spot_img
Homeຂ່າວພາຍ​ໃນລັດເນັ້ນໃຫ້ໜ່ວຍງານກ່ຽວຂ້ອງເອົາໃຈໃສ່ກວດກາລາຄາສິນຄ້າຕາມທ້ອງຕະຫຼາດ

ລັດເນັ້ນໃຫ້ໜ່ວຍງານກ່ຽວຂ້ອງເອົາໃຈໃສ່ກວດກາລາຄາສິນຄ້າຕາມທ້ອງຕະຫຼາດ

Published on

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ລັດກໍ​ຄື​ກະ­ຊວງ​ອຸດ­ສາ­ຫະ­ກຳ-ການຄ້າ​ເນັ້ນ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ ມີ​ການ​ກວດ­ກາ​ລາ­ຄາ​ສິນ­ຄ້າ​ຕາມ ທ້ອງ​ຕະ­ຫຼາດ​ໃຫ້​ດີ ເພື່ອ​ຮັບ­ປະ­ກັນ

ໃຫ້​ຜູ້​ບໍ­ລິ­ໂພກ​ໄດ້​ຮັບ​ຄວາມ​ເປັນ ທຳ, ທາງ​ດ້ານ​ລາ­ຄາ, ປະ­ລິ­ມານ ແລະ​ຄຸນ​ນະ​ພາບ ແລະ​ປະ­ຕິ­ບັດ ຕາມ​ພາ­ລະ​ບົດ­ບາດ​ຂອງ​ຂະ­ແໜງ  ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ໃນ ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ໂດຍ ສະ­ເພາະ​ແມ່ນ​ສິນ­ຄ້າ​ບໍ­ລິ­ໂພກ​ທີ່​ມີ​ຜົນ​ກະ­ທົບ​ໄວ​ຕໍ່​ຊິ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຊັ່ນ: ຊິ້ນ, ປາ ແລະ​ພືດ​ຜັກ​ຕ່າງໆ.

ດັ່ງ­ນັ້ນ ເພື່ອ​ຫຼີກ­ເວັ້ນ​ການ​ສວຍ ໂອ­ກາດ​ຂອງ​ພໍ່­ຄ້າ, ແມ່​ຄ້າ​ຊາວ ຂາຍ​ຕ່າງໆ ແລະ​ເພື່ອ​ເຮັດ​ໃຫ້​ປະ ຊາ​ຊົນ​ໄດ້​ຮັບ​ຄວາມ​ເປັນ​ທຳ, ຮັບ ປະ­ກັນ​ໃຫ້­ການ​ສະ­ໜອງ​ພຽງ­ພໍ​ກັບ ຄວາມ​ຕ້ອງ­ການ​ເຫັນ​ໄດ້​ວ່າ​ໃນ​ໄລ ຍະ​ຜ່ານ​ມາ​ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ ຄ້າ ຈິ່ງ​ໄດ້​ອອກ​ແຈ້ງ​ການ​ສະ­ບັບ ເລກ​ທີ່ 2402/ອຄ.ຄພນ, ລົງ​ວັນ ທີ 2 ທັນ­ວາ 2015 ນີ້​ໂດຍ​ເນັ້ນ ໃຫ້​ພະ​ແນກ​ອຸດ­ສາ­ຫະ­ກຳ​ແຂວງ, ນະ­ຄອນ­ຫຼວງ ແລະ​ພາກ­ສ່ວນ​ກ່ຽວ ຂ້ອງ​ຕ່າງໆ​ເພີ່ມ​ທະ­ວີ​ການ​ປະ ສານ​ສົມ­ທົບ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ທີ່​ມີ​ຜົນ ກະ­ທົບ​ໄວ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ປະ ຈຳ​ວັນ​ຂອງ​ປະ­ຊາ­ຊົນ, ບົນ​ພື້ນ ຖານ​ຄວາມ​ເປັນ​ເອ­ກະ​ພາບ ແລະ ການ​ຮ່ວມ​ມື​ກັນ ເພື່ອ​ຮັບ­ປະ­ກັນ ການ​ສະ­ໜອງ​ໃຫ້​ພຽງ­ພໍ​ກັບ​ຄວາມ ຕ້ອງ­ການ, ຫຼີກ­ເວັ້ນ​ການ​ສວຍ​ໂອ ກາດ​ກັກ​ຕຸນ​ສິນ­ຄ້າ, ຂຶ້ນ​ລາ­ຄາ​ເພື່ອ ເກງ​ກຳ­ໄລ​ຂອງ​ພໍ່­ຄ້າ, ແມ່​ຄ້າ​ຊາວ ຂາຍ​ຕ່າງໆ​ຕາມ​ທ້ອງ​ຕະ­ຫຼາດ ແລະ ພ້ອມ​ທັງ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ປະ­ເພດ​ຊີ້ນ, ປາ ແລະ​ພືດ​ຜັກ​ຕ່າງໆ ຢູ່​ບັນ­ດາ​ແຂວງ, ນະ­ຄອນ­ຫຼວງ ແລະ​ຂັ້ນ​ທ້ອງ­ຖິ່ນ​ຕ່າງໆ​ໃຫ້​ໄປ ຕາມ​ກົນ​ໄກ​ຕະ­ຫຼາດ​ໃນ​ແຕ່​ລະ​ໄລ ຍະ, ທັງ​ນີ້ ໃຫ້​ຄິດ​ໄລ​ໂຄງ​ປະ­ກອບ ລາ­ຄາ​ໃນ​ແຕ່​ລະ​ຂອດ​ຢ່າງ​ຈະ ແຈ້ງ, ສະ­ເພາະ​ສິນ­ຄ້າ​ປະ­ເພດ​ຊີ້ນ ແມ່ນ​ໃຫ້​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ຂອດ ຂາຍ­ຍົກ ແລະ​ຂາຍ­ຍ່ອຍ, ສ່ວນ​ປະ ເພດ​ຜັກ ແລະ​ສະ­ບຽງ​ອາ­ຫານ    ຕ່າງໆ​ແມ່ນ​ໃຫ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ຂອດ​ເກັບ​ຊື້​ຈາກ​ກະ­ສິ­ກອນ ແລະ ຂອດ​ຂາຍ­ຍ່ອຍ​ຫຼີກ­ເວັ້ນ​ປັດ​ໄຈ ສວຍ­ໂອ­ກາດ, ໃຫ້​ພາກ­ສ່ວນ​ກ່ຽວ ຂ້ອງ​ເປັນ​ເຈົ້າ​ການ​ຕິດ­ຕາມ, ກວດ ກາ ແລະ​ຄຸ້ມ​ຄອງ​ຢ່າງ​ເປັນ​ປະ­ຈຳ​ໃນ​ທ້ອງ​ຕະ­ຫຼາດ​ຫຼັກ​ພາຍ​ໃນ​ທ້ອງ­ຖິ່ນ​ຂອງ​ຕົນ.

