spot_img
Homeຂ່າວພາຍ​ໃນນາຍົກອອກຄຳສັ່ງໃຫ້ກະຊວງພະລັງງານ ຄົ້ນຄວ້າປັບປຸງຄືນໃໝ່ລາຄາໄຟຟ້າ ບິນໃດຜິດພາດຕ້ອງສົ່ງເງິນຄືນ

ນາຍົກອອກຄຳສັ່ງໃຫ້ກະຊວງພະລັງງານ ຄົ້ນຄວ້າປັບປຸງຄືນໃໝ່ລາຄາໄຟຟ້າ ບິນໃດຜິດພາດຕ້ອງສົ່ງເງິນຄືນ

Published on

ເລື່ອງ​ບັນ­ຫາ​ຄ່າ​ໄຟ­ຟ້າ​ທີ່​ແພງ​ຂຶ້ນ​ຜິດ​ປົກ­ກະ­ຕິຖື​ວ່າ​ເປັນ​ບັນ­ຫາ​ເຄັ່ງ­ຮ້ອນ​ທີ່​ສັງ­ຄົມ​ພາຍ​ໃນ​ປະ­ເທດໃຫ້​ຄວາມ​ສົນ­ໃຈ ແລະ​ຕິດ­ຕາມ​ຢ່າງ​ໃກ້­ຊິດ​ເຖິງ​ແມ່ນ​ວ່າ​ຜ່ານ​ມາ​ທາງ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ລັດ​ວິ​ສາ​ຫະ ກິດ​ໄຟ­ຟ້າ​ລາວ ຈະ​ອອກ​ມາ​ຖະ­ແຫຼງ​ຂ່າວ ສະ­ແດງ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ຫາງ​ສຽງ ຄ່າໄຟ­ຟ້າ​ແພງ​ແລ້ວ ກໍ​ຕາມ​ແຕ່​ບັນ­ຫາ​ດັ່ງ ກ່າວ​ກໍ​ຍັງ​ເປັນ​ທີ່​ສົນ­ໃຈ​ຂອງ​ສັງ­ຄົມ​ຢ່າງ​ຕໍ່​ເນື່ອງ ຈາກ​ສະ­ພາບ​ແນວ​ນັ້ນ​ນາ­ຍົກ​ລັດ ຖະ​ມົນ­ຕີ ຈິ່ງ​ໄດ້​ອອກ​ຄຳ​ສັ່ງ​ເຖິງ​ກະ­ຊວງ ພະ­ລັງ­ງານ ແລະ​ບໍ່​ແຮ່, ລັດ​ວິ​ສາ​ຫະ​ກິດ ໄຟ­ຟ້າ​ລາວ​ໃຫ້​ກວດ­ກາ​ຄືນ​ພ້ອມ​ຄົ້ນ­ຄວ້າ​ປັບ­ປຸງ​ຄືນ­ໃໝ່​ລາ­ຄາ​ໄຟ­ຟ້າ​ແລະ​ແກ້​ໄຂ​ຄວາມ​ເດືອດ­ຮ້ອນ​ຂອງ​ຜູ້​ຊົມ ໃຊ້​ໄຟ­ຟ້າ​ຫາກ​ບິນ​ໃດ​ບໍ່​ຖືກ­ຕ້ອງ​ໃຫ້​ສົ່ງ ເງິນ​ຄືນ.

ຂະ­ນະ​ທີ່​ພະ­ນັກ­ງານ​ຜູ້​ກະ­ທຳ​ຜິດ​ໃຫ້ ກະ­ຊວງ​ຊີ້​ນຳ​ໄຟ­ຟ້າ​ສຶກ​ສາ​ອົບ­ຮົມ ແລະ​ປະ­ຕິ­ບັດ​ວິ­ໄນທັງ​ປັບ­ປຸງ​ຊັບ­ຊ້ອນ​ໜ້າ​ວຽກໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຮັບ­ຜິດ­ຊອບ.

