Homeຊີວິດແລະຄວາມຮັກ10 ສະເໜ່ໃນຕົວແມ່ຍິງທີ່ຊາຍໜຸ່ມກຳລັງເບິ່ງຫາ

10 ສະເໜ່ໃນຕົວແມ່ຍິງທີ່ຊາຍໜຸ່ມກຳລັງເບິ່ງຫາ

Published on

ວັນນີ້ເຮົາຈະມາເວົ້າເອົາໃຈສາວໆກັນແນ່ຈັກໜ່ອຍ ເພາະສາວບາງອາດຈະງາມ ແຕ່ບໍ່ຮູ້ເປັນຫຍັງຍັງໂສດຢູ່ ຫຼື ຍັງບໍ່ຮູ້ວ່າຕົນເອງຂາດສິ່ງໃດສິ່ງໜຶ່ງໄປ ຫຼື ບໍ່ ວັນນີ້ພວກເລີຍມີ 10 ສະເໜ່ໃນຕົວແມ່ຍິງທີ່ຊາຍໜຸ່ມກຳລັງເບິ່ງຫາ ມາຝາກກັນ ລອງອ່ານເພິ່ງເພື່ອມັນຈະຊ່ວຍໃຫ້ທ່ານຮູ້ໃຈຜູ້ຊາຍຫຼາຍຂຶ້ນ

1.ຄວາມໝັ່ນໃຈ

ນອກຈາກສາວໆຈະແຕ່ງຕົວງາມເປັນທີ່ສະດຸດສາຍຕາຂອງບັນດາໜຸ່ມໆແລ້ວ ຄວາມໝັ້ນໃຈຂອງໃນຕົວສາວໆເອງກໍ່ເປັນອີກສີ່ງໜຶ່ງທີ່ດຶງດູດໃຫ້ຜູ້ຊາຍມາສົນໃຈໃນຕົວທ່ານ ແມ່ຍິງທີ່ມີຄວາມໝັ້ນໃຈກ້າຄິດ, ກ້າສະແດງອອກ, ມີຄຳເວົ້າທີ່ຊັດເຈນບໍ່ອ້ຳອຶ້ງ ກໍ່ເປັນອີກສະເໜ່ໜຶ່ງທີ່ຜູ້ຊາຍຕ້ອງການ

2. ຮູ້ຈັກຄິດ

ຜູ້ຊາຍນອກຈາກຈະມັກແມ່ຍິງທີ່ມີຄວາມໝັ້ນໃຈແລ້ວ ເຂົາຍັງມັກແມ່ຍິງທີ່ຄິດເປັນ ມີຄວາມຄິດໃນທາງສ້າງສັນໄປໃນທາງທີ່ເໝາະສົມ ສາມາດລົມໃນເລື່ອງທີ່ເຂົາສົນໃຈໄດ້ ເຖິງແມ່ນວ່າທ່ານຈະບໍ່ຮູ້ເລື່ອງນັ້ນຢ່າງເລິກເຊິ່ງກໍ່ຕາມ ເຊັ່ນ: ເລື່ອງກີລາ, ເຕັກໂນໂລຢີ ຫຼື ເກມ ແລະ ອື່ນ

3. ເບິ່ງງາມຕັ້ງແຕ່ພາຍນອກ

ປະຕິເສດບໍ່ໄດ້ວ່າຄົນສ່ວນຫຼາຍມັກຈະຕັດສິນຄົນອື່ນຈາກຮູບລັກພາຍນອກກ່ອນສະເໝີ ເຖິງແມ່ນວ່າທ່ານຈະບໍ່ມັກຍ່າງຕາມແຟຊັ່ນກໍ່ຕາມ ແຕ່ທ່ານກໍ່ບໍ່ຄວນແຕ່ງຕົວຕົກເທຣນເກີນໄປ ແລະ ທີ່ສຳຄັນທ່ານຕ້ອງທຳຕົວໃຫ້ສະອາດຢູ່ສະເໝີ

