spot_img
Home​ຂ່າວທ່ອງທ່ຽວສາລະ​ວັນ ​ດິນ​ແດນ​ແຫ່ງ​ຄວາມ​ຫຼາກ​ຫລາຍ​ດ້ານ​ວັດທະນະ​ທໍາ

ສາລະ​ວັນ ​ດິນ​ແດນ​ແຫ່ງ​ຄວາມ​ຫຼາກ​ຫລາຍ​ດ້ານ​ວັດທະນະ​ທໍາ

Published on

ສາລະວັນ​ ດິນ​ແດນອົງ​ແກ້ວ​ອົງ​ກົມມະ​ດຳ ຕັ້ງ​ຢູ່​ທາງ​ພາກ​ໃຕ້ ຂອງ​ສປປລາວ, ມີເມືອງສາລະວັນເປັນເທດສະບານ ຫລື ເມືອງເອກ. ເປັນແຂວງທີ່ມີຄວາມຫາກຫລາຍທາງດ້ານວັດທະນະທໍາ ແລະ ຮີດຄອງປະເພນີ ທີ່ຫນ້າສຶກສາ ແລະຄົ້ນຫາ. ສະແດງອອກຜ່ານການຮ້ອງລໍາທໍາເພງເຊັ່ນ: ລໍາສາລະວັນອັນມີຊື່ສຽງໂດ່ງດັງໄປທົ່ວປະເທດ, ລໍາຄົງເຊໂດນ, ລໍາຜູ້ໄທ,ລໍາຕາລີມອນ, ລໍາກະເລີ້ຍ ແລະ ອື່ນໆ.

ນອກຈາກ​ວັດທະນະທໍາ​ແລ້ວ ດິນ​ແດນ​ແຫ່ງ​ນິ້ຍັງມີ​​ທຳ​ມະ​ຊາດ​​ເປັນ​ຈຸ​ດເດັ່ນ ມີຕົກ​ຕາດທີ່​ມີ​ຊື່​ສຽງ​ຫລາຍ​ແຫ່ງ ສົມ​ກັບ​ຄຳ​ຂວັນ​ທີ່​ວ່າ: “ໝາກພ້າວ​ນາ​ໄຊ ປິ້ງ​ໄກ່​ນາ​ປົ່ງ ​ເຫລົ້າຂາວ​ເມືອງ​ຄົງ ລຳວົງ​ສາລະ​ວັນ”.

23.5

ສາລະ​ວັນ​ຍັງ​ເປັນ​ດິນ​ແດນ​ທີ່​ມີ​ຮອງ​ຮອຍ​ແຫ່ງ​ອູ່​ອະລິຍະ​ທໍາ ພະອົງຕື້​ແຫ່ງວັດໂອກາດ ເປັນພະສັກສິດຄູ່ບ້ານຄູ່ເມືອງຂອງຊາວແຂວງສາລະວັນ, ຫໍໄຕສາລະວັນ ສັນນິຖານສ້າງຂຶ້ນໃນສັດຕະວັດທິ17-18ດ້ວຍໄມ້ເນື້ອແຂງທັງຫມົດມີໂຄງສ້າງຮູບຊົງທີ່ສວຍງາມສົມສ່ວນ ປະດັບດ້ວຍລວດລາຍອັນວິຈິດປານີດ ຖືເປັນສະຖາປັດຕະຍະກໍາທີ່ມີເອກະລັກໂດດເດັ່ນງາມສະຫງ່າ.

ອຸທິຍານຕາດເລາະ ຕັ້ງຢູ່2ຝັ່ງເຊເສັດ ມີນໍ້າຕົກຕາດທີ່ສວຍງາມ2ແຫ່ງປ່າໄມ້ຂຽວສົດ ແລະອາກາດຮົ່ມເຢັນ ເຫມາະສໍາລັບການພັກຜ່ອນຢ່ອນໃຈ, ພ້ອມ​ນີ້ຍັງມີການບໍລິການຂີ່ຊ້າງຊົມທິວທັດ.

ດິນແດນສາລະວັນ ຕັ້ງຢູ່ພາກໃຕ້ຂອງປະເທດ ເຊິ່ງມີດິນແດນສ່ວນຫນຶ່ງຂອງພູພຽງບໍລິເວນອັນອຸດົມຮັ່ງມີ.

ມີຊາຍແດນຕິດກັບປະເທດຫວຽດນາມທາງດ້ານຕາເວັນອອກ ແລະ ປະເທດໄທຢູ່ຕາເວັນຕົກ .ຍ້ອນມີຕົ້ນຮັງ(ສາລະ)ເກີດຂຶ້ນຫລາຍຈິ່ງເອີ້ນວ່າສາລະວັນ ເຊິ່ງມີຄວາມຫມາຍວ່າດິນແດນແຫ່ງຕົ້ນຮັງ.

