spot_img
Homeຂ່າວພາຍ​ໃນການຄ້າຂາຍໄມ້ເຖື່ອນຢູ່ຫຼາຍແຂວງມີທ່າອ່ຽງຫຼຸດໜ້ອຍລົງ

ການຄ້າຂາຍໄມ້ເຖື່ອນຢູ່ຫຼາຍແຂວງມີທ່າອ່ຽງຫຼຸດໜ້ອຍລົງ

Published on

ໜ່ວຍງານການກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ລາຍງານວ່າ: ສະເພາະເດືອນ ພຶດສະພານີ້, ເຈົ້າໜ້າທີ່ກວດກາປ່າໄມ້ຢູ່ບັນດາແຂວງ ແລະ ທ້ອງຖິ່ນຕ່າງໆ,ໄດ້ລົງຕິດຕາມກວດ ກາຂະບວນການລັກລອບຕັດ ແລະ ເຄື່ອນຍ້າຍໄມ້ແບບຜິດກົດໝາຍ ແລະສາມາດຍຶດໄມ້ ໄດ້ 2 ກໍລະນີ ມີໄມ້ 21 ຕັບ, ໃນບໍລິມາດ 3,5 ແມັດກ້ອນ ຢູ່ແຂວງຫົວພັນ ແລະ ຢູ່ແຂວງສະຫວັນນະເຂດ, ສາມາດຍຶດໄມ້ບານປະຕູໄດ້ 550 ເສັ້ນ, ມີບໍລິມາດ 6,64 ແມັດກ້ອນ ແລະ ສາມາດດຳເນີນຄະດີຕໍ່ຜູ້ທີ່ບຸກລຸກຊັບພະຍາກອນປ່າ ໄມ້ ມີ 3 ກໍລະນີ, ເພື່ອແນ່ໃສ່ສະກັດກັ້ນການລັກລອບຕັດໄມ້ດັ່ງກ່າວໃຫ້ໝົດໄປ ແລະ ເມື່ອທຽບໃສ່ໄລຍະຜ່ານມາແລ້ວເຫັນວ່າການ

ຄ້າຂາຍໄມ້ເຖື່ອນຢູ່ບັນດາແຂວງຕ່າງໆມີທ່າອ່ຽງຫຼຸດໜ້ອຍລົງ, ທັງນີ້ກໍຍ້ອນວ່າກຳລັງເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງແລະ ກຳຈັດຂະບວນການລັກລອບຕັດໄມ້ ແລະ ຄ້າ-ຂາຍໄມ້ຢ່າງຜິດກົດໝາຍດັ່ງກ່າວ ແລະ ພ້ອມນັ້ນກໍໄດ້ເພີ່ມທະວີວຽກງານຄຸ້ມຄອງແລະ ກວດກາປ່າໄມ້ໃຫ້ເຂັ້ມງວດກວ່າເກົ່າ,ຜູ້ລາຍງານ່າວໃຫ້ຮູ້ອີກວ່າ: ຍັງອີກປະມານ 2 ອາທິດກໍຈະເຖິງວັນປູກຕົ້ນໄມ້ແຫ່ງຊາດແລ້ວຈຶ່ງຂໍຝາກເຖິງທຸກຄົນໃສສັງຄົມ,ໂດຍສະເພາະແມ່ນຜູ້ປະກອບການຄ້າ-ຂາຍໄມ້ຈົ່ງຊ່ວຍກັນປະກອບສ່ວນເຂົ້າຮ່ວມຂະບວນປູກໄມ້ປີນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ບົນຈິດໃຈເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ໃນປະເທດເຮົານັບມື້ຫຼາຍຂຶ້ນ ແລະ ສາມາດລົດພາລະໂລກຮ້ອນດັ່ງທີ່ເປັນຢູ່ໃນປັດຈຸບັນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...