spot_img
Homeຂ່າວພາຍ​ໃນກອງ​ປະຊຸມ​ສຸດ​ຍອດຣັດ​ເຊຍ-ອາ​ຊຽນຮັບຮອງ​ຖະ​ແຫຼ​ງການ​ໂຊ​ຊີ​ແລະ​ບັນລຸ​ຂໍ້​ຕົກລົງ 49 ຂໍ້

ກອງ​ປະຊຸມ​ສຸດ​ຍອດຣັດ​ເຊຍ-ອາ​ຊຽນຮັບຮອງ​ຖະ​ແຫຼ​ງການ​ໂຊ​ຊີ​ແລະ​ບັນລຸ​ຂໍ້​ຕົກລົງ 49 ຂໍ້

Published on

ສຳນັກຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 20 ພຶດສະພາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ສຸດ​ຍອດຣັດ​ເຊຍ-ອາ​ຊຽນຄັ້ງ​ທີ 3 ​ໄດ້​ອັດ​ລົງ. ກອງ​ປະຊຸມ​ດັ່ງກ່າວ​ໄດ້ຮັບຮອງ “ຖະ​ແຫຼ​ງການ​ໂຊ​ຊີ” ທັງ​ອະນຸມັດ​​ແຜນປະຕິບັດ​ງານລວມວ່າ​ດ້ວຍ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງຣັດ​ເຊຍ​ແລະບັນດາ​ປະ​ເທດ​ອາ​ຊຽນ​ແຕ່​ປີ 2016-2020.

ມື້​ດຽວ​ກັນ, ​ເວັບ​ໄຊ​ທາງ​ການ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເປີ​ດ​ເຜີຍ​ຖະ​ແຫຼ​ງ ການ​​ໂຊ​ຊີ​ໂດຍ​ລະບຸ​ວ່າ, ​ຣັດ​ເຊຍ ​ແລະ ​ອາ​ຊຽນ​ໄດ້​ບັນລຸ​ຂໍ້​ຕົກລົງ 49 ຂໍ້. ​ແນວ​ໃດ​ກໍ​ດີ, ໃນ​ອະນາຄົດ, ຣັດ​ເຊຍ​ ແລະ​ ອາ​ຊຽນຈະ​​ຮ່ວມ​ມືກັນ​ດ້ານ​ການ​ເພີ່ມ​ທະວີ​ການ​ປຶກສາ​ຫາລືກັນ, ​ຊຸກຍູ້​ການ​ຮ່ວມມື​ດ້ານ​ເສດຖະກິດ, ຊຸກຍູ້​ການແລກປ່ຽນ​ທາງ​ສັງຄົມ​ແລະວັດທະນະທຳ, ຫຼຸດຜ່ອນ​ຄວາມ​ຫຼຸ​ດ​​ໂຕນກັນ​ດ້ານການ​ພັດທະນາ​ແລະ​ອື່ນໆ. ຣັດ​ເຊຍ ​ແລະ​ ອາຊຽນສະໜັບສະໜູນ​ຈັດ​ຕັ້ງປະຕິບັດ​ຕາມ “ຖະ​ແຫຼ​ງການ​ແຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້” ຢ່າງຮອບດ້ານ ​ແລະຮັບຮອງ “ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້ຫຼື COC” ​ໂດຍ​ໄວ​ບົນ​ພື້ນຖານ​ປຶກສາ​ຫາລື​ແລະ​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ.

ນອກ​ນີ້, “ຖະ​ແຫຼ​ງການ​ໂຊ​ຊີ” ຍັງລະບຸ​ວ່າ, ຣັດ​ເຊຍ ​ແລະ ​ບັນດາ​ປະ​ເທດ​ອາ​ຊຽນຈະ​ພິຈາລະນາ​ຄວາມ​ເປັນ​​ໄປ​ໄດ້​ແຫ່ງ​​ການ​ຮ່ວມມືດ້ານ​ເສດຖະກິດ​ລະຫວ່າງ​ອາ​ຊຽນ, ສະຫະພັນ​ເສດຖະກິດ​ເອີຣົບ-ອາຊີ ​ແລະ ​ອົງການ​ຮ່ວມ​ມື​ຊຽນ​ໄຮ ພ້ອມ​ທັງ​ຄົ້ນຄວ້າ​ອະນາຄົດ​ກ່ຽວ​ກັບການ​ສ້າງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງສະຫະພັນ​ເສດຖະກິດ​ເອີຣົບ-ອາຊີ ​ແລະ ​ອາ​ຊຽນ.

ຂ່າວຈາກ: http://laos.cri.cn/681/2016/05/21/261s203153.htm

 

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...