spot_img
Homeມູມໄອທີລາວວິທີບັນທຶກແຊັດ LINE For Android ປ່ຽນເຄື່ອງໃໝ່ແຊດກໍບໍ່ຫາຍ

ວິທີບັນທຶກແຊັດ LINE For Android ປ່ຽນເຄື່ອງໃໝ່ແຊດກໍບໍ່ຫາຍ

Published on

ປະ­ຕິ­ເສດ​ບໍ່​ໄດ້​ວ່າ​ທຸກ​ມື້­ນີ້ ແອບ​ພລິ​ເຄ​ເຊິນ​ລາຍ (LINE) ເປັນ​ເຄື່ອງ­ມື​ສົນ­ທະ­ນາ​ເທິງ​ສະ ມາດ​ໂຟນ​ທີ່​ບໍ່​ວ່າ​ເດັກ­ນ້ອຍ​ໄວ ຮຽນ​ໄວ​ຮຸ່ນ ໄວ​ເຮັດ​ວຽກໄປ​ຈົນ

ເຖິງ​ຮຸ່ນ​ພໍ່ ແມ່ ແລະ​ໃນ​ທຸກໆ​ໄວ ຕ່າງ​ຍົກ​ໃຫ້​ເປັນ​ຕົວ​ເລືອກ​ລຳ­ດັບ​ຕົ້ນໆ ສຳ­ລັບ​ການ​ແຊດ ແຕ່​ເຖິງ ຄາວ​ຈຳ­ເປັນ​ຕ້ອງ​ປ່ຽນ​ສະ­ມາດ ໂຟນ​ຫຼື​ຕ້ອງ​ລ້າງ​ເຄື່ອງ​ໃໝ່​ຈະ ດ້ວຍ​ບັນ­ຫາ​ໃດ​ກໍ່​ຕາມ​ແຕ່ ສິ່ງ​ທີ່ ຄົນ​ໃຊ້ LINE ມັກ​ກັງ­ວົນ​ນັ້ນ ຄື​ບົດ​ສົນ­ທະ­ນາ ຫຼື ແຊດ​ທີ່​ໂອ້​ລົມ​ກັບ​ໝູ່​ຈະ​ຫາຍ​ໄປ​ຊຶ່ງ​ບັນ­ຫາ​ນີ້​ແກ້​ໄດ້​ບໍ່​ຍາກ ໂດຍ​ມື້­ນີ້ ຄໍ​ລຳ​ຜ່າ​ໂລກ ໄອ​ທີ​ມີ​ວິ­ທີ​ບັນ­ທຶກ​ແຊດ LINE ສຳ­ລັບ​ຜູ້​ໃຊ້​ສະ­ມາດ​ໂຟນ​ແອນດຣອຍ (Android ) ມາ​ແນະ­ນຳ.

