spot_img
Homeຂ່າວພາຍ​ໃນນັກເຕະ 60 ກວ່າຄົນຮ່ວມຄັດເລືອກກຽມລຸຍເຕະບານ ຢູ-16 ຊິງແຊ໋ມອາຊຽນ 2016 ທີ່ກຳປູເຈຍ

ນັກເຕະ 60 ກວ່າຄົນຮ່ວມຄັດເລືອກກຽມລຸຍເຕະບານ ຢູ-16 ຊິງແຊ໋ມອາຊຽນ 2016 ທີ່ກຳປູເຈຍ

Published on

ນັກ­ກີ­ລາ​ເຕະ­ບານ​ຮຸ່ນ​ເຍົາ­ວະຊົນ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 16 ປີ​ຂອງ​ລາວຫຼາຍ​ກວ່າ 60 ຄົນ​ທີ່​ມາ​ຈາກ​ທົ່ວ​ປະເທດ​ກໍ​ຄື​ບັນ­ດາ​ສະ­ໂມ­ສອນ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ

​ໄດ້​ເຂົ້າ​ຮ່ວມ​ຄັດເລືອກ​ເພື່ອ​ຄັດ​ໃຫ້​ເຫຼືອ 30 ຄົນ​ສຸດທ້າຍ​ກ່ອນ​ເຂົ້າ​ເກັບ​ຕົວ​ຝຶກ​ຊ້ອນ​ຢ່າງເປັນ​ທາງ​ການ​ໃນ​ເດືອນ​ມິ­ຖຸ­ນາ​ນີ້ ກຽມ​ລຸຍ​ການ​ແຂ່ງ­ຂັນ​ເຕະ­ບານ​ຊີງ ແຊ໋ມ​ອາ​ຊຽນ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 16 ປີ ຫຼື ເອ​ເອ​ັຟ​ເອ​ັຟ​ຢູŒ16 ແຊ໋ມ​ປ້ຽນ​ຊິບ 2016 ທີ່​ນະ­ຄອນ­ຫຼວງ​ພະ­ນົມ​ເປັນປະ­ເທດ​ກຳ­ປູ­ເຈຍ​ເປັນ​ເຈົ້າ­ພາບ​ທ້າຍເດືອນ​ກໍ­ລະ­ກົດ​ນີ້.

ທ່ານ ໄກ­ສອນ ໄຊ​ຍະ​ວົງ ຄູ​ຝຶກທີມ​ຊາດ​ລາວ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 16 ປີ ເປີດ­ເຜີຍ​ໃນ​ວັນ​ທີ 17 ພຶດ­ສະ­ພາ​ຜ່ານມາ​ໃຫ້​ຮູ້​ວ່າ: ແຂ່ງ­ຂັນ​ເຕະ­ບານ​ເອ​ເອ​ັຟເອ​ັຟ​ຢູŒ16 ແຊ໋ມ​ປ້ຽນ​ຊິບ 2016 ທີ່​ນະ­ຄອນ­ຫຼວງ​ພະ­ນົມ​ເປັນ​ປະ­ເທດ ກຳ­ປູ­ເຈຍ​ເປັນ​ເຈົ້າ­ພາບ​ທ້າຍ​ເດືອນ ກໍ­ລະ­ກົດ​ນີ້: ໃນ​ເບື້ອງ​ຕົ້ນ​ທາງ​ຄະ ນະ​ຄູ​ຝຶກ​ພວກ​ເຮົາ​ໄດ້​ຕົກ­ລົງ​ຮຽກ ນັກ­ກີ­ລາ​ຈຳ­ນວນ 36 ຄົນ, ທີ່​ເຄີຍ ເຂົ້າ​ມາ​ຄັດ ແລະ​ມີ​ຊື່​ຕິດ​ໃນ​ທີມ​ຊາດ ຢູŒ16 ໃນ​ປີ​ທີ່​ຜ່ານ​ມາ​ແຕ່​ດ້ວຍ​ເຫັນ ແວວ​ຂອງ​ນັກ­ກີ­ລາ​ຫຼາຍ​ຄົນ​ໃນ​ແຕ່ ລະ​ສະ­ໂມ­ສອນ​ນັກ​ເຕະ​ຮຸ່ນ​ນີ້​ແມ່ນ​ມີ ຫຼາຍ​ຄົນ​ທີ່​ພັດ­ທະ­ນາ​ຕົວ​ເອງ​ຂຶ້ນ​ມາຫຼາຍ ສະ­ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຕົກ­ລົງ ເປີດ​ກວ້າງ​ໃຫ້​ນັກ​ເຕະ​ທີ່​ສົນ­ໃຈ ແລະມີ​ພອນ​ສະ­ຫວັນ​ຈາກ​ສະ­ໂມ­ສອນຕ່າງໆ​ທົ່ວ​ປະ­ເທດ​ສົ່ງ​ນັກ­ກີ­ລາ​ມາ ຄັດ​ເລືອກ ແລະ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ກໍ​ມີ​ນັກ​ເຕະ​ມາ​ລາຍ​ງານ​ຕົວ​ປະ­ມານ 50Œ60 ກວ່າ​ຄົນ ແລະ​ຄາດ​ວ່າ​ຈະ ຄັດ​ເລືອກ​ໃຫ້​ເຫຼືອ 30 ຄົນ ໄດ້​ພາຍໃນ​ເດືອນ​ພຶດ­ສະ­ພາ​ນີ້​ເພື່ອ​ເຂົ້າ​ເກັບ​ຕົວ ທີ່​ສູນ​ຝຶກ​ກີ­ລາ​ບານ­ເຕະ​ແຫ່ງ​ຊາດ ໃນ​ຕົ້ນ​ເດືອນ​ມິ­ຖຸ­ນາ​ນີ້​ຂະ­ນະ​ທີ່​ປີ​ນີ້ ຈະ​ເນັ້ນ​ລະ­ບຽບ, ມາ­ລະ­ຍາດ ແລະການ​ຢູ່​ຮ່ວມ​ກັນ​ເປັນ​ຫຼັກ​ເພື່ອ​ສ້າງ​ໃຫ້ ເປັນ​ນັກ­ກີ­ລາ​ທີ່​ດີ, ມີ​ລະ­ບຽບ ແລະເປັນ​ແບບ­ຢ່າງ​ໃນ​ອະ­ນາ­ຄົດ.