4. ຄວາມອິດສະຫຼະ

ບໍ່ວ່າຜູ້ຊາຍຈະຮັກສາວຄົນນັ້ນຫຼາຍພຽງໃດກໍ່ຕາມ ແຕ່ພວກເຂົາກໍ່ຕ້ອງການພື້ນທີ່ສ່ວນຕົວຢູ່ດີ ສະນັ້ນສາວທີ່ຈະຖືກໃຈຊາຍໜຸ່ມໆຫຼາຍທີ່ສຸດແມ່ນຕ້ອງເປັນສາວທີ່ຮູ້ຈັກໃຫ້ອິດສະຫຼະພາບກັບຜູ້ຊາຍບາງເວລາແນ່ກໍ່ດີ ເພາະຈະເຮັດໃຫ້ເຂົາຮູ້ສຶກສະບາຍໃຈຫຼາຍຂຶ້ນໃນເວລາຄົບກັບທ່ານ

5. ເຂົ້າໃຈງ່າຍ

ຢ່າງທີ່ຮູ້ກັນດີວ່າ ຜູ້ຊາຍຈະມັກແມ່ຍິງທີ່ເຂົ້າໃຈງ່າຍ ເວົ້າຫຍັງອອກໄປບໍ່ຕ້ອງໃຫ້ອະທິບາຍຫຼາຍເທື່ອ ແລະ ຖ້າມີບັນຫາກໍ່ຕ້ອງລົມກັນໃຫ້ຮູ້ເລື່ອງໃນເວລາດຽວເລີຍ ເພາະຄວາມຄິດຂອງຜູ້ຊາຍບໍ່ໄດ້ຊັບຊ້ອນຫຼາຍເໝືອນກັບແມ່ຍິງ

6. ຮັກດຽວໃຈດຽວ

ເຖິງຜູ້ຊາຍຈະມີນິໃສເຈົ້າຊູ້ຫຼາຍໃຈພຽງໃດກໍ່ຕາມ ແຕ່ພວກເຂົາກໍ່ບໍ່ມັກໃຫ້ແມ່ຍິງມີຄວາມຄິດ ຫຼື ເຮັດຕົວເຈົ້າຊູ້ຫຼາຍໃຈຄືພວກເຂົາເດັດຂາດ ແມ່ຍິງຕ້ອງຮູ້ຈັກທຳໃຈ ເພື່ອໃຈໄວ້ໃນຄວາມເຈົ້າຊູ້ຫຼາຍໃຈຂອງພວກເຂົາ ແລະ ພ້ອມຍ່າງຄຽງຂ້າງເຂົາໄປ ຫາກແມ່ຍິງຄົນໃດເຮັດໄດ້ແບບນີ້ ທ່ານກໍ່ຈະສາມາດຄອງໃຈບັນດາຊາຍເຈົ້າຊູ້ໄດ້ແນ່ນອນ

7. ວາງຕົວແບບຜູ້ໃຫຍ່

ສາວທີ່ມີລັກສະນະຂີ້ອ້ອນເຮັດຕົວຄືເດັກນ້ອຍໄວໃສຈະໜ້າຮັກໃນຊ່ວງທຳອິດ ແຕ່ເມື່ອຄົບໄປໃນໄລຍະໜຶ່ງ ຜູ້ຊາຍສ່ວນຫຼາຍຈະມັກແມ່ຍິງທີ່ມີຄວາມຄິດເປັນຜູ້ໃຫຍ່ ຮູ້ຈັກວາງຕົວໃຫ້ເໝາະກັບກາລະເທສະ, ບໍ່ເອົາແຕ່ໃຈຕົວເອງຫຼາຍເກີນໄປ ເພາະການດຳລົງຊີວິດໃນແຕ່ລະວັນກໍ່ມີບັນຫາຫຼາຍຢູ່ແລ້ວ ສະນັ້ນພວກເຂົາກໍ່ຕ້ອງການຄົນທີ່ຈະສາມາດມາແບ່ງເບົາຄວາມທຸກຂອງເຂົາໄດ້ ບໍ່ແມ່ນຈະມາເພີ່ມຄວາມທຸກໃຫ້ພວກເຂົາຕື່ມ