ວັນ​ທີ 1 ມິ­ຖຸ­ນາ 2016 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ອອກຄຳ​ສັ່ງ​ເຖິງ​ທ່ານ ລັດ​ຖະ​ມົນ ຕີ​ກະ­ຊວງ ພະ­ລັງ­ງານ ແລະ​ບໍ່​ແຮ່, ຄະ­ນະ​ອຳ­ນວຍການ​ບໍ­ລິ­ສັດ​ໄຟ­ຟ້າ​ລາວ ວ່າ​ດ້ວຍ​ການກວດ­ກາ​ຄືນ​ລາ­ຄາ​ໄຟ­ຟ້າ ແລະ​ແກ້​ໄຂ ຄວາມ​ເດືອດ­ຮ້ອນ​ຂອງ​ຜູ້​ຊົມ­ໃຊ້​ໄຟ­ຟ້າ ສະ­ບັບ​ເລກ​ທີ 18/ນຍ ລົງ​ວັນ​ທີ 1 ມິ­ຖຸ­ນາ 2016 ເພື່ອ​ເພີ່ມ​ທະ­ວີ​ການ​ກວດ­ກາ ລາ­ຄາ ແລະ​ການ​ຊົມ­ໃຊ້​ໄຟ­ຟ້າ​ໃຫ້​ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ຕົວ​ຈິງ, ໃຫ້​ຄວາມ​ຍຸ­ຕິ​ທຳແກ່​ທຸກ​ຝ່າຍ, ສະ­ກັດ​ກັ້ນ​ປາ­ກົດ­ການ​ຫຍໍ້­ທໍ້ ແລະ​ຄວາມ​ຜິດ­ພາດ​ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ສັງ­ຄົມ ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ພະ­ນັກ­ງານ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ຂົງ­ເຂດ​ການ​ບໍ­ລິ­ການ​ໄຟ­ຟ້າ​ໃຫ້ ສູງ​ຂຶ້ນ.

ໂດຍ​ເນື້ອ​ໃນ​ຄຳ​ສັ່ງ​ດັ່ງ­ກ່າວ​ລະ­ບຸ​ວ່າໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ ອະ­ທິບາຍ ແລະ​ຢັ້ງ­ຢືນ​ຄືນ​ນະ­ໂຍ­ບາຍ​ທີ່​ຖືກຕ້ອງ​ເປັນ​ທຳ​ຂອງ​ລັດ­ຖະ­ບານ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ພະ­ລັງ­ງານ ແລະ​ການ​ນຳ​ໃຊ້​ພະ­ລັງ­ງານເພື່ອ​ຮັບ​ໃຊ້​ຊີ­ວິດ​ການ​ເປັນຢູ່​ຂອງ​ປະ­ຊາ­ຊົນ​ໃນ​ໄລ­ຍະ​ຜ່ານ​ມາ ແລະ​ປະ­ຈຸ​ບັນເພື່ອ​ໃຫ້​ສັງ­ຄົມ​ໄດ້​ຮັບ​ຮູ້ ແລະ​ເຂົ້າ­ໃຈ​ຢ່າງ​ຖືກ­ຕ້ອງ ພ້ອມ​ທັງ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ກວດ­ກາ​ຄືນ​ມາດຕະ​ຖານ​ເຕັກ­ນິກ ແລະ​ຊອກ​ຫາ​ສາ­ເຫດຕົວ​ຈິງ​ທີ່​ພາ­ໃຫ້​ເກີດ​ມີ​ຄວາມ​ຜິດ­ພາດໃນ​ການ​ອອກ​ໃບ​ບິນ​ໄຟ­ຟ້າ ແລະ​ຄົ້ນ­ຄວ້າ ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ໃຫ້​ໄວ, ບິນ​ໄຟ­ຟ້າໃດ​ທີ່​ບໍ່​ຖືກ­ຕ້ອງ​ໃຫ້​ແກ້​ໄຂພ້ອມ​ທັງ​ສົ່ງເງິນ​ຄືນ ຫຼື ຮັກ­ສາ​ໄວ້​ຊຳ­ລະ​ຄ່າ​ກະ­ແສ​ໄຟ ຟ້າ​ໃຫ້​ຜູ້​ຊົມ­ໃຊ້​ໃນ​ເດືອນ​ຕໍ່​ໄປ.

ພ້ອມ​ດຽວ​ກັນ​ນີ້ໃຫ້​ກະ­ຊວງ​ພະ­ລັງງານ ແລະ​ບໍ່​ແຮ່ ຊີ້​ນຳ​ບໍ­ລິ­ສັດ​ໄຟ­ຟ້າ​ລາວກວດ­ກາ​ຄືນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ພະນັກ​ງານ​ທີ່​ກ່ຽວ­ຂ້ອງ​ສຶກ​ສາ​ອົບ­ຮົມ ແລະ ປະ­ຕິ­ບັດ​ວິ­ໄນ​ຕໍ່​ຜູ້​ກະ­ທຳ​ຜິດ​ຕາມ​ລະ­ບຽບກົດ­ໝາຍ, ປັບ­ປຸງ​ຊັບ­ຊ້ອນ​ພະ­ນັກ­ງານໃຫ້​ສອດ­ຄ່ອງ​ກັບ​ໜ້າ​ວຽກ​ຄວາມ​ຮັບ​ຜິດຊອບເພື່ອ​ສະ­ກັດ​ກັ້ນ​ບໍ່​ໃຫ້​ປາ­ກົດ­ການຫຍໍ້­ທໍ້​ເກີດ​ຂຶ້ນ​ອີກ.

