spot_img
Homeນານາສາລະ“Oasis of the Seas” ເຮືອສຳລານທີ່ໃຫຍ່ທີ່ສຸດໃນໂລກ

“Oasis of the Seas” ເຮືອສຳລານທີ່ໃຫຍ່ທີ່ສຸດໃນໂລກ

Published on

ວັນນີ້ພວກເຮົາຈະພາທຸກທ່ານມາຮູ້ຈັດກັບເຮືອສຳລານທີ່ໃຫຍ່ທີ່ສຸດໃນໂລກ“Oasis of the Seas” ເຮືອສຳລານລຳນີ້ມີມູນຄ່າການສ້າງເຖິງ 4.7 ໝື່ນລ້ານບາດ ໃຊ້ເວລາໃນການກໍ່ສ້າງດົນເຖິງ 6 ປີ ໂດຍມີຂະໜາດໃຫຍ່ກ່ວາເຮືອສຳລານທົ່ວໄປເຖິງ 40%

oasis-of-the-seas1

“Oasis Of The Seas”  ມີນ້ຳໜັກເຖິງ 225,000ໂຕນ ເປັນເຮືອຂອງບໍລິສັດ ລໍຍັລ ແຄຣິບບຽນ (ສະຫະລັດອາເມລິກາ) ຖືກເປີດເຜີຍສູ່ສາທາລະນະຄັ້ງທຳອິດ ຂະນະຈອດທຽບທ່າທີ່ Fort Lauderdale ໃນລັດຟໍລີດາ ສະຫະລັດອາເມລິກາ

2015821111813

ກ່ອນໜ້ານີ້ ລະຫວ່າງທີ່ເດີນທາງຜ່ານທະເລບອລຕິກ ແລະ ຂ້າມມະຫາສະໝຸດແອດແລນຕິກ ຂໍ້ມູນຕ່າງໆ ພາຍໃນ “Oasis Of The Seas”  ເຮືອສຳລານທີ່ມີຄວາມຍາວເຖິງ 1,187 ແມັດ ສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 6,296 ຄົນ ແລະ ລູກເຮືອອີກ 2 ພັນຄົນ ພາຍໃນເຮືອມີເຊັນທັລນ ປາຣດ ເຊິ່ງເປັນພື້ນທີ່ໂລ່ງກາງແຈ້ງ ພ້ອມສວນຂະໜາດເທົ່າສະໜາມເຕະບານ ແລະ ຜູ້ເຂົ້າພັກສາມາດເລືອກໄດ້ວ່າຈະພັກທີ່ຫ້ອງແບບຊີວິວ ຫຼື ກາເດັນວິວ

2011 (1)

ນອກຈາກນີ້ພາຍໃນເຮືອສຳລານດັ່ງກ່າວຍັງມີສິ່ງອານວຍຄວາມສະດວກຕ່າງໆອີກຫຼວງຫຼາຍ ເຊັ່ນຊົມລາຍການສະແດງ ແລະ ກີລາທາງນ້ຳສະໄຕລ໌ ກຣີກບູຮານ ຂະໜາດ 750ບ່ອນນັ່ງ ມີພັດຕະຄານຫຼາຍກວ່າ 20 ຮ້ານ, ບາຣ “Rising Tide” (ເຊິ່ງຈະຢູ່ທີ່ລະຫວ່າງຊັ້ນ 3-16) ນອກຈາກນີ້ຍັງມີສະລອຍນ້ຳ, ຟິດເນສ, ຄາສິໂນ, ກິດຈະກຳແລະ ອື່ນໆ ສ່ວນຄາບໍລິການຂັ້ນເບື້ອງຕົ້ນແມ່ນ 6,900,000ກີບ /1ຄົນ

https://youtu.be/6PsWmDHJQO4

ທີ່ມາ: https://paow007.wordpress.com

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...