Home​ຂ່າວບັນເທິງຈາງອົກຈອງ ຕຳນານຮັກຄູ່ບັນລັງ

ຈາງອົກຈອງ ຕຳນານຮັກຄູ່ບັນລັງ

Published on

“ຈາງອົກຈອງ ຕຳນານຮັກຄູ່ບັນລັງ” ເປັນຊີຣີ້ເກົາຫຼີໃຕ້ອີກເລື່ອງໜຶ່ງທີ່ໄດ້ກະຕອບຮັບເປັນຢ່າງດີ ເຊິ່ງໄດ້ອອກອາກາດໃນວັນຈັນ-ຄານ-ພຸດ ທາງຊ່ອງ 3 ເວລາ 11:00-12:00ໂມງ ປັດຈຸບັນນີ້ເລື່ອງລາວກຳລັງດຳເນີນໄປຢ່າງເຂັ້ນຂຸ້ນ ຊ່ວງແນະນຳໜັງໃໝ່ກັບລາວໂພສຕ໌ ກໍ່ບໍ່ພາດທີ່ຈະນຳເອົາ ຊີຣີເກົາຫຼີຍອດຮິດຢ່າງ “ຈາງອົກຈອງ ຕຳນານຮັກຄູ່ບັນລັງ” ມານຳສະເໜີ

Thumb-66

ປະຫວັດຂອງຈາງອົກຈອງ (ສະໜົມຈາງຮີບິນ) ຜູ້ຊົງເປັນພະສະໜົມເອກໃນພຣະເຈົ້າຊຸກຈົງແຫ່ງໂຊຊອນ ຊີຣີ້ຫຼາຍຕໍ່ຫຼາຍເລື່ອງໄດ້ກ່າວຂານ ເຖິງຄວາມຮ້າຍກາສ ຫຼົງບ້າອຳນາດບາດໃຫຍ່ຈົນເຖິງຂັ້ນເຮັດສະເໜ່ຂຸນໃສເພື່ອໃຫ້ໄດ້ຍົດຖາບັນດາສັກມາຄອງ ແຕ່ໃນ Jang Ok Jung ສະບັບບໃໝ່ນີ້ເລົາເຖິງອີກມຸມໜຶ່ງຂອງສະໜົມຈາງຮີບິນ ຜູ້ມີບົດບາດສຳຄັນດ້ານການຕັດຫຍິບເສື້ອຜ້າໃນສະໄໝນັ້ນ ຊີຣີ້ເກົາຫຼີເລື່ອງນີ້ ໄດ້ນາງຟ້າແຫ່ງເກົາຫຼີໃຕ້ ຄິມແຕຮີ (Kim Tae Hee) ມາຮັບບົດເປັນ ຈາງອົກຈອງ ແລະ ຢູອາອີນ (Yoo Ah In ) ມາຮັບບົດເປັນພຣະເຈົ້າຊຸກຈົງ

jangokjong

ເລື່ອງຫຍໍ້ຂອງຊີຣີ້ Jang Ok Jung ຕຳນານຮັກຄູ່ບັນລັງ :
ເປັນເລື່ອງລາວຂອງຈາງອົງຈອງ ຫຼື ຈາງຮີບິນ (ຮັບບົດໂດຍຄິມແຕຮີ) ແມ່ຍິງທີ່ເກີດມາໃນຊົນຊັ້ນຕ່ຳ ມີພໍ່ເປັນຊົນຊັ້ນສູງ ແຕ່ມີແທ່ເປັນທາດ ຄອບຄົວຂອງນາງຕ້ອງໃຊ້ຊີວິດແບບຫຼົບໆຊ້ອນໆ ແມ່ຂອງນາງຖືກຈັບເປັນທາດ ອ້າຍຫາຍຊາບສູນ ແລະ ພໍ່ຂອງນາງກໍ່ລົ້ມປ່ວຍເສຍຊີວິດ ນາຍຍິງຄັງ ຊ່ວຍເຫຼືອນາງດ້ວຍການຮັບມາລ້ຽງ ແລະ ໄດ້ສອນວິທີການຕັດຫຍິບເສື້ອຜ້າ ຈາກຄວາມຢາກຮູ້ເລີຍເຮັດໃຫ້ນາງຮຽນຮູ້ໄດ້ໄວກ່ວາໝູ່ ແລະ ຫຼັງຈາກທີ່ນາງໄດ້ສູນເສຍນາຍຍິງ ນາງໄດ້ຕັ້ງໜ້າຕັ້ງຕາເຮັດວຽກໃນຮ້ານເສື້ອຜ້າ ເພື່ອນຳເງິນໄປໄຖ່ຕົວແມ່ທີ່ເປັນທາດ ເຊິ່ງນາງໄດ້ຮັບມອບໝາຍໃຫ້ຕັດຊຸດບູລຸດຊັ້ນສູງ ເຊິ່ງຜູ້ມາວັດຕົວທີ່ຮ້ານຄື ອົງຊາຍຣັສຊະທາຍາດອີຊຸນ (ຮັບບົດໂດຍ ຢູອາອິນ ເຊິ່ງທັງຄູ່ໄດ້ມີໂອກາດພົບກັນອີກຫຼາຍຄັ້ງ ແລະ ໄດ້ຕົກຫຼຸມຮັກກັນ ແຕ່ພາຍຫຼັງອີຊຸນກັບຕ້ອງໄດ້ເຂົ້າພິທີສົມຣົດກັບແມ່ຍິງທີ່ຕົນບໍ່ໄດ້ຮັກ ເພື່ອໃຫ້ໄດ້ມາເຊິ່ງອຳນາດທາງການເມືອງ ເຂົາຈິ່ງຕ້ອງທຳຮ້າຍຈິດໃຈແມ່ຍິງທີ່ຕົນຮັກ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...