ປັດຈຸບັນສາລະວັນ ປະກອບດ້ວຍ8ເມືອງຄື: ເມືອງສາລະວັນ, ນະຄອນເພັງ, ຄົງເຊໂດນ, ວາປີ, ຕຸມລານ,ສະມ້ວຍ,ຕະໂອ້ຍ ແລະ ເມືອງເລົ່າງາມ ມີພົນລະເມືອງປະມານ 3 ແສນຄົນ.

ນອກຈາກວັດທະນະທຳແລ້ວ ສາລະວັນຍັງເປັນດິນແດນທີ່ອຸດົມສົມບູນດ້ວຍທຳມະຊາດ ເຮັດໃຫ້ມີສະຖານທີ່ທ່ອງ ທ່ຽວທາງດ້ານທໍາມະຊາດຫລາຍແຫ່ງທີ່ມີຊື່ສຽງ ໂດຍສະເພາະກໍແມ່ນ ອຸທິຍານແຫ່ງຊາດຕາດເລາະ,ເຊິ່ງເປັນຈຸດກໍມີແຜນພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນທີ່ທັນສະໄຫມ.

ສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງແຂວງສາລະວັນປະກອບມີ:ອຸທິຍານຕາດເລາະ, ນ້ຳຕົກຕາດສູງເຊເຊັດ, ອະນຸສາວະລີອົງແກ້ວ-ສວນແຄນ, ນ້ຳຕົກຕາດເທວະດາ, ຫັດຖະກຳຕໍາແພບ້ານຫ້ວຍຫີນ, ຕາດແສນ, ຕາດໄມ້ເຮ້ຍ, 4000ຂຸມບ້ານທ່າ, ນ້ຳຕົກຕາດແກ້ງກຸ ແລະສະຖານທີ່ທ່ອງທ່ຽວແຫ່ງອື່ນໆອີກ

14489655641448965669l

ການເດີນທາງ

ການເດີນທາງໄປແຂວງສາລະວັນ ກໍມີຫລາຍຊ່ອງທາງໂດຍສະເພາະແມ່ນທາງລົດ ຈາກຕົວເມືອງປາກເຊໄປຕາມເສັ້ນທາງເລກທີ 23 ແລ້ວລ້ຽວຊ້າຍຢູ່ຫລັກ 21 ແລ້ວກໍສືບເດີນທາງຕໍ່ໄປ(ຈາກປາກເຊ ເຖິງສາລະວັນປະມານ90ກິໂລແມັດ)

ອີກຫນຶ່ງເສັ້ນທາງແມ່ນທ່ານທີ່ມາຕາມເສັ້ນທາງ13ໃຕ້ເມື່ອຮອດເຂດບ້ານນາປົ່ງ ໃຫ້ລ້ຽວຊ້າຍເດີນທາງໄປອີກປະມານ70ກວ່າກິ​ໂລແມັດກໍເຖິງ ເຊິ່ງປັດຈຸບັນການປັບປຸງກໍ່ສ້າງ ​ໃກ້ຈະສໍາເລັດ.

ພັກໃສເມື່ອໄປສາລະວັນຕາມຂໍ້ມູນຂອງກົມການຄຸ້ມຄອງທ່ອງທ່ຽວ ແຂວງສາລະວັນມີ ​ໂຮງ​ແຮມ6​ແຫ່ງ,  ເຮືອນພັກຣີສອດດອີກ45ແຫ່ງ

ອາການ​ການ​ກິນ

ຢູ່ສາລະ​ວັນ ມີ​ຮ້ານ​ອາຫານ​ ແລະ ​ຮ້ານດື່ມ 115ຮ້ານ. ປິ້ງໄກ່ນາປົ່ງ ຄື​ອາຫານ​ທີ່​ມີ​ຊື່ສຽງ ທີ່ໃຜກາຍໄປກາຍມາກໍມັກແວ່ຊື້ຕິດໄມ້ຕິດມື.

20090701_104016nikond80

ທ່ຽວ​ໃສ່ ​ເມື່ອ​ໄປ​ສາລະ​ວັນ

ສາລະ​ວັນ​ມີ​ທ່ອງ​ທ່ຽວ​ທີ່​ຫລາກ​ຫລາຍ​ທັງ​ວັດທະນະ​ທໍາ ແລະ ທຳ​ມະ​ຊາດ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຢາກ​ແນ​ະນຳ​ປະກອບ​ມີ

+ອຸທິຍານຕາດເລາະ

+ນ້ຳຕົກຕາດສູງເຊເຊັດ

+ອະນຸສາວະລີອົງແກ້ວ-ສວນແຄນ

+ນ້ຳຕົກຕາດເທວະດາ

+ຫັດຖະກຳຕໍາແພບ້ານຫ້ວຍຫີນ

+ຕາດແສນ

+ຕາດໄມ້ເຮ້ຍ

+4000ຂຸມບ້ານທ່າ

+ນ້ຳຕົກຕາດແກ້ງກຸ ແລະ ສະຖານທີ່ທ່ອງທ່ຽວແຫ່ງອື່ນໆອີກ

 

ເນື້ອໃນທີ່ມາ: http://la.laotrips.com/?p=167

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...