spot_img
Homeຂ່າວຕ່າງປະເທດຕຳຫລວດໄທສາມາດຈັບກຸມຄູ່ຜົວເມຍຊາວຫວຽດນາມຜະລິດນ້ຳໝາກກ້ຽງປອມ

ຕຳຫລວດໄທສາມາດຈັບກຸມຄູ່ຜົວເມຍຊາວຫວຽດນາມຜະລິດນ້ຳໝາກກ້ຽງປອມ

Published on

ຈາກກໍລະນີທີ່ໂລກໂຊຊ່ຽວໄດ້ແຊຣພາບ ຍິງ-ຊາຍຄູ່ໜຶ່ງທີ່ລະບຸວ່າເປັນຊາວຫວຽດນາມກຳລັງຜະລິດນ້ຳໝາກກ້ຽງປອມ ໂດຍການໃຊ້ນ້ຳປາປາປະສົມຫົວເຊື້ອນ້ຳສົ້ມ ແລະ ໃສ່ສີປະສົມກ່ອນຈະຄົນໃຫ້ເຂົ້າກັນໃນຊາມແລ້ວນຳໄປບັນຈຸໃສ່ຕຸກພລາສຕິກ ແລະ ນຳໄປວາງຂາຍໃນລໍ້ຂາຍນ້ຳໂດຍມີໝາກໄມ້ແທ້ວາງໂຊຢູ່ໃນລໍ້

8089

ລ່າສຸດ ໃນວັນທີ 23 ພຶດສະພາ 2016 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫລວດໄທ ສພ.ໝວກເຫຼັກ ແຂວງ ສະຣະບູລີ ພ້ອມເຈົ້າໜ້າທີ່ສາທາລະນະສຸກ ແລະ ທະຫານ ເຂົ້າກວດສອບໃນຫ້ອງເຊົ້າແຫ່ງໜຶ່ງ ແລະ ໄດ້ຈັບກຸມສອງຊາວຫວຽດນາມເປັນຄູ່ຜົວເມຍເຊິ່ງກຳລັງຫ່າຍນ້ຳໝາກກ້ຽງປອມເຂົ້າໃນຕຸກ ພ້ອມດ້ວຍຂອງກາງແມ່ນຜະລິດຕະ ພັນນ້ຳໝາກກ້ຽງປອມນ້ຳໝາກກ້ຽງປອມຫຼາຍຖົງ, ນ້ຳສົ້ມຢີ່ຫໍ້ໜຶ່ງ, ຕຸກເປົ່າສຳລັບບັນຈຸ,  ເບື້ອງຕົ້ນທັງຄູ່ໄດ້ຮັບສາລະພາບວ່າ ເປັນຄົນຫວຽດນາມທີ່ເຂົ້າມາອາໃສຢູ່ປະເທດໄທດົນແລ້ວ ຝ່າຍຍິງ ອາຍຸ 42ປີ ແມ່ນອ້າງວ່າມີປື້ມພາສປອດ ແຕ່ໝົດອາຍຸແລ້ວ ສ່ວນຝ່າຍຊາຍອາຍຸ 45 ປີ ແຕ່ອ້າງວ່າປື້ມພາສປອດເສຍແລ້ວ ແລະ ທັງສອງໄດ້ຊ່ວຍກັນຜະລິດນ້ຳໝາກກ້ຽງເອງ ໂດຍຂາຍໃນລາຄາຕຸກລະ 20 ບາດ 

ຂ່າວຈາກ: http://www.dailynews.co.th/

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...