Homeຂ່າວເຫດການຊາຍເມົາຢາບ້າອາລະວາດທຳຮ້າຍຮ່າງກາຍຄົນອື່ນແຕ່ໄປບໍ່ລອດ

ຊາຍເມົາຢາບ້າອາລະວາດທຳຮ້າຍຮ່າງກາຍຄົນອື່ນແຕ່ໄປບໍ່ລອດ

Published on

ໃນຕອນເຊົ້າຂອງວັນທີ 19/05/2016ມື້ນີ້ ເວລາ 10:56 ໂມງ ທີ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ມີຊາຍຄົນຫນຶ່ງເກີດອາການເມົາຢາບ້າແລ້ວອາລະວາດ ພ້ອມກັບທຳຮ້າຍຮ່າງກາຍຜູ້ອື່ນດ້ວຍການປາດຄໍ ເຮັດໃຫ້ຜູ້ຖືກເຄາະຮ້າຍໄດ້ບາດເຈັບສາຫັດ ປະຊາຊົນໃນບໍລິເວນນັ້ນໄດ້ນຳຄົນເຈັບມາສົ່ງທີ່ຫ້ອງການຫນ່ວຍກູ້ໄພຈຸດບ້ານອາກາດ ທາງໜ່ວຍກູ້ໄພໄດ້ປະຖົມພະຍາບານ ແລະ ນຳສົ່ງໂຮງຫມໍມະໂຫສົດ

ສ່ວນຊາຍທີ່ມີອາການເມົາຢາບ້າໄດ້ລົບໜີໄປໂດຍມີເຈົ້າໜ້າທີ່ຕຳຫລວດຕິດຕາມໄລ່ຈັບຢ່າງໃກ້ຊິດ ຈົນມາຮອດຫຼັງສະໜາມບິນຊາຍຄົນດັ່ງກ່າວກໍ່ໄປບໍ່ລອດເພາະເຈົ້າໜ້າຕຳຫຼວດໄດ້ຕັດສິນໃຈຍິງເຂົ້າທີ່ຂາຂວາຂອງຊາຍຄົນນັ້ນເພື່ອສະກັດກກັ້ນບໍ່ໃຫ້ຜູ້ກ່ຽວລົບໜີໄປໄດ້ ຫຼັງຈາກທີ່ຊາຍຄົນນັ້ນຖືກຍິງ ແລະ ໄດ້ລົ່ມລົງທາງເຈົ້າໜ້າທີ່ຕຳຫຼວດກໍ່ຟ້າວບຸກເຂົ້າໄປຈັບຕົວທັນທີ.

ແລະ ທາງໜ່ວຍກູໄພມູນນິທິກໍ່ໄດ້ເຂົ້າຊ່ວຍເຫຼືອເຮັດການປະຖົມພະຍາບານຂັ້ນຕົ້ນ ແລະ ນຳສົ່ງຜູ້ກ່ຽວໄປທີ່ໂຮງໝໍເພື່ອຮັບການປິ່ນປົວກ່ອນຈະນຳຕົວໄປດຳເນີນຄະດີ

ສ່ວນຄວາມຄືບໜ້າ ແລະ ລາຍອຽດຕ່າງໆ ຫາກມີຄວາມຄືບໜ້າແນວໃດທາງເຮົາຈະນຳມາລາຍງານໃຫ້ຊາບອີກຄັ້ງ

 

ຂ່າວຈາກ: ຫນ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ

ບາດເຈັບ ອຸບັດຕິເຫດ ສຸກເສີນ ໂທ 1623 ຕະຫລອດ 24 ຊົ່ວໂມງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...