spot_img
Homeຂ່າວພາຍ​ໃນນາ­ຍົກ​ຊີ້​ນຳ​ລັດ­ຖະ­ມົນ­ຕີ​ໃໝ່​ ກະ­ຊວງ ປທສ ເອົາ­ໃຈ­ໃສ່​ບາງ​ບັນ­ຫາ​ສຳ­ຄັນ

ນາ­ຍົກ​ຊີ້​ນຳ​ລັດ­ຖະ­ມົນ­ຕີ​ໃໝ່​ ກະ­ຊວງ ປທສ ເອົາ­ໃຈ­ໃສ່​ບາງ​ບັນ­ຫາ​ສຳ­ຄັນ

Published on

ທ່ານ​ນາ­ຍົກ​ຊີ້​ນຳ​ລັດ­ຖະ­ມົນ­ຕີ​ໃໝ່ກະ­ຊວງ ປທສ ໃຫ້​ເອົາ­ໃຈ­ໃສ່​ບາງ​ບັນຫາ​ສຳ­ຄັນ​ເປັນ­ຕົ້ນ​ແມ່ນ​ການ​ຄຸ້ມ​ຄອງ​ຕາໜ່າງ ແລະ ​ການ​ພັດ­ທະ­ນາ​ຕ້ອງ​ໄປ​ລວງດຽວ​ກັນ, ເປັນ­ໃຈ​ກາງ​ບັນ­ຊາ​ການ​ດ້ານ​ສື່ ແລະ​ຜູ້​ປະ­ກອບ​ການ​ໃນ​ຂະ­ແໜງ​ຂອງຕົນ​ເຮັດ​ໃຫ້​ວຽກ​ງານ​ນີ້​ເປັນ​ການ​ພັດ​ທະນາ​ເພື່ອ​ຮັບ​ໃຊ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ, ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ຊາດŒປ້ອງ​ກັນ​ຄວາມ​ສະ­ຫງົບ​ເພື່ອ​ຄວາມ​ໝັ້ນຄົງ, ຄວາມ​ສະ­ຫງົບ​ສຸກ ແລະ​ຄວາມ​ຈະເລີນ​ພັດ­ທະ­ນາ​ຂອງ​ປະ­ເທດ​ຊາດ ພ້ອມກັບ​ເອົາ­ໃຈ­ໃສ່​ສະ­ກັດ​ກັ້ນ ແລະ​ ແກ້​ໄຂ​ບັນດາ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ຂົງ­ເຂດ​ວຽກງານ​ຂອງ​ຂະ­ແໜງ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງເປັນ​ກ້າວໆ ແລະ​ ຕັ້ງ­ໜ້າ​ເສີມ​ຂະ­ຫຍາຍຄວາມ​ສາ­ມັກ­ຄີ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ.

ພິ­ທີ​ມອບŒຮັບ​ໜ້າ­ທີ່​ລະ­ຫວ່າງ ທ່ານ ຫຽມ ພົມ­ມະ­ຈັນ ລັດ­ຖະ­ມົນ­ຕີ​ກະ­ຊວງໄປ­ສະ­ນີ, ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ຜູ້​ເກົ່າ) ແລະ​ທ່ານ ທັນ​ສະໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປສະ​ນີ, ໂທລະ​ຄົມ­ມະ­ນາ­ຄົມ ແລະ​ການສື່­ສານ (ຜູ້​ໃໝ່​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ­ຖຸ­ນາ 2016  ທີ່​ກະ­ຊວງ​ໄປ​ສະນີ, ໂທລະ​ຄົມມະ​ນາ​ຄົມ ແລະ​ ການ​ສື່­ສານ (ກປທສ). ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ ແລະ ​ໃຫ້​ກຽດ​ໂອ້​ລົມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ; ມີ​ບັນ­ດາທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ປທສ, ຜູ້­ຕາງ­ໜ້າ​ຈາກ​ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ພະ­ນັກ­ງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ກະ­ຊວງ ປທສ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມ.

