spot_img
Homeຊີວິດແລະຄວາມຮັກຖ້າຢາກໃຫ້ຮັກຈິງຈັງ ຕ້ອງຮູ້ຈັງຫວະຈິງໃຈ

ຖ້າຢາກໃຫ້ຮັກຈິງຈັງ ຕ້ອງຮູ້ຈັງຫວະຈິງໃຈ

Published on

“ຢ່າເສຍເວລາຊີວິດໄປກັບຄົນທີ່ຍັງບໍ່ຄິດລົງເອີຍກັບໃຜ ເພາະບໍ່ວ່າເຂົາຈະຮັກເຮົາພຽງໃດ ເຮົາກໍ່ເປັນໄດ້ພຽງທາງຜ່ານ ຜ່ານມາເພື່ອຜ່ານໄປເທົ່ານັ້ນ”

ຢ່າຄິດວ່າການທີ່ເຂົາຮັກ ແລ້ວເຮົາຈະບໍ່ຖືກຖິ້ມ
ຢ່າຄິດວ່າການທີ່ເຂົາຮັກ ແລ້ວເຮົາຈະໄດ້ເປັນຄູ່ຊີວິດກັບເຂົາແທ້

ສິ່ງທີ່ເຮັດໃຫ້ແມ່ຍິງທັງໂລກເຈັບປວດ ກໍ່ຄື ເຮົາຮັກເຂົາ ຢາກຢຸດເຂົາໄວ້ ຢາກສ້າງຊີວິດ ຢາກສ້າງຄອບຄົວ ໃນຂະນະທີ່ອີກຝ່າຍກໍ່ຮັກເຮົາ ແຕ່ເຂົາຍັງບໍ່ໄດ້ຄິດທີ່ຈະຢຸດ

ເຄີຍຖາມຜູ້ຊາຍຄົນໜຶ່ງ ທີ່ຄົບກັບແມ່ຍິງຄົນໜຶ່ງພຽງຫົກເດືອນແລ້ວແຕ່ງງານ ໃນຂະນະທີ່ແຟນເກົ່າຂອງເຂົາ ຄົບກັນມາຫ້າປີ ຮັກກັນຫຼາຍ ແຕ່ບໍ່ມີວີ່ແວວວ່າຈະແຕ່ງງານເລີຍ ຈົນຝ່າຍຍິງທົນບໍ່ໄຫວຂໍເລີກເອງ ແຕ່ກັບແມ່ຍິງຄົນໃໝ່ຄົບກັນບໍ່ພໍເທົ່າໃດເດືອນກໍ່ແຕ່ງງານ ເຮັດໃຫ້ຫຼາຍຄົນເກີດເປັນຫ່ວງ ວ່າໃຈຮ້ອນໄປ ຫຼື ບໍ່ ຂະໜາດຜູ້ເປັນພໍ່ແມ່ຂອງເຂົາເອງຍັງຕົກໃຈ ວ່າເປັນຫຍັງຕ້ອງຟ້າວແຕ່ງ ຄືບໍ່ລອງຄົບກັນຈັກປີສອງປີກ່ອນ

ຄວາມຈິງທີ່ເຈັບປວດຄື ເຂົາຕອບກັບມາວ່າ ກັບແຟນເກົ່າຄົບເພື່ອຄົບ ບໍ່ໄດ້ຄົບເພື່ອແຕ່ງ ເພາະຕອນນັ້ນຈັງຫວະຊີວິດຍັງບໍ່ມີຄວາມແນ່ນອນ ຍັງບໍ່ຮູ້ຈະເອົາຈັ່ງໃດກັບຕົວເອງ ຍັງບໍ່ໄດ້ຄິດເລື່ອງຈິງຈັງກັບໃຜ ແຕ່ກັບແມ່ຍິງຄົນນີ້ ສະພາບມັນຕ່າງກັນ ເພາະຈັງຫວະຊີວິດມັນລົງຕົວດີ ທັງເລື່ອງວຽກງານ ທີ່ຢູ່ອາໃສ ທີ່ສຳຄັນຮູ້ສືຶກວ່າພໍແລ້ວກັບຊີວິດໄຮ້ສາຫລະ ຕອນນີ້ຢາກແຕ່ງງານ ຢາກມີລູກ ຢາກສ້າງຄອບຄົວ ແລະ ແມ່ຍິງຄົນນີ້ກໍ່ຄືຄົນທີ່ເດີນເຂົ້າມາໃນຊີວິດແບບຖືກຈັງຫວະ ມາໃນຈັງຫວະທີ່ເຂົາຈິງຈັງກັບຄວາມຮັກ ຈິງຈັງກັບຊີວິດ ຢູ່ໃນອາລົມທີ່ຢາກມີຄອບຄົວທີ່ສຸດ ເຫດຜົນມັນກໍ່ມີພຽງເທົ່ານີ້ິ    

