜ່ດຶງດູດເພດຊາຍຫຼາຍຂຶ້ນ ເພາະການທີ່ແມ່ຍິງສຽວໄດ້ເລື່ອຍໆ ແລະ ເຖິງຈຸດສຸດຍອດ ຈະເຮັດໃຫ້ຝ່າຍຊາຍພູມໃຈໃນຜົນງານຂອງຕົນນັ້ນເອງ

ການທີ່ຈະປະຕິບັດໃຫ້ແມ່ຍິງໄປເຖິງຈຸດສຸດຍອດຢ່າງເຕັມທີ່ນັ້ນຝ່າຍຊາຍຕ້ອງໃຈເຢັນໆຄ່ອຍຂີ່ມ້າໄປພ້ອມນາງ ເພື່ອໃຫ້ທັງສອງຝ່າຍໄດ້ຮັບຄວາມສຸກຢ່າງເຕັມທີ່

ທີ່ມາ: pop.co.th ແລະ http://women.thaiza.com/

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...