spot_img
Homeຂ່າວພາຍ​ໃນນາຍົກແນະນຳໃຫ້ກະຊວງກ່ຽວຂ້ອງຄວບຄຸມລາຄາສິນຄ້າພ້ອມຕິດສະຫລາກສະແດງລາຄາ

ນາຍົກແນະນຳໃຫ້ກະຊວງກ່ຽວຂ້ອງຄວບຄຸມລາຄາສິນຄ້າພ້ອມຕິດສະຫລາກສະແດງລາຄາ

Published on

ໃນວັນທີ 25 ພຶດສະພາ 2016 ທີ່ນະຄອນຫລວງວຽງຈັນ, ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ແນະນຳໃຫ້ກະຊວງອຸດສາຫະກໍາ-ການຄ້າເອົາໃຈໃສ່ຄວບຄຸມລາຄາສິນຄ້າ ຕາມທ້ອງຕະຫລາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ສິນຄ້າອຸປະໂພກ-ບໍລິໂພກທີ່ນໍາເຂົ້າຈາກຕ່າງປະເທດຄວນມີສະຕິກເກີ ເພື່ອຫັນເຂົ້າສູ່ລະບຽບ ເຮັດໃຫ້ສາມາດຄຸ້ມຄອງ ແລະ ສ້າງລາຍຮັບເພີ່ມ ທ່າມກາງຄ່າຄອງຊີບຂອງພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫລວດພົບວ່າລາຍຮັບຕົວຈິງຂອງເຂົາເຈົ້າຍັງບໍ່ສອດຄ່ອງລາຍຈ່າຍປະຈຳວັນ ເນື່ອງຈາກລາຄາສິນຄ້າຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ.

ປັດຈຸບັນນີ້ເຫັນວ່າລາຄາສິນຄ້າໃນທ້ອງຕະຫລາດເພີ່ມທະວີສູງຂຶ້ນເລື້ອຍໆ ແລະ ສິນຄ້າອຸປະໂພກ-ບໍລິໂພກສ່ວນໃຫຍ່ບໍ່ຕິດສະຫລາກເປັນພາສາລາວ ແລະ ບໍ່ໄດ້ສະແດງລາຄາສິນຄ້າໃຫ້ຜູ້ບໍລິໂພກຮັບຮູ້ຢ່າງຈະແຈ້ງ ເຊິ່ງບັນຫາດັ່ງກ່າວໄດ້ກໍໃຫ້ເກີດມີຊ່ອງຫວ່າງສໍ້ໂກງ ແລະ ຂີ້ຕົວະຜູ້ບໍລິໂພກພາຍໃນຢ່າງກວ້າງຂວາງ ໃນນັ້ນໄດ້ສົ່ງຜົນກະທົບແຮງທີ່ສຸດຕໍ່ຜູ້ມີລາຍໄດ້ນ້ອຍ ແລະ ຜູ້ທຸກຍາກຫາເຊົ້າກິນຄ່ຳ.

ທ່ານ ຄຳຫລ້າ ປະຊາຊົນໜອງດ້ວງໄດ້ເປີດເຜີຍວ່າ: ສາເຫດທີ່ພາກໃຫ້ລາຄາສິນຄ້າຂຶ້ນໆລົງໆ ແລະ ແຕກຕ່າງກັນ ເປັນຍ້ອນພະນັກງານຈຳນວນໜຶ່ງທີ່ກ່ຽວຂ້ອງບໍ່ລົງເຮັດວຽກກວດກາສຳຫລວດຕົວຈິງ ແລະ ລະເມີດລະບຽບກົດໝາຍຈຶ່ງເຮັດໃຫ້ເກີດມີການລາຍງານແບບດອກໄມ້ ເຊິ່ງບັນຫາດັ່ງກ່າວມັນສ້າງໂອກາດ ແລະ ເງື່ອນໄຂໃຫ້ພໍ່ຄ້າແມ່ຄ້າຍິ່ງໄດ້ໃຈໃນການສວຍໂອກາດຂຶ້ນລາຄາສິນຄ້າດັ່ງກ່າວ. ສະນັ້ນຖ້າຕ້ອງການຢາກແກ້ໄຂບັນຫາແທ້ໆກໍຕ້ອງເຮັດແທ້ທຳຈິງ ແລະ ມີຄວາມເດັດຂາດໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ໂປ່ງໃສ, ສາມາດກວດສອບ ແລະ ໃຫ້ຖືກທິດຄັກແນ່.

ແນວໃດກໍດີ ຄາລາອາຫານໃນທ້ອງຕະຫລາດທົ່ວໄປພວມເໜັງຕີແຮງໃນປັດຈຸບັນໂດຍສະເພາະຊີ້ນໝູເພີ່ມຂຶ້ນຈາກ 35.000 ກີບຕໍ່ກິໂລມາເປັນ 40.000 ກີບຕໍ່ກິໂລ, ຊີ້ງົວປະມານ 70.000 ກີບຕໍ່ກິໂລມາເປັນ 80.000 ກີບຕໍ່ກິໂລ, ຜັກສະລັດຈາກ 10.000 ກີບຕໍ່ກິໂລມາເປັນ 20.000 ກີບຕໍ່ກິໂລ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...