ທັງ​ນີ້ ໃຫ້​ບໍ­ລິ­ສັດ​ໄຟ­ຟ້າ​ລາວ​ຕັ້ງ​ສູນຮັບ​ຂໍ້​ຂັດ­ຂ້ອງ ແລະ​ຂໍ້​ຂ້ອງ​ໃຈ​ຂອງ​ຜູ້​ຊົມໃຊ້​ໄຟ­ຟ້າ ແລະ​ລົງ​ກວດ­ກາ​ແຕ່​ລະ​ກໍ­ລະ­ນີ ໃຫ້​ລະ­ອຽດ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງເພື່ອ​ໃຫ້​ຄວາມ​ຍຸ­ຕິ​ທຳ​ຕໍ່​ຜູ້​ຊົມ­ໃຊ້​ຢ່າງ​ແທ້​ຈິງນອກ​ນັ້ນໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ຄົ້ນ­ຄວ້າ​ປັບ­ປຸງ​ລາ­ຄາ​ໄຟ­ຟ້າ​ຄືນ­ໃໝ່​ໃຫ້​ສອດ­ຄ່ອງ​ກັບ​ພື້ນ­ຖານ​ເສດ­ຖະ­ກິດ ແລະ​ການ​ພັດ­ທະ­ນາ​ຕົວ​ຈິງ​ຂອງ​ປະ­ເທດ​ສະ­ເໜີ​ໃຫ້​ລັດ­ຖະ­ບານ​ເພື່ອ​ພິ­ຈາ­ລະ­ນາ.

ສຳ­ລັບການ​ຄິດ­ໄລ່​ຄ່າ​ກະ­ແສ​ໄຟ­ຟ້າ​ແມ່ນ​ຕາມ​ຂັ້ນ­ໄດ 3 ຂັ້ນ​ຄື: ໜຶ່ງ​ລາ­ຄາ​ແຕ່ 0-25 ກິ​ໂລ​ວັດ​ໂມງແມ່ນ 348 ກີບ​ຕໍ່​ກິໂລ​ວັດ​ໂມງ, ສອງ​ແຕ່ 26-150 ກິ​ໂລ​ວັດ ໂມງ 414 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ແລະ​ຂັ້ນໄດ​ທີ​ສາມ​ແຕ່ 151 ກິ​ໂລ​ວັດ​ໂມງຂຶ້ນ​ໄປແມ່ນ 999 ກີບ​ຕໍ່​ກິ​ໂລ​ວັດ​ໂມງ.

ຊຶ່ງ​ປະ­ຈຸ​ບັນປະ­ເທດ​ລາວ​ມີ​ເຂື່ອນ​ໄຟ­ຟ້າ​ທັງ​ໝົດ 46 ແຫ່ງ ມີ​ກຳ­ລັງ​ຕິດ​ຕັ້ງ 6.306 ເມ​ກາ​ວັດ ຊຶ່ງ​ບໍ­ລິ­ສັດ​ເອ­ກະ​ຊົນສົ່ງ​ອອກ​ໂດຍ​ກົງ IPPo 4.410 ເມ​ກາ​ວັດ ແລະ​ສົ່ງ​ອອກ​ພາຍ​ໃນ​ປະ­ເທດ IPPd  1.267 ເມ​ກາ​ວັດ, ບໍ­ລິ­ສັດ​ຜະ­ລິດ​ໄຟ­ຟ້າມະ­ຫາ­ຊົນ 630 ເມ​ກາ​ວັດ, ເຂື່ອນ​ຂະ­ໜາດນ້ອຍ SPP 46,75 ເມ​ກາ​ວັດ ໂດຍ​ກຳລັງ​ດຳ­ເນີນ​ການ​ກໍ່­ສ້າງ​ມີ 35 ແຫ່ງ ມີ​ກຳ ລັງ​ຕິດ​ຕັ້ງ​ທັງ​ໝົດ 4.471 ເມ​ກາ​ວັດ ໂດຍ​ປະ­ເທດ​ເຮົາ​ມີ​ທ່າ­ແຮງ​ສາ­ມາດ​ພັດ­ທະ­ນາ​ໄຟ­ຟ້າ​ໄດ້​ທັງ​ໝົດ 26 ພັນ​ເມ​ກາ​ວັດທັງ​ນີ້ມາ​ຮອດ​ປະ­ຈຸ​ບັນ ຍັງ​ມີ​ຈຳ­ນວນ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ທົ່ວ​ປະ­ເທດ​ທັງ​ໝົດ 1,24 ລ້ານ​ກວ່າ​ໜ່ວຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...