spot_img
Homeຊີວິດແລະຄວາມຮັກປ່ຽນຕົວທ່ານຈາກແຟນທຳມະດາໃຫ້ເປັນນາງຟ້າທີ່ແສນດີ

ປ່ຽນຕົວທ່ານຈາກແຟນທຳມະດາໃຫ້ເປັນນາງຟ້າທີ່ແສນດີ

Published on

ຊີວິດ ແລະ ຄວາມຮັກ ວັນນີ້ເຮົາມີ 7 ໜ້າທີ່ທີ່ສຳຄັນມາແນະນຳໃຫ້ສາວໆໄດ້ລອງໄປໃຊ້ເບິ່ງ ເພາະມັນອາດຈະສາມາດ ປ່ຽນຕົວທ່ານຈາກແຟນທຳມະດາໃຫ້ເປັນນາງຟ້າທີ່ແສນດີ ໃນສາຍຕາຂອງຄົນຮັກທ່ານໄດ້ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານກັນເລີຍ
 
 1. ເຮັດບົດບາດເປັນພະຍາບານສາວເວລາທີ່ເຂົາບໍ່ສະບາຍ
 
            ເວລາທີ່ແຟນໜຸ່ມບໍ່ສະບາຍເຈັບໄຂ້ໄດ້ປ່ວຍ ທ່ານກໍ່ຢ່າງເອົາແຕ່ຫຼິ້ນ ຫຼື ວຸ້ນກັບເລື່ອງອື່ນໆ ຈົນລືມດູແລແຟນໜຸ່ມຂອງທ່ານເອງ ພຽງແຕ່ທ່ານໝັ່ນໂທມາຖາມອາການ, ຊື້ຢາມາໃຫ້, ຫາເຂົ້າໃຫ້ກິນ ຫຼື ພາໄປພົບແພດ ເລື່ອງພຽງເທົ່ານີ້ກໍ່ຈະເຮັດໃຫ້ເຂົ້າຊຶ້ງໃນນ້ຳໃຈຂອງທ່ານຢ່າງແນ່ນອນ
 
 2. ເປັນນັກສ້າງແຮງບັນດານໃຈ
 
            ໃນຊ່ວງເວລາທີ່ເຂົາທໍ້ແທ້, ຜິດຫວັງ ຮູ້ສຶກເມື່ອຍທີ່ຈະເດີນຕາມຝັນ ຫຼື ມີອຸປະສັກເຂົ້າມາຫຼາຍ ໃນເວລານີ້ທ່ານຄວນສ້າງກຳລັງໃຈ ແລະ ແຮງບັນດານໃຈໃຫ້ເຂົາສູ້ຕໍ່ໄປ ດ້ວຍຄຳເວົ້າດີໆ ຫຼື ຄວາມຄິດໃນແງ່ບວກ ຮວມທັງບອກເຂົາໄປວ່າທ່ານພ້ອມທີ່ຈະເດີນຄຽງຂ້າງເຂົາ ແລະ ໃຫ້ການສະໜັບສະໜູນໃນສິ່ງທີ່ເຂົາກຳລັງເຮັດຢູ່ ພຽງເທົ່ານີ້ແຟນໜຸ່ມຂອງທ່ານຈະຮັກທ່ານຫຼາຍຂຶ້ນກ່ວາເກົ່າ
 
 3. ນັກກາຍະພາບບຳບັດຈຳເປັນ
 
            ໃນເວລາທີ່ເຂົາເຮັດວຽກໜັກມາ ຮູ້ສຶກປວດເມື່ອຍຕາມຮ່າງກາຍ ຖ້າທ່ານຮູ້ຈັກການບີບນວດແຜນບູຮານແນາຈັກໜ່ອຍ ສາມາດບີບຕາມຈຸດເສັ້ນເອັນເພື່ອໃຫ້ເຂົາຜ່ອນຄາຍໄດ້ ເຂົາຈະຮູ້ສຶກດີທີ່ແຟນສາວຂອງເຂົາກໍ່ມີຄວາມສາມາດໃນຫຼາຍເລື່ອງ
 
 4. ເປັນຕະລົກບາງເວລາເພື່ອສ້າງຮອຍຍິ້ມໃຫ້ກັບເຂົາ
 
            ເຖິງທ່ານຈະບໍ່ແມ່ນຄົນຕະລົກເຮຮາ ຫຼື ມີຄຳເວົ້າຕະລົກ ຫຼື ເລື່ອງຕະລົກຫຼາຍ ແຕ່ທ່ານຄວນຫັດເປັນຄົນມີມີມຸກຂຳໆແນ່ກໍ່ດີ ເພາະຈະເຮັດໃຫ້ມີສີສັນຍິ່ງຂຶ້ນໃນເວລາຢູ່ນຳກັນ ແລະ ເຮັດໃຫ້ເຂົາຄິດຮອດທ່ານຫຼາຍຂຶ້ນເມື່ອເວລາຢູ່ຫ່າງໄກກັນ
5. ເຮັດໃຫ້ແຟນໜຸ່ມຮູ້ວ່າເຂົາສຳຄັນກັບທ່ານພຽງໃດ
            ການສະແດງຄວາມຮັກ, ຄວາມເປັນຫ່ວງ, ຄວາມເຂົ້າໃຈກັບຄົນຮັກ ແລະ ການໃຫ້ກຽດເຂົາຢ່າງສະໝ່ຳສະເໝີ ພຽງເທົ່ານີ້ພວກເຂົາກໍ່ຮູ້ແລ້ວວ່າທ່ານຍັງເຫັນພວກເຂົາເປັນຄົນສຳຄັນກັບເຂົາຢູ່ສະເໝີ
 
 6. ເປັນທີ່ລະບາຍໃຫ້ເຂົາໃນຍາມທຸກໃຈ
 
            ແມ່ຍິງສ່ວນຫຼາຍມັກຈະເປັນຝ່າຍເວົ້າຫຼາຍກ່ວາຜູ້ຊາຍ ແຕ່ທ່ານຕ້ອງຮູ້ວ່າເວລາໃດທີ່ຄວນເວົ້າ ແລະບໍ່ຄວນເວົ້າ ຍາມທີ່ຝ່າຍຊາຍມີບັນຫາຮ້ອນໃຈຢາກລະບາຍທ່ານກໍ່ຄວນເປັນຜູ້ຟັງທີ່ດີໃນຍາມທີ່ເຂົາກຳລັງຢາກລະບາຍຄວາມທຸກໃນໃຈອອກມາ ການຟັງ, ການປອບໃຈ ຈະເຮັດໃຫ້ເຂົາຮັກທ່ານຫຼາຍຂຶ້ນ ແລະ ບໍ່ຮູ້ສຶກເບື່ອທ່ານເລີຍ
 
 7. ເປັນເພື່ອນຮູ້ໃຈ
 
            ເຖິງຈະມີຖານະເປັນຄົນຮັກ ແຕ່ບາງຄັ້ງທ່ານກໍ່ຄວນເປັນເພື່ອນທີ່ຮູ້ໃຈກັບເຂົານຳ ບາງຄັ້ງທ່ານຕ້ອງຕາມໃຈເຂົາແນ່ຄື ການໄປທ່ຽວ, ການກິນດື່ມ, ການເບິ່ງກີລາເປັນເພື່ອນເຂົາເປັນຕົ້ນ ເພາະການເປັນເພື່ອນຈະເຮັດໃຫ້ເຂົາຮູ້ສຶກຜ່ອນຄາຍສະບາຍໃຈໃນເວລາທີ່ຢູ່ກັບທ່ານ
ທີ່ມາ: http://www.siamok.com/s/124574

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...