spot_img
Homeຊີວິດແລະຄວາມຮັກຫາກທ່ານບໍ່ໄດ້ຮູ້ສຶກຫຍັງ ຢ່າເຜີເຮັດແບບນີ້ 6 ຂໍ້ຜິດພາດ!! ທີ່ເຜີໃຫ້ຄວາມຫວັງຄົນອື່ນ

ຫາກທ່ານບໍ່ໄດ້ຮູ້ສຶກຫຍັງ ຢ່າເຜີເຮັດແບບນີ້ 6 ຂໍ້ຜິດພາດ!! ທີ່ເຜີໃຫ້ຄວາມຫວັງຄົນອື່ນ

Published on

ທ່ານເຄີຍມີປະສົບການນີ້ບໍ່ ຢູ່ດີໆກໍ່ມີຄົນມາໂວຍວາຍໃສ່ຫາວ່າເຮົາໄປໃຫ້ຄວາມຫວັງເຂົາ ເຮັດໃຫ້ເຂົາມີໃຈໃຫ້ເຮົາ ບາງຄັ້ງເຮົາອາດຈະເຮັດລົງໄປໂດຍທີ່ເຮົາບໍ່ຮູ້ຕົວ ເພາະສິ່ງທີ່ເຮົາຄິດນັ້ນພຽງເປັນຄວາມຫວັງດີທີ່ມອບໃຫ້ເຂົາບໍ່ແມ່ນການສົ່ງສັນຍານວ່າມີໃຈໃຫ້ເຂົາເລີຍ ບົດຊີວິດ ແລະ ຄວາມວັນນີ້ ເຮົາຈະມານຳສະເໜີ 6 ຂໍ້ ທີ່ສ່ຽງຕໍ່ການເຂົ້າໃຈຜິດທີ່ເຮັດໃຫ້ຄົນອື່ນເສຍຄວາມຮູ້ສຶກກັບເຮົາໄດ້
1. ຕໍ່ບົດສົນທະນາຢ່າງສະໜຸກສະໜານໃນເວລາທີ່ເຂົາແຊັດມາຫາ
2. ມັກຍິ້ມໃຫ້ທຸກຄັ້ງທີ່ພົບໜ້າກັນ
3. ມ່ວນຊື່ນກັບມຸກຕະລົກຂອງເຂົາຕະຫຼອດ
4. ສົບສາຍຕາກັບເຂົາທຸກຄັ້ງເວລາທີ່ເຂົາສົ່ງສາຍຕາມາໃຫ້
5. ທຳທ່າເຂີນອາຍເວລາຢູ່ນຳກັນ
6. ໃຫ້ຄວາມຊ່ວຍເຫຼືອທຸກຄັ້ງທີ່ເຂົາຮ້ອງຂໍໃຫ້ຊ່ວຍ
          ການກະທຳ 6 ຂໍ້ທີ່ກ່າວມາຂ້າງເທິງນີ້ ເຖິງເຮົາຈະຄິດວ່າມັນເປັນເລື່ອງປົກກະຕິຂອງເຮົາເພາະນິໄສຂອງເຮົາເປັນຄົນອັດທະຍາໃສດີກໍ່ຕາມ ແຕ່ສິ່ງເຫຼົ່ານີ້ອາດຈະເຮັດໃຫ້ເຮົາເດືອດຮ້ອນໄດ້ ໂດຍສະເພາະໄປເຮັດກັບຄົນທີ່ເຮົາບໍ່ໄດ້ມີໃຈໃຫ້

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...