spot_img
Homeຂ່າວພາຍ​ໃນໜຸ່ມ-ສາວທີມຊາດໄທ ກວາດແຊັມ ບານສົ່ງຫາດຊາຍຮຸ່ນ 19 ປີ ຊິງແຊັມອາຊີ

ໜຸ່ມ-ສາວທີມຊາດໄທ ກວາດແຊັມ ບານສົ່ງຫາດຊາຍຮຸ່ນ 19 ປີ ຊິງແຊັມອາຊີ

Published on

ທັບນັກກີລາບານສົ່ງທີມຊາດໄທ ທັງປະເພດຍິງ ແລະ ຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ສ້າງຜົນງານໂດດເດັ່ນກວາດແຊັມ ໃນການແຂ່ງຂັນບານສົ່ງຫາດຊາຍ ຊີງແຊັມ ອາຊີ ຮອບຄັດເລືອກ ຫຼື “SMM 1st Asian U19 Beach Volleyball Championships 2016” ທີ່ສະໜາມບານສົ່ງຫາດຊາຍ ຫາດດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ຂະນະທີ່ ທີມຊາດລາວທີມຊາຍເຮັດໄດ້ດີສຸດທີ 11 ແລະ ທີມຍິງເຮັດໄດ້ດີສຸດອັນດັບທີ 13.

3216

ການແຂ່ງຂັນ ມີຂຶ້ນ ລະຫວ່າງວັນທີ20- 22 ພຶດສະພາ ຜ່ານມາ ເພື່ອເປັນການເລືອກເຟັ້ນເອົາທີມຊະນະເລີດ ທີ່ຕິດອັນດັບ 1 ໃນ 4 ທັງປະເພດທີມຍິງ-ຊາຍ ກຽມຮ່ວມຊີງແຊັມໂລກ 2017 ທີ່ທະວີບອາເມລິກາໃຕ້. ຂະນະທີ່ ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນຫຼັກ 300 ກວ່າລ້ານກີບ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຄຳສອນ ແພງຣັດຕະນະວົງ ຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຮັກສາການປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນບານສົ່ງອາຊີ ແລະ ບັນດາຄະນະນຳແຕ່ລະປະເທດ, ຄູ, ນັກກີລາ ຕະຫຼອດຮອດກອງເຊຍທັງຊາວລາວ ແລະ ຊາວຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.

3215

ສຳລັບຄູ່ຊີງຊະນະເລີດ ປິດສາກການແຂ່ງຂັນລາຍການດັ່ງກ່າວ ສະເພາະປະເພດທີມຊາຍແມ່ນເປັນການພົບກັນລະຫວ່າງ ທີມຊາດໄທ 1 ພົບກັບ ທີມຊາດອົດສະຕຣາລີ ເຊິ່ງທັບນັກຕົບໜຸ່ມໄທ ເອົາຊະນະໄປແບບຂາດຂັ້ນ 2-0 ເຊັດ ດ້ວຍຄະແນນ 23-21 ແລະ 21-14 ຄະແນນ ຄວ້າແຊັມໄປຄອງ; ສ່ວນອັນດັບ 3 ແລະ ອັນດັບ 4 ຕົກເປັນຂອງ ທີມຊາດອີຣານ 1 ແລະ ອີຣານ 2.

ຂະນະທີ່ ຄູ່ຊີງຊະນະເລີດປະເພດທີມຍິງ ລະຫວ່າງທີມຊາດໄທ 1 ພົບກັບ ທີມຊາດນູແວນເຊລັງ 1 ກໍ່ເປັນຝ່າຍທີມຊາດໄທ ທີ່ເອົາຊະນະໄດ້ 2-0 ເຊັດ ໄດ້ແຊັມໄປຄອງເຊັ່ນກັນ; ສ່ວນ ອັນດັບ 3 ເປັນ ສປ ຈີນ ແລະ ອັນດັບ 4 ແມ່ນ ໄທ 2.

ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຄຳສອນ ແພງຣັດຕະນະວົງ ຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຮັກສາການປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນບານສົ່ງອາຊີ ແລະ ບັນດາຄະນະນຳແຕ່ລະປະເທດ, ຄູ, ນັກກີລາ ຕະຫຼອດຮອດກອງເຊຍທັງຊາວລາວ ແລະ ຊາວຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.


ຂ່າວຈາກ: ອ້ວນດໍາ ຮຽງຮຽງໂດຍ ຄໍາສອນ.
ຮູບພາບ: ໄຊອຸດອນ

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...