spot_img
Homeຂ່າວພາຍ​ໃນກະຊວງການເງິນແຫ່ງ ສປປ ລາວ ກວດພົບໂຄງການທີ່ບໍ່ມີຕົວຕົນ 60 ໂຄງການ ມູນຄ່າ 785 ລ້ານກວ່າກີບ

ກະຊວງການເງິນແຫ່ງ ສປປ ລາວ ກວດພົບໂຄງການທີ່ບໍ່ມີຕົວຕົນ 60 ໂຄງການ ມູນຄ່າ 785 ລ້ານກວ່າກີບ

Published on

ກະຊວງການເງິນແຫ່ງ ສປປ ລາວ ກວດພົບໂຄງການທີ່ບໍ່ມີຕົວຕົນ 60 ໂຄງການ ມູນຄ່າ 785 ລ້ານກວ່າກີບ ໃນນັ້ນບັນດາແຂວງພາກເໜືອຄອງແຊັມ

ຂປລ.ໃນສົກປີ 2015-2016, ກົມກວດກາ ກະຊວງການເງິນໄດ້ເຄື່ອນໄຫວຕິດຕາມກວດກາຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ສາມາດເຄື່ອນໄຫວຕິດ ຕາມກວດກາໂຄງການລົງທຶນຂອງລັດ ຊໍາລະໜີ້ແບບມີສ່ວນຫລຸດດ້ວຍພັນທະບັດ ແລະ ເງິນສົດໃນຂອບເຂດທົ່ວປະເທດທັງໝົດ 1.446 ໂຄງການ ມູນຄ່າ 11.076,14 ຕື້ກີບ ໃນນັ້ນ ພັນທະບັດ 4.910,99 ຕື້ກີບ, ເປັນເງິນສົດ 6.165,14 ຕື້ກີບ ໃນນີ້ ກວດພົບເຫັນໂຄງການບໍ່ມີຕົວຕົນຈໍານວນ 60 ໂຄງການ ມູນຄ່າ 785.899.395 ກີບ, ຢູ່ແຂວງອຸດົມໄຊ 26 ໂຄງການ, ແຂວງຫລວງນ້ຳທາ 29 ໂຄງການ, ແຂວງ ເຊກອງ 3 ໂຄງການ, ແຂວງອັດຕະປຶ 2 ໂຄງການ, ຮອດວັນທີ 14 ສິງຫາ 2015 ສາມາດເກັບກູ້ຄືນໃຫ້ລັດ ໄດ້ຈໍານວນ 246.555.734 ກີບ ເປັນພັນທະບັດ 224.000.000.000 ກີບ ແລະ ເງິນສົດ 22.555.231.734 ກີບ, ປັດຈຸບັນ ສືບຕໍ່ກວດກາ ແລະ ເກັບກູ້ຄືນ. ນັ້ນແມ່ນຄໍາເຫັນບາງຕອນຂອງທ່ານ ໂພໄຊ ໝັ້ນພິລາພັນ ຫົວໜ້າກົມກວດກາກະຊວງການເງິນ ລາຍງານການເຄື່ອນໄຫວວຽກງານກວດກາ ປະຈໍາສົກປີ 2015-2016 ຕໍ່ກອງປະຊຸມຈັດຕັ້ງພັກ-ພະນັກງານ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2015-2016 ໃນວັນທີ 12 ພຶດສະພາ 2016 ນີ້.

ທ່ານ ໂພໄຊ ໝັ້ນພິລາພັນ ກ່າວຕື່ມວ່າ: ໄປຄຽງຄູ່ກັນນີ້ ກົມກວດກາກະຊວງການເງິນ ຍັງໄດ້ລົງເຄື່ອນໄຫວຕິດຕາມກວດກາບັນດາໂຄງການ ແລະ ຫົວໜ່ວຍຕ່າງໆຕື່ມອີກ ເຊັ່ນ: ການກວດກາລະບົບຄຸ້ມຄອງພາຍໃນອົງກອນ, ສະຖິຕິຈໍານວນພະນັກງານ-ລັດຖະກອນ, ການຊັບຊ້ອນໜູນວຽນພະນັກງານ, ການຄຸ້ມຄອງບັນຊີລາຍຮັບ-ລາຍຈ່າຍ ປະເພດຕາງໆ, ການແບ່ງປັນຕົວເລກແຜນການລາຍຮັບ-ລາຍຈ່າຍ ທີ່ສະພາແຫ່ງຊາດຮັບຮອງໃຫ້ກະຊວງ ແລະ ແຂວງ, ນະຄອນຫລວງ, ການຄຸ້ມຄອງໜິ້ສິນທັງນອກ ແລະ ໃນລະບົບຄັງເງິນ ແຕ່ສູນກາງຮອດທ້ອງຖິ່ນ, ການຄຸ້ມຄອງສະຖິຕິການນໍາເຂົ້າ-ສົ່ງອອກສິນຄ້າຜ່ານແດນ, ການຍົກເວັ້ນ ແລະ ຫລຸດຜ່ອນພາສີ, ການຄຸ້ມຄອງຊໍາລະສະສາງໜີີ້ສິນຕ່າງປະເທດ, ບັນດາແຫລ່ງທຶນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກຕ່າງປະເທດ, ພ້ອມນີ້ ກົມກວດກາກະຊວງການເງິນ ຍັງໄດ້ເຂົ້າຮ່ວມອົງ ການກວດກາລັດຖະບານ ກ່ຽວກັບການດັດແກ້ງົບປະມານໂຄງການກໍ່ສ້າງ ຫ້ອງການຄັງເງິນແຫ່ງຊາດ ປະຈໍາແຂວງບໍລິຄໍາໄຊ ແລະ ເຂົ້າຮ່ວມກວດກາກອງທຶນພັດທະນາຢູ່ ສປປ ລາວ, ເຂົ້າຮ່ວມກວດກາແກ້ໄຂອາກອນມູນຄ່າເພີ່ມ ຂອງບໍລິສັດພູເບ້ຍມາຍນິງ ຈໍາກັດ ແລະ ເຂົ້າຮ່ວມກວດກາວິທະຍາໄລກົດໝາຍ ນະຄອນຫລວງວຽງຈັນ.

ທີ່ມາຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...