ການ​ແຂ່ງ­ຂັນ​ລາຍ­ການ​ດັ່ງ­ກ່າວ ນີ້​ແມ່ນ​ຈະ​ເລີ່ມ​ຂຶ້ນ​ລະ­ຫວ່າງ​ວັນ​ທີ  10Œ23 ກໍ­ລະ­ກົດ 2016 ໂດຍ​ທີມຊາດ​ລາວ​ແມ່ນ​ຖືກ​ຈັບ​ໄປ​ຢູ່​ກຸ່ມ​ບີ ຮ່ວມ​ກັບ​ແຊ໋ມ​ເກົ່າ​ທີມ​ຊາດ​ໄທ, ເຈົ້າພາບ​ທີມ​ຊາດ​ກຳ­ປູ­ເຈຍ, ທີມ​ຊາດ​ຕີ​ມໍ ເລ​ສ​ເຕ ແລະ​ທີມ​ຊາດ​ບຣູ​ໄນ​ສ່ວນ ກຸ່ມ​ເອ​ປະ­ກອບ​ມີ​ທີມ​ຊາດ​ມຽນ​ມາ, ທີມ​ຊາດ​ອອສ​ເຕຣ​ເລຍ, ທີມ​ຊາດຟີ​ລິບ​ປິນ, ທີມ​ຊາດ​ມາ​ເລ​ເຊຍ, ທີມ ຊາດ ສສ ຫວຽດ­ນາມ ແລະ​ທີມ​ຊາດ ສິງ­ກະ­ໂປ.

ສຳ­ລັບ​ໂປຣ​ແກຣມ​ການ​ແຂ່ງ­ຂັນ ຂອງ​ທີມ​ຊາດ​ລາວ: ໃນ​ວັນ​ທີ 11 ກໍລະ​ກົດ 2016 ເວ­ລາ 18:30 ພົບ​ກັບ ເຈົ້າ­ພາບ​ທີມ​ຊາດ​ກຳ­ປູ­ເຈຍ, ວັນ​ທີ 15 ກໍ­ລະ­ກົດ 2016 ເວ­ລາ 18:30 ພົບ​ກັບ​ທີມ​ຊາດ​ຕີ​ມໍ​ເລ​ສ​ເຕ, ວັນ​ທີ 17 ກໍ­ລະ­ກົດ 2016 ເວ­ລາ 15:30 ພົບ​ກັບ​ທີມ​ຊາດ​ບຣູ​ໄນ ແລະ​ວັນ​ທີ 19 ກໍ­ລະ­ກົດ 2016 ເວ­ລາ 15:30 ພົບ​ກັບ​ທີມ​ຊາດ​ໄທ ຊຶ່ງ​ການ​ລົງ​ແຂ່ງ ຂັນ​ຂອງ​ທີມ​ຊາດ​ລາວ​ແມ່ນ​ຈະ​ໃຊ້​ສະ ໜາມ​ໂອ​ແລມ​ປິກ​ສະ​ເຕ​ດ້ຽມ​ນະ­ຄອນຫຼວງ​ພະ­ນົມ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...