spot_img
Home​ຂ່າວທ່ອງທ່ຽວບໍ່ນ້ຳຮ້ອນ ເມືອງ ຄຳ ແຂວງ ຊຽງຂວາງ

ບໍ່ນ້ຳຮ້ອນ ເມືອງ ຄຳ ແຂວງ ຊຽງຂວາງ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ເຮົາຈະມາທຸກທ່ານຂຶ້ນເໜືອມາທ່ຽວທີ່ ບໍ່ນ້ຳຮ້ອນ ເມືອງ ຄຳ ແຂວງ ຊຽງຂວາງ ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າໄຂ່ໃຫ້ສຸກໄດ້ ບໍ່ນ້ຳຮ້ອນ ທີ່ເກີດຈາກຫຼືບຫີນ ເປັນນ້ຳທີ່ໃສສະອາດ ແລະ ໄຫຼຕະຫຼອດປີ

186

ມາຮອດປະຈຸບັນ ບໍ່ນ້ຳຮ້ອນ ເມືອງ ຄຳ ໄດ້ມີການພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ໂດຍໄດ້ມອບ​ໃຫ້​ເອກະ​ຊົນສຳ​ປະທານ ເຊິ່ງພວກເຂົາໄດ້ສ້າງອ່າງນ້ຳຮ້ອນຂຶ້ນ ເພື່ອເຮັດບ່ອນອາບນ້ຳໃນລະດູໜາວ, ນອກຈາກນີ້ຍັງມີການສ້າງສວນດອກໄມ້ທີ່ສວຍງາມ ແລະ ມີສວນສັດນ້ອຍໄວ້ໃຫ້ຄົນທີ່ມາທ່ຽວໄປໄດ້ເບິ່ງ, ມີບ່ອນຫຼິ້ນ, ບ່ອນກິນ ທີ່ສະດວກສະບາຍກວ່າເມື່ອກ່ອນ ແລະ ຕອນນີ້ແມ່ນ​ກຳລັງ​ສ້າງ​ສະໜາມກ໋ອບອີກດ້ວຍ.

ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...