8. ເຂົ້າກັບຄົນອື່ນງ່າຍ

ແມ່ຍິງທີ່ມີມະນຸດສຳພັນດີ ເຂົ້າກັບຄົນໄດ້ງ່າຍຜູ້ຊາຍຈະມັກ ເພາະວ່າເອົາໄປໃສນຳກັນເຂົາຈະຮູ້ສະບາຍໃຈ ຢ່າງໜ້ອຍມັນກໍ່ໃຄກວ່າຄວງສາວທີ່ບໍ່ມັກເວົ້າບໍ່ມັກລົມກັບໃຜ ນັ່ງກັບໝູ່ກໍ່ເອົາແຕ່ກົ້ມໜ້າຫຼິ້ນໂທລະສັບຄົນດຽວ ອັນນີ້ກໍ່ບໍ່ໄຫວ ແຕ່ສຳລັບຂໍ້ນີ້ມັນກໍ່ມີຢູ່ສອງກໍລະນີຄື: ເຂົ້າກັບຄົນງ່າຍຈົນເກີນງາມຜູ້ຊາຍກໍ່ອາດຈະບໍ່ມັກເຊັ່ນດຽວກັນ ເພາະແມ່ຍິງບາງຄົນບໍ່ຈັກວ່າໃຜເປັນກໍ່ໄປເວົ້ານຳໝົດບໍ່ເບິ່ງໜ້າເບິ່ງຕາກ່ອນ ອັນນີ້ບາງຄັ້ງກໍ່ອາດຈະເຮັດໃຫ້ເຂົາຮູ້ສຶກອາຍໄດ້ ສະນັ້ນທຸກຢ່າງມັນກໍ່ຕ້ອງມີຄວາມພໍດີ

9. ຮູ້ຈັກດູແລເຂົາ

ຄຳວ່າດູແລບໍ່ໄດ້ໝາຍຈະຕ້ອງໃຫ້ສາວໆໄປຫາລ້ຽງພວກເຂົາ ແຕ່ຮູ້ຈັກຄອຍເອົາໃຈໃສ່ໃນລາຍລະອຽດເລັກໆນ້ອຍໆເຊັ່ນ: ຄອຍເຮັດຂອງກິນ, ຊັກເຄື່ອງ, ບີບນວດເວລາເມື່ອຍ ແລະ ອື່ນໆ ເປັນຕົ້ນ ພຽງເທົ່ານີ້ຊາຍໜຸ່ມກໍ່ຈະຮັກທ່ານຕະຫຼອດໄປແລ້ວ

10. ເປັນກອງຫຼັງທີ່ດີ

ຜູ້ຊາຍແມ່ນຈະມັກແມ່ຍິງທີ່ຮູ້ໃຫ້ກຳລັງໃຈ ແລະ ຄອຍສະໜັບສະໜູນພວກເຂົາບໍ່ວ່າເລື່ອງໃດກໍ່ຕາມ ໂດຍສະເພາະເລື່ອງວຽກ ເພາະສິ່ງນີ້ເປັນເໝືອນອານາຄົດຂອງພວກທ່ານ ບໍ່ແມ່ນຍາມທີ່ພວກເຂົາພົບບັນຫາມາທ່ານກໍ່ຮູ້ສຶກລຳຄານບໍ່ຢ່າຮັບຟັງ ແລະ ບໍ່ມີຄຳເວົ້າໃດໆ ທີ່ຈະເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈ ແລະ ມີກຳລັງໃຈຕໍ່ສູ້ບັນຫາ

ສິ່ງທີ່ກ່າວມາຂ້າງເທິງນີ້ ສາວໆບໍ່ຈຳເປັນຕ້ອງມີຄົບຮອດ 10 ຂໍ້ກໍ່ໄດ້ ພຽງແຕ່ມີ 2-3 ຂໍ້ກໍ່ພໍ ສ່ວນອື່ນໆກໍ່ຄອຍຮຽນຮູ້ໄປ ເມື່ອໄດ້ອ່ານແລ້ວລອງກັບມາເບິ່ງໃນຕົວຂອງທ່ານຄືນວ່າຕອນນີ້ທ່ານມີຈັກຂໍ້ທີ່ກ່າວມາຂ້າງເທິງນີ້

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...