ໃນ​ໂອ­ກາດ​ດັ່ງ­ກ່າວ,  ທ່ານ ຫຽມ ພົມມະ​ຈັນ ໄດ້​ຂຶ້ນ​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ ກັບ​ການ​ຊີ້​ນຳŒນຳ­ພາ​ວຽກ​ງານ​ໄປ­ສະ­ນີໂທລະ​ຄົມ­ມະ­ນາ­ຄົມ ແລະ​ການ​ສື່­ສານໃນ​ໄລ­ຍະ 5 ປີ​ທີ່​ຜ່ານ​ມາ​ເຫັນ​ວ່າ​ມີ​ອັນ​ພົ້ນເດັ່ນ​ໃນ​ຫຼາຍ​ດ້ານສະ­ແດງ​ອອກ​ຄື: ໄດ້​ເຮັດ​ໃຫ້​ສັງ­ຄົມ​ນັບມື້​ມີ​ຄວາມ​ເຂົ້າ­ໃຈ ແລະ​ຮັບ​ຮູ້​ເຖິງ​ບົດບາດ,  ຄວາມ​ສຳ­ຄັນ,  ຄວາມ​ຈຳ­ເປັນ ແລະ​ປະ­ໂຫຍດ​ຂອງ​ວຽກ​ງານ ປທສ ຫຼື ໄອ​ຊີ​ທີ​ລະ­ບົບ​ພື້ນ­ຖານ​ໂຄງ​ລ່າງ​ເປັນ­ຕົ້ນສາຍ​ໃຍ​ແກ້ວ​ໄດ້​ເຊື່ອມ​ໂຍງ​ບັນ­ດາ ເມືອງໃນ​ທົ່ວ​ປະ­ເທດ, ສັນ­ຍານ​ໂທລະ­ສັບ​ກວມ 95 ສ່ວນ​ຮ້ອຍ​ຂອງ​ຈຳ­ນວນ​ບ້ານ​ທັງໝົດ, ສຳ­ເລັດ​ການ​ພັດ­ທະ­ນາ​ຕົວ​ອັກ­ສອນເພັດ​ຊະ​ລາດ​ໂອ​ທີ​ເປັນ​ສາ­ກົນ​ເຂົ້າ​ໃນ​ລະບົບ​ຄອມ​ພິວ​ເຕີ ແລະ​ໂທລະ­ສັບ, ໄດ້​ສ້າງສະ­ພາບ​ແວດ​ລ້ອມ​ຈູງ​ໃຈ ແລະ​ເຊື່ອ​ໝັ້ນໃຫ້​ແກ່​ນັກ​ລົງ­ທຶນ​ເປັນ­ຕົ້ນ​ສຳ­ເລັດ​ການສ້າງ​ກົດ­ໝາຍ ແລະ​ນິ­ຕິ​ກຳ​ອື່ນໆ​ທີ່​ກ່ຽວຂ້ອງ, ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນການ​ຄຸ້ມ​ຄອງ, ຕິດ­ຕາມ, ກວດ­ກາ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ຕໍ່​ດ້ານ​ຄື້ນຄວາມຖີ່, ສັນ­ຍານ​ໂທລະ​ຄົມ, ອິນ​ເຕີ​ເນັດ, ລະບົບ​ການ​ບໍ­ລິ­ການ​ຂໍ້​ມູນ, ການ​ບໍ­ລິ­ຫານລັດ​ດ້ວຍ​ລະ­ບົບ​ເອ​ເລັກ​ໂຕ​ນິກ, ໄດ້​ສົ່ງ​ພະນັກ​ງານ​ໄປ​ຍົກ​ລະ­ດັບ​ຄວາມ​ຮູ້​ຄວາມສາ­ມາດ ແລະ​ຄຸນ​ທາດ​ການ­ເມືອງ​ໄດ້ຫຼາຍ​ເທື່ອ​ຄົນ.

ໃນ​ໂອ­ກາດ​ທີ່​ມີຄວາມ​ໝາຍດັ່ງ­ກ່າວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ກຽດໂອ້​ລົມ, ກ່ອນ​ອື່ນ​ທ່ານ​ໄດ້​ກ່າວ​ຍ້ອງ­ຍໍຊົມ­ເຊີຍ​ຜົນ­ງານ​ທີ່​ກະ­ຊວງ ປທສ ຍາດມາ​ໄດ້​ໃນ​ໄລ­ຍະ​ທີ່​ຜ່ານ​ມາ ພ້ອມ​ທັງ​ຍົກໃຫ້​ເຫັນ​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ ປທສ ກໍ່​ຄື​ຜົນ​ດີ, ຜົນ​ໄດ້, ຜົນ​ເສຍ ແລະ ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ການ​ນຳ​ໃຊ້​ສື່​ສັງ­ຄົມອອນ​ລາຍ.

