Homeຊີວິດແລະຄວາມຮັກ5 ວິທີບອກເລິກທີ່ເຮັດໃຫ້ອີກຝ່າຍໜຶ່ງ ເຈັບໜ້ອຍທີ່ສຸດ

5 ວິທີບອກເລິກທີ່ເຮັດໃຫ້ອີກຝ່າຍໜຶ່ງ ເຈັບໜ້ອຍທີ່ສຸດ

Published on

ຊີວິດ ກັບ ຄວາມຮັກວັນນີ້ ເຮົາຈະມາເອົາໃຈຄົນທີ່ກຳລັງຄິດຫາວິທີ ຫຼື ຄຳເວົ້າດີໆ ໄປບອກເລີກຄົນທີ່ທ່ານເຄີຍຮັກ ເພື່ອເຮັດໃຫ້ເຂົາຮູ້ສຶກເຈັບໜ້ອຍທີ່ສຸດມາຝາກ ເຊິ່ງຈະມີແນວໃດນັ້ນເຮົາມາອ່ານກັນເລີຍ

1. ອະທິບາຍໃຫ້ເຂົ້າໃຈວ່າເປັນຫຍັງທ່ານຈິ່ງຕັດຄວາມສຳພັນ

ໃນເມື່ອຄວາມຮັກທີ່ເຄີຍມີໃຫ້ມັນສິ້ນສຸດລົງໄປ ແຟນຂອງທ່ານຄົງຈະສັງເກດໄດ້ ການທີ່ທ່ານຈະເລີກກັບເຂົາບໍ່ຄວນຈະຍ່າງໄປຈາກເຂົາເສີຍໆໂດຍບໍ່ກ່າວຄຳໃດເລີຍ ເພາະມັນຈະເຮັດໃຫ້ເຂົາຮູ້ສຶກຄາໃຈໃນການກະທຳຂອງທ່ານ ແລະ ຮູ້ສຶກເຈັບເປັນເວລາຍາວນານ ຫາກທ່ານໝົດໃຈຈາກເຂົາແທ້ໆທ່ານກໍ່ຄວນບອກເຫດຜົນຂອງການຢຸດຕິຄວາມສຳພັນລະຫວ່າງເຈົ້າກັບເຂົາໃຫ້ມັນຊັດເຈນໄປເລີຍ ເຖິງຟັງທຳອິດຈະຮູ້ສຶກເຈັບ ແຕ່ມັນກໍ່ເປັນວິທີທີ່ປົດປ່ອຍທັງເຂົາ ແລະ ເຈົ້າເປັນຢ່າງດີອີກວິທີໜຶ່ງ

2. ຢ່າໃຊ້ຄຳເວົ້າທີ່ເຮັດໃຫ້ເຂົາຮູ້ສຶກວ່າຍັງມີຄວາມຫວັງວ່າທ່ານຈະກັບມາຮັກເຂົາຄືນ

ການບອກເລີກໃຜຈັກຄົນໜຶ່ງມັນບໍ່ແມ່ນເລື່ອງງ່າຍເລີຍ ເພາະເຮົາຮູ້ຢູ່ໃນໃຈແລ້ວວ່າຖ້າເວົ້າອອກໄປເຂົາຕ້ອງເສຍໃຈແນ່ນອນ ດັ່ງນັ້ນບາງຄົນຈິ່ງພະຍາຍາມຫາຖ້ອຍຄຳທີ່ຖະໜອມນ້ຳໃຈມາເວົ້າແຕ່ສຳລັບຄົນຟັງມັນບໍ່ໝາຍຄືທີ່ທ່ານຄິດ ເພາະເຂົາຈະມີຄວາມຫວັງສະເໝີວ່າທ່ານຈະກັບມາ ເຊິ່ງມັນຍິ່ງເຮັດໃຫ້ເຂົາທໍລະມານກວ່າເກົ່າ

3. ບໍ່ຕ້ອງເວົ້າອ້ອມຄ້ອມໃຫ້ຍືດຍາວ

ຄົນທີ່ໝົດຮັກກັນແລ້ວມັນບໍ່ແມ່ນເລື່ອງທີ່ຈະເກີດຂຶ້ນພາຍໃນມື້ສອງມື້ ແຕ່ມັນເປັນສິ່ງທີ່ເກີດຂຶ້ນສະສົມມາດົນ ດັ່ງນັ້ນໃນເວລາບອກເລີກ ທ່ານຄວນບອກໄປຕົງໆໂລດບໍ່ຕ້ອງອ້ອມຄ້ອມມັນເປັນທາງອອກທີ່ດີທີ່ສຸດ ເຖິງມັນຈະສ້າງຄວາມເຈັບປວດ ແຕ່ອີກບໍ່ດົນເຂົາກໍ່ຈະລືມທ່ານ ແລະ ໄປເລີ່ມຕົ້ນໃໝ່ໄດ້

4. ຫຼີກລ່ຽງການພົບໜ້າກັນ

ການພົບໜ້າກັນບໍ່ວ່າຈະເປັນໂດຍບັງເອີນ ຫຼື ດ້ວຍເຫດໃດກໍ່ຕາມ ໃນຊ່ວງເລີກກັນໃໝ່ໆຄວາມຮູ້ສຶກທີ່ມີມັນຍັງເຈັບປວດຢູ່ ສະນັ້ນຖ້າທ່ານບອກເລີກເຂົາແລ້ວ ກໍ່ບໍ່ຄວນກັບໄປພົບກັບເຂົາອີກ ເພາະວິທີນີ້ມັນຈະຊ່ວຍໃຫ້ເຂົາຕັດໃຈຈາກທ່ານໄດ້ງ່າຍຂຶ້ນ

5. ຢ່າຍື່ນຂໍ້ສະເໜີມິດຕະພາບຄວາມເປັນເພື່ອນໃຫ້ທັນທີ

ຫຼາຍຄູ່ທີ່ເລີກລາກັນໄປ ບາງຄູ່ກໍ່ຍັງເຫຼືອມິດຕະພາບຄວາມເປັນເພື່ອນໃຫ້ແກ່ກັນ ເພາະເຫດທີ່ເລີກລາບໍ່ໄດ້ເກີດຈາກການກະທຳທີ່ບໍ່ດີຕໍ່ກັນ ໃນຊ່ວງເວລາທີ່ເລີກກັນໃໝ່ ທ່ານບໍ່ຄວນໄປສະເໜີມິດຕະພາບຄວາມເປັນເພື່ອນໃຫ້ແກ່ເຂົາທັນທີ ເພາະມັນຈະເຮັດໃຫ້ເຂົາມີຄວາມຮູ້ສຶກຫົດຫູ່ລົງກ່ວາເກົາ ບໍ່ມີໃຜດອກທີ່ຈະສາມາດປ່ຽນຄວາມຮູ້ສຶກຈາກຄົນຮັກ ກາຍເປັນເພື່ອນກັນໄດ້ພາຍໃນ 1-2 ວັນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...