Homeຊີວິດແລະຄວາມຮັກ7 ເຫດຜົນທີ່ຜູ້ຊາຍເຊື່ອຟັງເມຍແລ້ວຈະໄດ້ດີ

7 ເຫດຜົນທີ່ຜູ້ຊາຍເຊື່ອຟັງເມຍແລ້ວຈະໄດ້ດີ

Published on

ທ່ານເຄີຍໄດ້ຍິນຄຳທີ່ວ່າ ‘ຜູ້ຊານຢ້ານເມຍ ມັກຈະໄດ້ດີກັນທຸກຄົນ’ ຫຼື ບໍ່? ຜູ້ຊາຍທີ່ເປີດໂອກາດໃຫ້ເມຍໄດ້ເປັນຜູ້ນຳບາງເວລາ ຜູ້ຊາຍທີ່ເຄົາລົບ ແລະ ເຊື່ອຟັງຄຳຄິດເຫັນຂອງເມຍ ມັກຈະປະສົບຜົນສຳເລັດໃນຊີວິດເກືອບທຸກຄົນ ຫຼາຍໆຄົນກໍ່ເຄີຍເຫັນຜ່ານມາແລ້ວ ເຊິ່ງຂ້ອຍເອງກໍ່ຄິດວ່າມັນມີບາງສ່ວນທີ່ຖືກ ດັ່ງນັ້ນເຮົາມາລອງອ່ານເຫດຜົນດີໆ ຂອງການໃຊ້ຊີວິດຄູ່ໃນແບບທີ່ຜູ້ຍິງເປັນຜູ້ນຳບາງເລື່ອງໃນເຮືອນກັນລອງເບິ່ງ

1.ແມ່ຍິງມັກຈະມີສະຕິ ແລະ ຮອບຄອບກວ່າ ນີ້ຄືຂໍ້ດີຂອງແມ່ຍິງ ເພາະແມ່ຍິງຈະມີຄວາມລະມັດລະວັງກັບທຸກສິ່ງຮອບຕົວ ເມື່ອປຽບທຽບກັບກັບຜູ້ຊາຍບາງຄົນຈະພົບວ່າແມ່ຍິງເປັນເພດທີ່ບໍ່ປະໝາດ ແລະ ມີຄວາມສາມາດໃນການກະກຽມສິ່ງຕ່າງໆ ໄດ້ດີ

2.ແມ່ຍິງສາມາດເຮັດຫຼາຍຢ່າງພ້ອມກັນໄດ້ ແມ່ຍິງນອກຈາກຈະສາມາດເຮັດວຽກເຮືອນໄດ້ຫຼ້ອນໜ້າທີ່ແລ້ວ ຍັງສາມາດອອກໄປເຮັດວຽກຫາເງິນໄດ້ຄືກັນກັບຜູ້ຊາຍ, ກັບມາເຮືອນຍັງລ້ຽງລູກ, ດູແລຜົວ ເຮັດວຽກສາລະພັດຢ່າງໄດ້ດີອີກດ້ວຍ

3.ແມ່ຍິງກ້າເອີ່ຍຂໍຄວາມຊ່ວຍເຫຼືອ ເມື່ອໃດກໍ່ຕາມທີ່ຄອບຄົວເກີດມີບັນຫາ ແມ່ຍິງຈະກ້າເອີ່ຍປາກຂໍຄວາມຊ່ວຍເຫຼືອຈາກຄົນທາງນອກຫຼາຍກ່ວາຜູ້ຊາຍ

4.ມີຄວາມສະເໝີພາບທາງເພດ ຄວາມສຳພັນທີ່ແມ່ຍິງເປັນຜູ້ນຳ ຈະເຮັດໃຫ້ອຳນາດຂອງຜູ້ຊາຍຫລຸດລົງ ກໍ່ເໝືອນຕາຊິງທີ່ມີຄວາມສົມດູນ ຜູ້ຊາຍອາດຫາເງິນໄດ້ຫຼາຍກ່ວາ ແຕ່ແມ່ຍິງກໍ່ສາມາດເກັບເງິນໄດ້ດີກ່ວາ

5.ເຮັດໃຫ້ທ່ານທັງຄູ່ເຂົ້າໃຈກັນຫຼາຍຂຶ້ນ ເມື່ອໃດທີ່ທ່ານໄດ້ມີການສະລັບບົດບາດກັນ ຄູ່ຂອງທ່ານຈະເຂົ້າໃຈກັນຫຼາຍຂຶ້ນ ຄູ່ໃດທີ່ມີແມ່ຍິງເປັນຜູ້ນຳມັກຈະບໍ່ມີປາກສຽງກັນ ແຖມຍັງກ້າສະແດງຄວາມຮັກໃຫ້ກັນຢ່າງເປີດເຜີຍອີກ

6.ຜູ້ຊາຍຈະບໍ່ຮູ້ສຶກຕຶງຄຽດ ເວົ້າງ່າຍໆຄືຄວາມກົດດັນໜ້ອຍລົງ ເພາະແມ່ຍິງຈະເຂົ້າມາຊ່ວຍໃນການຕັດສິນໃຈບາງເລື່ອງ ເພື່ອແບ່ງເບົາພາລະຂອງທ່ານຫຼາຍຂຶ້ນ

7.ພາກັນຮັ່ງມີ ກໍ່ຮູ້ໆກັນວ່າແມ່ຍິງເປັນຄົນປະຫຍັດ ຮູ້ຈັກໃຊ້ເງິນ ເກັບເງິນເກັ່ງ ເຮືອນໃດທີ່ມີເມຍດູແລເລື່ອງເງິນ ຮັບຮອງເລີຍວ່າພາກັນຮັ່ງມີແນ່ນອນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...