ທີ່ແມ່ຍິງຫຼາຍຄົນສົງໃສ ວ່າເປັນຫຍັງຄົນຮັກຂອງເຮົາຈິ່ງເຮັດເສີຍໆ ບໍ່ສົນໃຈເກັບເງິນ ບໍ່ເຄີຍຄິດເລື່ອງອານາຄົດ ມີເງິນເທົ່າໃດໃຊ້ໝົດ ແຖມຍັງມັກທ່ຽວກາງຄືນ ສຸກເມົາ ເສົານອນ ອາທິດຖອນ ຈັນລາ ບໍ່ເຄີຍຄິດເຖິງຄວາມກ້າວໜ້າ ເງິນເດືອນບໍ່ພໍໃຊ້ ມັກສ້າງໜີ້ສິນ ຕິດເພື່ອນ ມັກສະໜຸກສະໜານເຮຮາ ຮັກໃນການສັງສັນ, ຫຼິ້ນບານ ທັງທີ່ເຂົາກໍ່ເປັນຄົນປົກກະຕິ ຄົນດີຄົນໜຶ່ງ

ຄຳຕອບ ເຫດຜົນງ່າຍໆສັ້ນໆ ແຕ່ໄດ້ໃຈຄວາມຄົບຖ້ວນກໍ່ຄື ເຂົາຍັງບໍ່ຄິດຈິງຈັງກັບຊີວິດ ແລະ ບໍ່ໄດ້ຄິດຈິງຈັງກັບຄວາມຮັກ ແລ້ວຖ້າພຶດຕິກຳຂອງເຂົາຍັງເປັນແບບທີ່ກ່າວມາຂ້າງເທິງນີ້ ເຊື່ອໄດ້ເລີຍວ່າຍັງອີກດົນ ທີ່ເຂົາຈະຄິດຈິງຈັງກັບໃຜ ຫາກຄິດຈະຮັກ ຄິດຈະລໍຕໍ່ໄປ ຄົງຕ້ອງທຳໃຈໄວ້ໃຫ້ດີ    

“ຖ້າເຮົາເຂົ້າໄປໃນຊີວິດເຂົາ ໃນຈັງຫວະຊີວິດທີ່ເຂົາເລີ່ມຈິງຈັງກັບຄວາມຮັກ ພວກຜູ້ຊາຍຈະບໍ່ສົນໃຈເລີຍວ່າ ເຮົາເປັນໃຜ ມາຈາກໃສ ຄູ່ຄວນກັບເຂົາພຽງໃດ ພຽງຮູ້ສຶກໄປກັນໄດ້ກໍ່ພໍ ບໍ່ຕ້ອງດີຫຼາຍ ບໍ່ຕ້ອງງາມຄືນາງຟ້າ ແຕ່ເປັນພຽງແມ່ຍິງທຳມະດາທີ່ພ້ອມຍ່າງຄຽງຂ້າງໄປກັບເຂົາເທົ່ານັ້ນກໍ່ພໍແລ້ວ”

ທີ່ມາ:http://wedding.kapook.com/

ໜັງສື : ຖ້າຮັກອີກທີຕ້ອງດີກ່ວາເກົ່າ
ຂຽນໂດຍ : Cartoon

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...