spot_img
Homeຂ່າວພາຍ​ໃນຣັກບີ້ລາວ ຈັດກິດຈະກຳສົ່ງເສີມເດັກນ້ອຍຫຼິ້ນກີລາ

ຣັກບີ້ລາວ ຈັດກິດຈະກຳສົ່ງເສີມເດັກນ້ອຍຫຼິ້ນກີລາ

Published on

ວັນ​ທີ 31 ພຶດ­ສະ­ພາ​ຜ່ານມາ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ສະ­ຫະພັນ​ກີ­ລາ​ຣັກ​ບີ້​ແຫ່ງ​ຊາດ​ລາວ​ຈັດ​ກິດຈະ​ກຳ​ທີ່​ມີ​ຊື່­ວ່າ ”ກີ­ລາ​ຣັກ​ບີ້​ຈຳ­ປາບານ” ຫຼື ກີ­ລາ​ຣັກ​ບີ້​ເດັກ­ນ້ອຍ”

ເພື່ອສົ່ງ­ເສີມ​ເດັກ­ນ້ອຍ​ມາ​ຫຼິ້ນ​ກີ­ລາ​ຣັກ​ບີ້ໃຫ້​ຫຼາຍ​ຂຶ້ນ​ທັງ​ເປັນ​ການ​ສ້າງ​ຂະບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ເດັກສາ­ກົນ ແລະ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ທີ່​ໄດ້​ໝູ­ນວຽນ​ມາ​ບັນ­ຈົບ​ຄົບ­ຮອບ​ອີກວາ­ລະ​ໜຶ່ງ​ໃນ​ປີ 2016 ໃຫ້​ມີ​ບັນ​ຍາກາດ​ຟົດ­ຟື້ນ, ເບີກ­ບານ​ມ່ວນ­ຊື່ນ ແລະມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ.

ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ຂອງ ທ່ານ ວິ­ລະ​ຢຸດ ຣາ​ທິ​ກຸນ ປະ­ທານ​ສະຫະ​ພັນ​ກີ­ລາ​ຣັກ​ບີ້​ແຫ່ງ​ຊາດ​ລາວ ແລະທ່ານ ສົມ​ສະ​ໝຸກ ມີ​ໄຊ ຮອງ​ປະ­ທານສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ມີ​ຜູ້­ຕາງ­ໜ້າ​ບັນ­ດາ​ຜູ້​ໃຫ້­ການ​ສະ­ໜັບ​ສະໜູນ​ຄູŒອາ­ຈານ, ນ້ອງ​ນ້ອຍ​ນັກ­ກີ­ລາ ແລະ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ວິ­ລະ​ຢຸດ ຣາ​ທິ​ກຸນ ກ່າວ​ວ່າ: ກິດ­ຈະ­ກຳ​ໃນ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ສົ່ງ­ເສີມ​ນ້ອງໆ​ນັກກີ­ລາ​ຣັກ​ບີ້ ແລະ​ເພື່ອ​ເປັນ​ການ​ສ້າງຂະ​ບວນ​ການ​ຕ້ອນ­ຮັບ​ວັນ​ເດັກ​ສາ­ກົນ ແລະ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ (1 ມິຖຸ​ນາ) ທີ່​ໄດ້​ໝູ­ນວຽນ​ມາ​ບັນ­ຈົບ​ຄົບຮອບ​ອີກ​ວາ­ລະ​ໜຶ່ງ​ໃນ​ປີ 2016 ໃຫ້ ມີ​ບັນ­ຍາ­ກາດ​ຟົດ­ຟື້ນ, ເບີກ­ບານ​ມ່ວນຊື່ນ ແລະ​ມີ​ຄວາມ​ໝາຍ​ສຳ­ຄັນ​ດັ່ງນັ້ນ​ທາງ​ສະ­ຫະ­ພັນ​ກີ­ລາ​ຣັກ​ບີ້​ແຫ່ງຊາດ​ລາວ​ຈິ່ງ​ໄດ້​ມີ​ການ​ຮ່ວມ​ມື​ກັບ ບັນ­ດາ​ສະ​ປອນ​ເຊີ​ຈັດ​ກິດ­ຈະ­ກຳ​ແບບນີ້​ຂຶ້ນ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງການ, ຄວາມ​ມ່ວນ­ຊື່ນ ແລະ​ການ​ມີສ່ວນ​ຮ່ວມ​ຂອງ​ນ້ອງໆ​ນັກ­ຮຽນ ແລະນັກ­ກີ­ລາ​ຫຼາຍໆ​ສະ­ຖານ­ທີ່​ໃຫ້​ໄດ້​ມີການ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງກັນ ແລະ​ກັນ​ຜ່ານ​ໂຄງ­ການ​ຣັກ​ບີ້​ຈຳປາ​ບານ.