ໃນ​ໂອ­ກາດ​ນີ້, ທ່ານ​ນາ­ຍົກ​ລັດ​ຖະ​ມົນຕີ​ໄດ້​ຊີ້​ນຳ​ໃຫ້​ກະ­ຊວງ ປທສ ເອົາ­ໃຈ­ໃສ່ຕື່ມ​ບາງ​ດ້ານ​ເປັນ­ຕົ້ນ​ແມ່ນ​ເອົາ­ໃຈ­ໃສ່ຄຸ້ມ​ຄອງ​ຕາ​ໜ່າງ ປທສ ໃຫ້​ມີ​ຄວາມ​ກົມກຽວ​ກັນ, ເອົາ​ຈິດ­ໃຈ​ການ​ພັດ­ທະ­ນາ​ໄປລວງ​ດຽວ​ກັນ, ໃຫ້​ສາ­ມາດ​ຄຸ້ມ​ຄອງ​ໄດ້ຢ່າງ​ລວມ​ສູນ, ເປັນ­ໃຈ​ກາງ​ບັນ­ຊາ​ການດ້ານ​ສື່ ແລະ​ຜູ້​ປະ­ກອບ​ການ​ໃນ​ຂະ­ແໜງການ​ຂອງ​ຕົນ​ເຮັດ​ໃຫ້​ວຽກ​ງານ​ນີ້​ເປັນການ​ພັດ­ທະ­ນາ​ເພື່ອ​ຮັບ​ໃຊ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ, ຮັບ​ໃຊ້​ວຽກ​ງານປ້ອງ​ກັນ​ຊາດŒປ້ອງ​ກັນ​ຄວາມ​ສະ­ຫງົບ ເພື່ອ​ຄວາມ​ໝັ້ນ­ຄົງ, ຄວາມ​ສະ­ຫງົບ​ສຸກ ແລະ​ ຄວາມ​ຈະ­ເລີນ​ພັດ­ທະ­ນາ​ຂອງ​ປະເທດ​ຊາດ, ເອົາ­ໃຈ­ໃສ່​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ບັນ­ດາ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ຂົງເຂດ​ວຽກ​ງານ​ຂະ­ແໜງ­ການ​ຂອງ​ຕົນໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເປັນ​ກ້າວໆ; ຕັ້ງໜ້າ​ເສີມ​ຂະ­ຫຍາຍ​ຄວາມ​ສາ­ມັກ­ຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ​ ກັນ.

ພ້ອມ​ກັນ​ນັ້ນ ທ່ານ​ຍັງ​ໄດ້​ຮຽກ­ຮ້ອງໃຫ້​ບັນ­ດາ​ບໍ­ລິ­ສັດ, ຜູ້​ປະ­ກອບ​ການ​ທີ່​ລົງທຶນ​ໃນ​ຂະ­ແໜງ­ການ​ໂທລະ​ຄົມ​ມະ​ນາຄົມ ແລະ​ການ​ສື່­ສານ​ຈົ່ງ​ສາ­ມັກ­ຄີ​ກັນ, ອາ­ໄສŒຍູ້​ແຮງ​ເຊິ່ງ​ກັນ ແລະ​ກັນ, ແຂ່ງຂັນ​ກັນ​ໃນ​ທາງ​ທີ່​ສ້າງ­ສັນ, ແຂ່ງ­ຂັນ​ກັນໃນ​ດ້ານ​ຄຸນ​ນະ​ພາບ ແລະ​ການ​ບໍ​ລິການ, ຫາກ​ບໍ່​ແມ່ນ​ແຂ່ງ­ຂັນ​ເພື່ອ​ເອົາ​ລັດເອົາ​ປຽບ​ກັນ ຫຼື ລົ້ມ​ກັນ, ຕ້ອງ​ກ້າວ­ໜ້າໄປ​ພ້ອມ​ກັນ, ແນ­ໃສ່​ນຳ​ເອົາ​ປະ­ໂຫຍດມາ​ໃຫ້​ບໍ­ລິ­ສັດ ແລະ ​ປະ­ເທດ​ຊາດ​ດ້ວຍຄວາມ​ຍຸ­ຕິ​ທຳ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...