Homeຂ່າວການພັດທະນາເປີດການແຂ່ງຂັນ ສີມືແຮງງານແຫ່ງຊາດ ຄັ້ງທີ II ຄັດແຮງງານລາວສີມືດີ ສົ່ງແຂ່ງຂັນຢູ່ມາເລເຊຍ!

ເປີດການແຂ່ງຂັນ ສີມືແຮງງານແຫ່ງຊາດ ຄັ້ງທີ II ຄັດແຮງງານລາວສີມືດີ ສົ່ງແຂ່ງຂັນຢູ່ມາເລເຊຍ!

Published on

ຂປລ. ກະຊວງ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຈັດການ​ແຂ່ງຂັນ​ສີມື​ແຮງ​ງານ ​ແຫ່ງ​ຊາດ ຄັ້ງ​ທີ່ II ຂຶ້ນ ທີ່​ນະຄອນຫລວງວຽງຈັນ, ​ເພື່ອ​ຄັດ​ເລືອກ​ເອົາ​ນັກ​ແຂ່ງຂັນ ​ຜູ້​ທີ່​ມີ​ສີມື​ດີ​ເລີດ ​ເຂົ້າ​ຮ່ວມແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງ​ທີ 11 ທີ່​ຈະ​ຈັດ​ຂຶ້ນ​ ໃນ ​ທ້າຍ​ເດືອນ​ກັນຍາ​ 2016 ນີ້, ຢູ່ ປະ​ເທດ​ມາ​ເລ​ເຊຍ. ພິທີ​ເປີດ​ການ​ແຂ່ງຂັນ ດັ່ງກ່າວ, ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ ນີ້, ຢູ່ ສູນ​ພັດທະນາ​ສີມື​ແຮງ​ງານ​ເວດ​ສະ​ພົງ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ທ່ານ ສະຫວັນ​ຄອນ ລາຊະ​ມຸນຕີ ຮອງ​ລັດຖະມົນຕີ​ກະຊວງ ຖວທ, ບັນດາ ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍນັກຮຽນ-ນັກ​ສຶກສາ ​ເຂົ້່າຮ່ວມ.

DSC_1598 hengngane 2

ການຈັດການ​ແຂ່ງ​ຂັນສີມື​ແຮງ​ງານ ຄັ້ງ​ນີ້, ​​ເປັນ​ການ​ເປີດ​ໂອກາດ​ໃຫ້​ບັນດາ​ຊາວ​ໜຸ່ມ, ​ໄວ​ໜຸ່ມ, ກຳມະກອນ​ລາວ ​ ບັນດາ​ເຜົ່າ ​ໄດ້​ສະ​ແດງ​ຄວາມ​ຮູ້​, ຄວາມ​ສາມາດ, ສີມື ທັງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ ​ໃຫ້​ບັນດາ​ຊາວ​ໜຸ່ມ​ເຫັນ​ຄວາມ​ສຳຄັນ​ໃນ​ການ​ຝຶກ​ວິຊາ​ຊີບ ​ແລະ ພັດທະນາ​ສີມື​ແຮງ​ງານ​ຫລາຍ​ຂຶ້ນ. ​ເຊິ່ງການ​ແຂ່ງຂັນ​ດັ່ງກ່າວ, ປະກອບ​ມີ 9 ສາ​ຂາ​ວິຊາ​ຊີບຊ່າງ ຄື: ຊ່າງ​ກໍ່, ຊ່າງ​ໄມ້​ເຄື່ອງ​ເຮືອນ, ຊ່າງຕັດ​ຫຍີບ​ ເຄື່ອງນຸ່ງ​ແມ່ຍິງ, ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ, ຊ່າງ​ປຸງ​ແຕ່ງອາຫານ, ອອກ​ແບບ​ໜ້າ​ເວ​ບ​ໄຊ, ຊ່າງ​ຈອດ, ​ເຕັກ​ໂນ​ໂລ​ຊີ​ລົດຍົນ ​ແລະ ອອກ​ແບບ​ກຣາຟິກ. ມີ ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 65 ຄົນ, ຍິງ 20 ຄົນ ​ທີ່​ມາ​ຈາກ, ວິທະຍາ​ໄລ, ສະ​ຖາ​ບັນ, ​ໂຮງຮຽນ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ​ແຂ່ງຂັນ ​ເຊິ່ງຜູ້​ຊະ​ນະ​ເລີດ​ໃນ​ການ​ແຂ່ງຂັນ​ໃນ​ແຕ່​ລະ​ສາຂາວິຊາ ຈະ​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນສີມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 11 ທີ່​ປະ​ເທດ​ມາ​ເລ​ເຊຍ ​ໃນ​ທ້າຍ​ເດືອນ​ກັນຍາ​ 2016 ນີ້.

ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ສີມື​ແຮງ​ງານ ​ໃນ​ລະດັບ​ອາ​ຊຽນ ຜ່ານ​ມາ 8 ຄັ້ງ, ​​ເປັນ​ຜູ້​ສັງ​ເກດ​ການ 1 ຄັ້ງ, ​ເຂົ້າ​ຮ່ວມ​ແຂ່ງຂັນ 7 ຄັ້ງ ສາມາດ​ຍາດ​ໄດ້ 1 ຫລຽນ​ເງິນ ຈາກ​ສາຂາ​ວິຊາ​ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ ​ໃນ​ການ​ແຂ່ງຂັນ​ສີມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10 ທີ່ ປະ​ເທດ​ຫວຽດນາມ ​ແລະ ​ໄດ້ຮັບ​​ໃບ​ຢັ້ງຢືນ ສີມື​ແຮງ​ງານ​ລະດັບ​ອາ​ຊຽນ 11 ​ໃບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...