  1. ເລີ່ມ​ຕົ້ນ​ຈາກ​ເປີດ​ແອັບ ພລິ​ເຄ​ເຊິນ LINE ແລະ​ເຂົ້າ​ໄປ​ທີ່​ໜ້າ​ແຊດ​ຂອງ​ໝູ່​ທີ່​ສົນ­ທະ­ນາ​ນຳ
  2. ຈາກ​ນັ້ນ​ສັງ­ເກດ​ທີ່​ມຸມ ຂອງ​ໜ້າ​ແຊດ​ຈະ​ມີ​ລູກ​ສອນ​ຊີ້​ລົງ ໃຫ້​ເລືອກ​ທີ່​ລູກ​ສອນ​ນັ້ນ ພ້ອມ​ກັບ ໄປ​ທີ່​ເມ​ນູ “ຕັ້ງ​ຄ່າ​ແຊດ”
  3. ເມື່ອ​ເຂົ້າ​ມາ​ທີ່​ໜ້າ​ຕັ້ງ​ຄ່າ ແຊດ​ໃຫ້​ເລືອກ​ທີ່​ເມ​ນູ “ສຳ­ຮອງ​ຂໍ້ ມູນ​ປະ­ຫວັດ​ການ​ແຊດ”
  4. ທັນ­ທີ​ທີ່​ເລືອກ​ຈະ​ສະ­ແດງ ປ໊ອບ​ອັບ​ໃຫ້​ເລືອກ​ອີກ 2 ເມ​ນູ ໄດ້­ແກ່​ສຳ­ຮອງ​ຂໍ້​ມູນ​ເປັນ​ຟາຍ​ຂໍ້ ຄວາມ​ກັບ​ສຳ­ຮອງ​ຂໍ້​ມູນ​ທັງ​ໝົດ ຊຶ່ງ​ຕົວ​ເລືອກ​ທຳ​ອິດ​ຈະ​ບັນ­ທຶກ ສະ­ເພາະ​ຂໍ້­ຄວາມ ສ່ວນ​ຕົວ​ເລືອກ ທີ​ສອງ​ຈະ​ບັນ­ທຶກ​ທັງ​ຂໍ້­ຄວາມ ຮູບ​ພາບ ລວມ​ໄປ​ເຖິງ​ສະ​ຕິກ​ເກີ​ທີ່​ສົ່ງ​ກັນ​ໃນ​ແຊດ​ນຳ ໂດຍ​ໃນ​ທີ່​ນີ້​ແອັດ​ມິນ​ຈະ​ເລືອກ​ສຳ­ຮອງ​ຂໍ້​ມູນ ທັງ​ໝົດ
  5. ທັນ­ທີ​ທີ່​ໂຫຼດ​ຂໍ້​ມູນ​ສຳ ເລັດ ຮຽບ​ຮ້ອຍ​ຈະ​ມີ​ປ໊ອບ​ອັບ​ສະ­ແດງ ຂຶ້ນ​ມາ​ອີກ​ເທື່ອ​ໜຶ່ງ ແຕ່​ເທື່ອ​ນີ້​ຈະ ບອກ​ວ່າ​ແຊດ​ທີ່​ບັນ­ທຶກ​ໄວ້​ຈະ​ໄປ​ຢູ່ ບ່ອນ​ໃດ​ໃນ​ສະ­ມາດ​ໂຟນ ໂດຍ​ໃນ ຂໍ້­ຄວາມ​ຈະ​ເຫັນ​ແຊດ​ຂອງ​ເຮົາ ຖືກ​ບັນ­ທຶກ​ໄວ້​ໃນ​ໂຟນ​ເດີ LINE_Backupໃນ​ຊື່ LINE_And roid-backup-chat1584xxxxx.zip

ນອກ­ຈາກ​ນີ້ ຂໍ້­ຄວາມ​ຕໍ່​ທ້າຍ ຈະ​ລະ­ບຸ​ອີ​ກວ່າ​ທ່ານ​ຕ້ອງ­ການ​ສົ່ງ ຟາຍ​ນີ້​ໄປ​ທາງ​ອີ​ເມ​ລ ຫຼື ໃໝ່​ຫາ ຕ້ອງ­ການ​ໃຫ້​ກົດ​ໃຊ້