ໃນ​ນັ້ນ ລັດ ກໍ​ຄື​ກະ­ຊວງ​ອຸດ​ສາຫະ​ກຳ-ການ​ຄ້າ ແລະ​ໜ່ວຍ​ງານ​ທີ່ ກ່ຽວ­ຂ້ອງ​ແມ່ນ​ໄດ້​ເອົາ­ໃຈ­ໃສ່ ດ້ວຍ​ການ​ແຕ່ງ­ຕັ້ງ​ພະ­ນັກ­ງານ​ໝູນ ວຽນ​ກັນ​ລົງ​ໄປ​ສົມ­ທົບ​ກັບ​ຫ້ອງ ການ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ເມືອງ, ຄະ­ນະ​ຄຸ້ມ​ຄອງ ແລະ​ຈັດ ສັນ​ຕະ­ຫຼາດ ເພື່ອ​ພ້ອມ​ກັນ​ປະ­ຕິ­ບັດ ຕາມ​ລະ­ບຽບ​ຢ່າງ​ເຂັ້ມ​ງວດ, ພ້ອມ ທັງ​ເປັນ​ເຈົ້າ​ການ​ເຜີຍ­ແຜ່ ແລະ​ຊີ້ ນຳ​ຜູ້​ປະ­ກອບ​ການ​ໃຫ້​ເຂົ້າ­ໃຈ​ຕໍ່ ແນວ­ທາງ​ນະ­ໂຍ­ບາຍ ແລະ​ລະ ບຽບ​ການ​ທີ່​ລັດ​ວາງ​ອອກ​ໃນ​ແຕ່ ລະ​ໄລ­ຍະ ໂດຍ​ສະ­ເພາະ​ແມ່ນ​ການ ຕິດ​ລາ­ຄາ​ສິນ­ຄ້າ​ເປັນ​ເງິນ​ກີບ ເພື່ອ ຄວາມ​ສະ­ດວກ ແລະ​ເປັນ​ການ​ຊຸກ­ຍູ້​ໃຫ້​ຜູ້​ປະ­ກອບ​ການ​ສະ­ໜອງ​ສິນ ຄ້າ​ປະ­ເພດ​ສະ­ບຽງ​ອາ­ຫານ​ທີ່​ຈຳ ເປັນ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ ການ​ໃນ​ແຕ່​ລະ​ໄລ­ຍະ ໂດຍ​ສະ ເພາະ​ແມ່ນ​ໄລ­ຍະ​ເທ​ສະ­ການ​ງານ ບຸນ​ຕ່າງໆ ພ້ອມ​ນັ້ນ​ກໍ​ໃຫ້​ຂະ­ແໜງ ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ປະ ສານ​ສົມ­ທົບ​ກັບ​ຂະ­ແໜງ­ການ​ທີ່ ກ່ຽວ­ຂ້ອງ ເພື່ອ​ຄົ້ນ­ຄວ້າ​ແກ້​ໄຂ​ບັນ ຫາ​ຕ່າງໆ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ລາ­ຄາ​ສິນ­ຄ້າ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ ແຂວງ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບ ຜິດ​ຊອບ​ສູງ​ແລ້ວ​ລາຍ​ງານ​ຜົນ ການ​ຈັດ​ຕັັ້ງ​ປະ­ຕິ­ບັດ​ຂອງ​ຕົນ​ຕໍ່​ກະ ຊວງ ເພື່ອ​ເປັນ​ຂໍ້​ມູນ​ຄົ້ນ­ຄວ້າ ແລະ ປັບ­ປຸງ​ລະ­ບຽບ​ການ​ຕ່າງໆ​ໃຫ້ ແທດ­ເໝາະ​ກັບ​ການ​ປ່ຽນ­ແປງ ຂອງ​ສະ­ພາບ​ເສດ­ຖະ­ກິດ​ໃນ​ແຕ່​ລະ ໄລ­ຍະ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...