spot_img
Homeຂ່າວພາຍ​ໃນການ​ຄ້າຕີ​ລາ­ຄາ​ວຽກ​ວາງ­ສະ­ແດງ​ສິນ­ຄ້າ

ການ​ຄ້າຕີ​ລາ­ຄາ​ວຽກ​ວາງ­ສະ­ແດງ​ສິນ­ຄ້າ

Published on

ວັນທີ 8 ຜ່ານມາ ກະ­ຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະ­ຊຸມສະ­ຫຼຸບຖອດຖອນບົດ­ຮຽນກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານວາງ­ສະ­ແດງສິນ­ຄ້າພາຍໃນ ແລະ ຕ່າງ­ປະ­ເທດຂຶ້ນຢູ່ກະ­ຊວງດັ່ງ­ກ່າວ ໂດຍພາຍໃຕ້ການເປັນປະ­ທານຂອງ ທ່ານ ນາງ ເຂັມມະ­ນີ ພົນເສ­ນາ ລັດຖະມົນ­ຕີກະ­ຊວງອຸຸດສາຫະກຳ ແລະ ການຄ້າ, ມີບັນ­ດາຫົວ­ໜ່ວຍທຸ­ລະກິດ ແລະ ພາກ­ສ່ວນທີ່ກ່ຽວ­ຂ້ອງຕ່າງໆເຂົ້າຮ່ວມ.

ທ່ານ ນາງ ເຂັມມະ­ນີ ພົນເສ­ນາ ໄດ້ກ່າວວ່າ: ຈຸດ­ປະ­ສົງໃນການຈັດກອງປະ­ຊຸມຄັ້ງນີ້ ກໍເພື່ອຈັດຕັ້ງຜັນຂະ­ຫຍາຍມະ­ຕິກອງປະ­ຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ປາ­ກົດຜົນເປັນຈິງ ແລະເພື່ອສະ­ຫຼຸບຖອດຖອນບົດ­ຮຽນກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານວາງສະ­ແດງສິນ­ຄ້າພາຍໃນ ແລະຕ່າງປເທດ, ໃນໄລ­ຍະຜ່ານມາ ແລະ ຕໍ່­ໜ້າ, ເພື່ອໃຫ້ມີໃບໜ້າຕໍ່ວຽກງານເສດ­ຖະ­ກິດ-ສັງ­ຄົມຂອງຊາດ ກໍຄືການກຳ­ນົດນະ­ໂຍ­ບາຍຂອງລັດ­ຖະ­ບານໃນການເຊື່ອມໂຍງກັບສາ­ກົນ, ເວົ້າລວມເວົ້າສະ­ເພາະກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າກຳ­ລັງຂຸ້ນຂ້ຽວກະ­ກຽມກອງປະ­ຊຸມອາຊຽນ ແລະ ເພື່ອກຽມຄວາມພ້ອມຮັບມືໃນການເປັນປະ­ຊາຄົມເສດ­ຖະ­ກິດອາຊຽນ ແລະເປີດການຄ້າເສລີ, ໃນນັ້ນເຫັນວ່າ ຕໍ່ກັບບັນຫາດັ່ງ­ກ່າວທາງພາກລັດ­ຖະ­ບານກໍຄືກະຊວງອຸດ­ສາ­ຫະ­ກຳ ແລະການຄ້າ ແມ່ນຈະຕ້ອງໄດ້ສູ້ຊົນຍາດແຍ່ງການສະ­ໜັບ­ສະ­ໜູນຈາກບັນ­ດາປະ­ເທດໃນພາກພື້ນ ແລະສາ­ກົນ ເພື່ອສ້າງໂອ­ກາດ, ເວ­ທີ ແລະກິດ­ຈະ­ກຳຕ່າງໆ ເພື່ອຊ່ວຍໃຫ້ພາກທຸ­ລະກິດໄດ້ໂຄ­ສະ­ນາໝາກ­ຜົນຂອງການພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມຂອງລາວ ແລະເພື່ອເປັນການດຶງດູດການຄ້າ, ການລົງ­ທຶນ ແລະການ­ທ່ອງ­ທ່ຽວໃຫ້ຮັບມືນັບ ເຕີບໃຫຍ່ຢ່າງຕໍ່ເນື່ອງ.

ຢ່າງ­ໃດກໍດີ ໄລ­ຍະຜ່ານມາ ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າ ໄດ້ກຳ­ນົດນະ­ໂຍ­ບາຍຕ່າງໆເພື່ອເຮັດໃຫ້­ການສົ່ງເສີມພາກທຸ­ລະກິດມີຜົນ­ງານຢ່າງເປັນຮູບປະທຳຄື ນະ­ໂຍ­ບາຍເພື່ອກະຕຸ້ນການຜະ­ລິດເຂົ້າໃສ່ຜູ້ປະ­ກອບການຂະ­ໜາດ ໃຫຍ່, ຂະ­ໜາດກາງ ແລະນ້ອຍ ເພື່ອສະໜອງກັບຄວາມຕ້ອງ­ການຂອງຜູ້ຊົມ­ໃຊ້ ພາຍໃນ ແລະສົ່ງອອກໄປຍັງຕ່າງປະ ເທດ, ພ້ອມດຽວກັນນັ້ນກໍໄດ້ເອົາ­ໃຈ­ໃສ່ຊຸກ­ຍູ້ສົ່ງ­ເສີມສິນ­ຄ້າທີ່ເປັນທ່າ­ແຮງຂອງ ລາວໄປສູ່ຕະ­ຫຼາດເປົ້າໝາຍ ເພື່ອຊອກຫາຄູ່ຄ້າຍາວນານດ້ວຍຫຼາຍຮູບການ ແລະໃຫ້ສາ­ມາດແຂ່ງ­ຂັນກັບສິນ­ຄ້າຂອງ ປະ­ເທດອຶ່ນໆໃນຍຸກເຊື່ອມໂຍງ, ໃນນັ້ນ ເລີ່ມແຕ່ປີ 2000 ເປັນ­ຕົ້ນມາ ເຫັນວ່າ ການສົ່ງ­ເສີມການເຂົ້າຮ່ວມຕະ­ຫຼາດດ້ວຍການຈັດງານ ແລະນຳ­ພາທຸ­ລະກິດທີ່ມີເງື່ອນ­ໄຂໄປຮ່ວມງານວາງ­ສະ­ແດງສິນຄ້າທາງພາຍໃນ ແລະຕ່າງ­ປະ­ເທດທີ່­ຢູ່ ໃນລະ­ດັບພາກພື້ນ ແລະ ສາ­ກົນ ຊຶ່ງເຫັນວ່າ ແຕ່ລະປີລັດ­ຖະ­ບານລາວກໍໄດ້ຊຸກ­ຍູ້ ສົ່ງ­ເສີມໃຫ້ຫົວ­ໜ່ວຍທຸ­ລະກິດຂອງລາວ ທີ່ມີທ່າ­ແຮງໄດ້ເຂົ້າຮ່ວມ ເພື່ອເປັນການຊອກຫາໂອ­ກາດໃນການນຳສະ­ເໜີສິນຄ້າຂອງຕົນ, ຈັບຄູ່ທຸ­ລະກິດ ແລະເປັນເວທີໃນການເຈລະ­ຈາຊື້-ຂາຍສິນ­ຄ້າຮ່ວມກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...