ສຳ­ລັບ​ໂຄງ­ການ​ຫຼັກ­ສູດ​ຈຳ­ປາບານ​ແມ່ນ​ໂຄງ­ການ​ທີ່​ໄດ້­ຜົນ​ຮັບ​ທີ່​ດີຫຼາຍ​ຢ່າງ ໂດຍ​ສະ­ເພາະ​ແມ່ນ​ແມ່­ຍິງ ແລະ​ເດັກ­ນ້ອຍ​ຜູ້​ທີ່​ຫຍຸ້ງ​ວຽກ​ຫຼາຍ ຫຼື ຖືກ​ຫ້າມ​ບໍ່​ໃຫ້​ຫຼິ້ນ​ກີ­ລາ​ຣັກ​ບີ້​ນີ້​ເນື່ອງຈາກ​ຄິດ​ວ່າ​ເປັນ​ກິດ­ຈະ­ກຳ​ທີ່​ໜັກເໝາະ​ສຳ­ລັບ​ຜູ້​ຊາຍ​ແນວ­ໃດ​ກໍ​ຕາມຜ່ານ​ການ​ນຳ​ໃຊ້​ກີ­ລາ​ຮູບ​ແບບ​ໃໝ່ ຂອງ​ຣັກ​ບີ້​ພິ­ສູດ​ໃຫ້​ເຫັນ​ແລ້ວ​ວ່າ​ທຸກຄົນ​ທຸກ​ໄວ​ແມ່ນ​ສາ­ມາດ​ຫຼິ້ນ​ໄດ້​ເພາະບໍ່​ສ່ຽງ​ຕໍ່​ອາ­ການ​ບາດ­ເຈັບ ແລະ​ບໍ່​ມີການ​ປະ​ທະ​ກັນ​ແຕ່​ຢ່າງ­ໃດສຳ­ລັບຫຼັກ­ສູດ​ຣັກ​ບີ້​ຈຳ­ປາ​ບານ​ແມ່ນ​ເປັນ ພຽງ​ຫຼັກ­ສູດ​ການ​ສົ່ງ​ບານ​ກັບ ແລະຫຼັກ­ສູດ​ການ​ຫຼິ້ນ​ກີ­ລາ​ຣັກ​ບີ້​ທີ່​ມີ​ເປົ້າໝາຍ​ແນ­ໃສ່​ສ້າງ​ຄວາມ​ມ່ວນ­ຊື່ນ ແລະ​ການ​ມີ​ສ່ວນ​ຮ່ວມໂດຍ​ບໍ່​ກ່ຽວຂ້ອງ​ກັບ​ພື້ນ­ຖານ​ທີ່​ມາ​ທັງ​ຂະ­ໜາດ, ເພດ ຫຼື ຄວາມ​ສາ­ມາດ​ແຕ່​ເປັນ​ການພັດ­ທະ­ນາ​ການ​ສົ່ງ​ບານ, ທັກ​ສະ­ຫຼົບຫຼີກ ແລະ​ການ​ດຶງ​ຜ້າ​ທີ່­ຢູ່​ແອວ​ອອກຈາກ​ຜູ້​ທີ່​ຄອບ​ຄອງ​ບານ​ເທົ່າ​ນັ້ນ

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...