spot_img
Homeຂ່າວພາຍ​ໃນງຶດ! ລົດເມຫວຽດເກີດລະເບີດ ພົບໄມ້ຕັບເຕັມຄັນທ້າທາຍ ຄຳສັ່ງເລກທີ 15/ນຍ (ເບິ່ງຄລິບ)

ງຶດ! ລົດເມຫວຽດເກີດລະເບີດ ພົບໄມ້ຕັບເຕັມຄັນທ້າທາຍ ຄຳສັ່ງເລກທີ 15/ນຍ (ເບິ່ງຄລິບ)

Published on

ຕອນເຊົ້າ 5 ໂມງ ຂອງວັນທີ 2 ມິຖຸນາ 2015 ຫຼັງຈາກວັນທີປູກຕົ້ນໄມ້ແຫ່ງຊາດພຽງ 5 ຊົ່ວໂມງ ລົດໂດຍສານຫວຽດປ້າຍລາວ ຄັນໜຶ່ງແລ່ນຈາກເມືອງທ່າແຂກ ໄປຕາມເສັ້ນທາງເລກທີ 12 ໃກ້ຈະເຖິງດ່ານ ນາເພົ້າ-ຈໍຫຼໍ ອອກສູ່ແຂວງກວາງບິງ ສສ ຫວຽດນາມ ພຽງ 15 ກິໂລແມັດ ໄດ້ເກີດລະເບີດຂຶ້ນຢ່າງແຮງເຮັດໃຫ້ມີຜູ້ເສຍຊີວິດທັນທີ 8 ຄົນ ແລະເສຍຊີວິດຢູ່ໂຮງໝໍ 1 ຄົນ ພ້ອມທັງມີຜູ້ບາດເຈັບ 5 ຄົນ ເຊິ່ງເປັນແຮງງານຊາວຫວຽດນາມ ເຫດການດັ່ງກ່າວຊ່າງເກີດຂຶ້ນພາຍຫຼັງທີ່ທ່ານ ນາຍົກອອກຄຳສັ່ງເລກທີ 15/ນຍ ທີ່ອອກໃນວັນທີ 13 ພຶດສະພາ 2016.

ຫາງສຽງທີ່ຟົດຟື້ນທີ່ສຸດບັນຫາໜຶ່ງ ໃນໄລຍະຫຼາຍປີທີ່ຜ່ານມານັ້ນ ແມ່ນການທີ່ລັດບໍ່ສາມາດຄວບຄຸມຫຼືຫັກຫ້າມການສົ່ງອອກໄມ້ທ່ອນໄປຍັງຕ່າງປະເທດ ເບິ່ງຄືວ່າຄຳສັ່ງຫ້າມທີ່ອອກມານັ້ນຄົນບໍ່ພ້ອມຜີບໍ່ພຽງເທວະດາບໍ່ສົນ ປະໃຫ້ກາຍເປັນບັນຫາຊ້ຳເຮື້ອທີ່ແກ້ບໍ່ຕົກມາເປັນເວລາຍາວນານຫຼາຍປີ.

ພາຍຫຼັງ ທ່ານ ປອ ທອງລຸນ ສີສຸລິດ ໄດ້ຮັບໜ້າທີ່ ນາຍົກລັດຖະມົນຕີ ທ່ານໄດ້ເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ໂດຍໄດ້ອອກຄຳສັ່ງເລກທີ 15/ນຍ ເມື່ອວັນທີ 13 ພຶດສະພາ 2016 ແມ່ນໃຫ້ຢຸດຕິການສົ່ງອອກໄມ້ທຸກປະເພດ ທີ່ບໍ່ແມ່ນຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງຕາມກົດໝາຍ ຜ່ານ ສປປ ລາວ ໄປຕ່າງປະເທດຢ່າງເດັດຂາດ. ແຕ່ກໍຍັງມີຂ່າວຄາວເລັດລອດ ຖືກຕີແພ່ຜ່ານສື່ສັງຄົມອອນລາຍວ່າ ຍັງມີການລັກລອບຂົນໄມ້ທ່ອນຢູ່ໃນບາງເຂດ. ສົ່ງຜົນໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕ້ອງອອກແຈ້ງການ ເລກທີ 769/ຫສນຍ, ລົງວັນທີ 01/06/2016 ເລື່ອງ: ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

ແຕ່ບໍ່ພໍທໍ່ໃດຊົ່ວໂມງກໍເກີດເຫດບໍ່ຄາດຄິດຂຶ້ນ ເມື່ອລົດຂົນສົ່ງໂດຍສານຫວຽດນາມ ທີ່ເດິນທາງອອກຈາກເມືອງທ່າແຂກ ແຂວງຄຳມ່ວນ ໃນຕອນເຊົ້າມືດຂອງວັນທີ 2 ມິຖຸນາ 2016 ໄດ້ເກີດລະເບີດຂຶ້ນຢ່າງຮຸນແຮງໃນລະຫວ່າງການເດິນທາງ ໃກ້ກັບດ່ານ ນາເພົ້າ-ຈໍຫຼໍ ອອກສູ່ແຂວງກວາງບິ່ງ ສສຫວຽດນາມ ເຮັດໃຫ້ເປັນໂສກນາຕະກຳທີ່ມີຜູ້ເສຍຊີວິດທັນທີຈຳນວນ 8 ຄົນ, ບາດເຈັບຈຳນວນໜຶ່ງ ແລະພົບວ່າໃນລົດຄັນດັ່ງກ່າວ ເຕັມໄປດ້ວຍໄມ້ຕັບຈຳນວນຫຼວງຫຼາຍ.

ເຫດການດັ່ງກ່າວນັ້ນເປັນການທ້າທາຍຕໍ່ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະແນ່ນອນວ່າເຫດການນີ້ຈະຖືກສືບສວນຫາຕົ້ນປາຍສາເຫດ ຫາຜູ້ຮັບຜິດຊອບຕໍ່ຊີວິດແລະຊັບສິນຂອງຜູ້ເດິນທາງ ເຊັ່ນ ແມ່ນໃຜເປັນເຈົ້າຂອງລົດ, ແມ່ນໃຜເປັນເຈົ້າຂອງໄມ້, ໄມ້ໄດ້ຮັບອະນຸຍາດເຄື່ອຍຍ້າຍຕາມກົດໝາຍຫຼືບໍ່, ມີເຈົ້າໜ້າທີ່ຮູ້ເຫັນເປັນໃຈຫຼືບໍ່ ແລະເຫດລະເບີດເກີດຂຶ້ນໄດ້ຈັ່ງໃດ? ຍັງເປັນວຽກໜັກທີ່ເຈົ້າໜ້າທີ່ກຳລັງດຳເນີນໄປຕາມຂັ້ນຕອນຂອງກົດໝາຍຢ່າງແນ່ນອນ.

13319873_1049469681811315_5989387196713738260_n 13307246_1049618691796414_6360651734404072201_n 13265966_1049493528475597_8390166022489203144_n

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...