  1. ຫາກ​ຕ້ອງ­ການ​ກວດ​ວ່າ ຟາຍ​ທີ່​ເຮົາ​ບັນ­ທຶກ​ຢູ່​ໃນ​ສະ­ມາດ ໂຟນ ຫຼື ບໍ່ ໃຫ້​ໄປ​ທີ່​ແອັບ​ຟາຍ​ສ່ວນ ຕົວ​ຈາກ​ນັ້ນ​ເລືອກ​ໄປ​ຍັງ​ບ່ອນ ເກັບ​ມ້ຽນ​ໃນ​ເຄື່ອງ “LINE_Backup”ຈະ​ພົບ​ກັບ​ໂຟນ​ເດີ ເມື່ອ ກົດ​ເຂົ້າ​ໄປ​ຈະ​ພົບ​ກັບ​ຊື່​ຟາຍ​ແຊດ​ທີ່​ບັນ­ທຶກ​ໄວ້​ກ່ອນ​ໜ້າ​ນີ້
  2. ໃນ​ກໍ­ລະ­ນີ​ທີ່​ຕ້ອງ­ການ ຍ້າຍ​ໄປ​ໃຊ້​ສະ­ມາດ​ໂຟນ​ແອນ ດຣອຍ​ໜ່ວຍ​ໃໝ່​ແນະ­ນຳ​ວ່າ​ຄວນ ນຳ​ສະ­ມາດ​ໂຟນ​ແອນ​ດຣອຍ​ມາ ຕໍ່​ກັບ​ຄອມ​ພິວ​ເຕີ ແລະ​ເຂົ້າ​ໄປ​ທີ່ ຄວາມ​ຈຳ​ຕົວ​ເຄື່ອງ ພ້ອມ​ກັບ​ບັນ ທຶກ​ໂຟນ​ເດີ LINE_Backup ມາ​ໄວ້​ໃນ​ຄອມ​ພິວ​ເຕີ​ກ່ອນ
  3. ເມື່ອ​ສຳ­ເລັດ​ຮຽບ​ຮ້ອຍ ໃຫ້​ນຳ​ສະ­ມາດ​ໂຟນ​ແອນ​ດຣອຍ ເຄື່ອງ​ໃໝ່​ຕໍ່​ເຂົ້າ​ກັບ​ຄອມ​ພິວ​ເຕີ ພ້ອມ​ກ໋ອບ​ປີ້​ໂຟນ​ເດີ LINE_ Backupມາ​ໄວ້​ໃນ​ຄວາມ​ຈຳ ຕົວ​ເຄື່ອງ
  4. ຫາກ​ຕ້ອງ­ການ​ນຳ​ປະ­ຫວັດ​ແຊດ​ຂອງ​ໝູ່​ຜູ້​ໃດ​ກັບ​ມາ​ໃຫ້​ເຂົ້າ​ໄປ​ທີ່​ໜ້າ​ແຊດ​ຂອງ​ເພື່ອ​ຄົນ ນັ້ນ­ແລ້ວ​ເລືອກ​ໄປ​ທີ່​ຕັ້ງ​ຄ່າ​ແຊດ ເລືອກ​ທີ່​ເມ​ນູ “ນຳ​ເຂົ້າ­ຂໍ້​ມູນ​ປະ ຫວັດ​ແຊດ” ຈາກ​ນັ້ນ​ລະ­ບົບ​ຈະ ທຳ​ການ​ຊິ້ງ​ຂໍ້​ມູນ​ຈາກ LINE_Backup ແລະ​ສະ­ແດງ​ບົດ​ສົນ ທະ​ນາ​ຮູບ​ພາບ ແລະ​ສະ​ຕິກ​ເກີ​ທີ່ ເຄີຍ​ລົມ​ກັນ​ກັບ​ແອັບ LINE ຂອງ  ສະ­ມາດ​ໂຟນ​ເຄື່ອງ​ເກົ່າ​ມາ​ຍັງ​ໜ້າ​ແຊດ​ໃນ​ສະ­ມາດ​ໂຟນ​ແອນ​ດຣອຍ​ເຄື່ອງ​ໃໝ່​ແລ້ວ.

ຫຼື ໃນ​ກໍ­ລະ­ນີ​ທີ່​ບັນ­ທຶກ​ຟາຍ ແຊດ​ລົງ​ໃນ​ຄອມ​ພິວ​ເຕີ​ອາດ​ຫຍຸ້ງ­ຍາກ​ເກີນ​ໄປ​ເຮົາ​ສາ­ມາດ​ບັນ­ທຶກ ແລະ​ສົ່ງ​ໄປ​ຍັງ​ອີ​ເມ​ລ​ສ່ວນ​ຕົວ ຂອງ​ເຮົາ​ໄດ້ ເມື່ອ​ຕ້ອງ­ການ​ນຳ​ປະ­ຫວັດ​ແຊດ​ມາ​ທີ່​ສະ­ມາດ​ໂຟນ ເຄື່ອງ​ໃໝ່​ພຽງ​ເຂົ້າ​ໄປ​ທີ່​ອີ​ເມ​ລ ແລະ​ດາວ​ໂຫຼດ​ຟາຍ​ຂອງ LINE ທີ່​ທຳ​ການ Backupໄດ້.

ຈາກ​ນັ້ນ ໃຫ້​ທຳ​ຕາມ​ຄື​ກັນ ກັບ​ຂັ້ນ​ຕ້ອນ​ທີ 9  ທຸກ​ປະ­ການ​ເທົ່າ ນີ້​ເຮົາ​ກໍ​ຈະ​ຮຽກ​ປະ­ຫວັດ​ການ​ສົນ ທະ​ນາ​ຂອງ​ໝູ່​ເຮົາ​ມາ​ໃສ່​ແອັບ LINE ໃນ​ສະ­ມາດ​ໂຟນ​ແອນ​ດ ຣອຍ​ເຄື່ອງ​ໃໝ່​ໄດ້​ແລ້ວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...